ມາເບິ່ງໂຮງຮຽນຫຼັງໃຫມ່ ສ້າງໃຫ້ໂດຍ ລັດຖະບານຫວຽດນາມ



ໃນວັນທີ 13/11/2019 ທີ່ຜ່ານມາ ໄດ້ມີພິທີມອບຮັບ ໂຮງຮຽນຫຼັງໃໝ່ ໂຮງຮຽນ ດາກຈຶງ ຊຶ່ງເປັນໂຮງຮຽນ ທີ່ໄດ້ຮັບ ການຊ່ວຍເຫຼືອລ້າ ໃນການກໍ່ສ້າງ ຈາກ ພັກ ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ ເມືອງ ດາກຈຶງ ແຂວງເຊກອງ ຊຶ່ງໄດ້ເລີ້ມການກໍ່ສ້າງ ມາແຕ່ເດືອນ ມິຖຸນາ 2018 ລວມມູນຄ່າ ການກໍ່ສ້າງທັງໝົດ 1 ລ້ານ ໂດລ້າ ສະຫະລັດ, ຕັ້ງຢູ່ໃນເນື້ອທີ່ 1,276 ຕາແມັດ ອາຄານຫ້ອງຮຽນ ເປັນອາຄານ 2 ຊັ້ນ, ປະກອບມີ ຫ້ອງຮຽນ 6 ຫ້ອງ, ຫ້ອງທົດລອງ 2 ຫ້ອງ, ຫ້ອງສະມຸດ 1 ຫ້ອງ, ຫ້ອງຂໍ້ມູນຂ່າວສານ, ຫ້ອງຮຽນພາສາຕ່າງປະເທດ ແລະ ຫ້ອງປະຊຸມໃຫຍ່ 1 ຫ້ອງ. ທຸກໆຫ້ອງຮຽນ ແມ່ນມີການຕິດຕັ້ງ ວັດຖຸ ອຸປະກອນ ທີ່ທັນສະໄຫມ ເພື່ອຮັບປະກັນ ການພັດທະນາ ຊັບພະຍາກອນມະນຸດ ທີ່ມີປະສິດທິພາບ.

ການຊ່ວຍເຫຼືອການກໍ່ສ້າງໂຮງຮຽນດັ່ງກ່າວ ຖືວ່າ ເປັນຂີດໝາຍສໍາຄັນ ແຫ່ງມິດຕະພາບ ແລະການຮ່ວມມື ຂອງສອງປະເທດ ລາວ-ຫວຽດນາມ. ຈາກສະຖິຕິ ຈາກຫວຽດນາມ, 60% ຂອງການຊ່ວຍເຫຼືອ ຈາກ ຫວຽດນາມ ໃຫ້ ສປປ ລາວ ແມ່ນສຸມໃສ່ ການຝຶກອົບຮົມ ຊັບພະຍາກອນມະນຸດ, ລວມເຖິງ ການສ້າງ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ດ້ານ ການສຶກສາ ຢູ່ ສປປ ລາວ.












Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment