ສິນຄ້າຈາກໄທ ຕິດອັນດັບ #1 ສິນຄ້ານໍາເຂົ້າ ສູ່ ສປປ ລາວ ປະຈໍາປີ 2019


ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 10 ປີ 2019 ບັນລຸໄດ້ປະມານ 873 ລ້ານໂດລາສະຫະລັດ. 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 10 ບັນລຸໄດ້ປະມານ 873 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 338 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າ ປະມານ 534 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 196 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ; ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ), ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຢາງພາລາ ແລະ ງົວ,ຄວາຍ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...), ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ນໍ້າຕານ ແລະ ສັດທີ່ມີຊີວິດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 10 ບັນລຸໄດ້ປະມານ 873 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 338 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 534 ລ້ານໂດລາສະຫະລັດ ຂາດດຸນການຄ້າປະມານ 196 ລ້ານໂດລາສະຫາລັດ. 

ໝວດສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 338 ລ້ານໂດລາສະຫະລັດ ເຊັ່ນ: ແຮ່ທອງ 49 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 29 ລ້ານໂດລາສະຫະລັດ, ໝາກກ້ວຍ 17 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 28 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 25 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູຸກໍາລັງ) 17 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 17 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 11 ລ້ານໂດລາສະຫະລັດ, ຢາງພາລາ 23 ລ້ານໂດລາສະຫະລັດ ແລະ ງົວ, ຄວາຍ 16 ລ້ານໂດລາສະຫະລັດ.

ໝວດສິນຄ້ານໍາເຂົ້າຫຼັກ ສິນຄ້ານໍາເຂົ້າຫຼັກຮ່ວມສະເລ່ຍທັງໝົດແມ່ນເປັນເງິນປະມານ 534 ລ້ານໂດລາສະຫະລັດ ເຊັ່ນ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ 41 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 26 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 41 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ  (ນອກຈາກເຄື່ອງກົນຈັກພາຫະນ) 45 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 41 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) 21 ລ້ານໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 16 ລ້ານໂດລາສະຫະລັດ, , ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 14 ລ້ານໂດລາສະຫະລັດ, ນໍ້າຕານ 13 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ 27 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ສປ ຈີນ 128 ລ້ານໂດລາສະຫະລັດ, ຣຊ ໄທ 89 ລ້ານໂດລາສະຫະລັດ,​ ສສ ຫວຽນນາມ 76 ລ້ານໂດລາສະຫະລັດ, ເຢຍລະມັນ 8 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 8 ລ້ານໂດລາສະຫະລັດ. 

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ຮຊ ໄທ 290 ລ້ານໂດລາສະຫະລັດ, ສປ ຈີນ 132 ລ້ານໂດລາສະຫະລັດ, ສສ ຫວຽດນາມ 67 ລ້ານໂດລາສະຫະລັດ, ຍີ່ປຸ່ນ 10 ລ້ານໂດລາສະຫະລັດ ແລະ ສ ເກົາຫລີ ເກືອບບັນລຸໄດ້ 5 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 10 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

Source: www.laotradeportal.gov.la
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment