6 ບັນຫາສໍາຄັນ ຖືກຍິບຍົກຂຶ້ນມາ ໃນກອງປະຊຸມລັດຖະບານເປີດກ້ວາງ



ກອງ​ປະ­ຊຸມ​ລັດ­ຖະ­ບານ​ເປີດ​ກວ້າງ ຄັ້ງ​ທີ 2 ປີ 2019 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ທັນ­ວາ​ນີ້ ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດຖະ­ ມົນ­ຕີ, ມີ​ບັນ­ດາ​ທ່ານ​ຮອງ​ນາຍົກ ­ລັດ­ຖະ­ມົນ­ຕີ, ສະ­ມາ­ຊິກ​ລັດ­ຖະ ­ບານ, ບັນ​ດາ​ເຈົ້າ​ແຂ​ວງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. 

ທ່ານນາ­ຍົກ­ລັດ­ຖະມົນ­ຕີ ກ່າວ​ວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ໄດ້​ປຶກ­ສາ​ຫາ­ລື​ວຽກ​ງານ​ທີ່​ສໍາ​ຄັນ​ຂອງ​ຊາດ ຕິດ​ພັນ​ກັບ​ການ​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ ແລະ ໜ້າ­ທີ່​ຂອງ​ລັດ­ຖະ­ບານ, ຂະ­ແໜງ­ການ ແລະ ອົງ­ການ​ປົກ ­ຄອງ​ທ້ອງ­ຖິ່ນ ຊຶ່ງ​ກອງ​ປະ­ຊຸມ​ຈະ​ໄດ້​ຄົ້ນ­ຄວ້າ ແລະ ປຶກ­ສາ​ຫາ­ລື 6 ບັນ­ຫາ​ສຳ­ຄັນ ຄື: 

1. ເຜີຍ­ແຜ່​ການ­ຈັດ­ຕັ້ງ​ປະ ­ຕິ­ບັດ ມະ­ຕິ​ຂອງ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ດຳ­ລັດ​ຂອງ​ນາ­ຍົກ­ລັດ ­ຖະ­ມົນ­ຕີ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະ­ຕິ­ບັດແຜນ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ ແຫ່ງ​ຊາດ ແລະ ແຜນ​ງົບ​ປະມານ​ແຫ່ງ​ລັດ ປະ​ຈໍາ​ປີ 2020; 
2. ການ​ສົ່ງ­ເສີມ​ການ​ຜະ ­ລິດ​ເປັນ​ສິນ­ຄ້າ, ການ​ຄໍ້າ​ປະ­ກັນ​ສະ­ບຽງ​ອາ­ຫານ, ການ​ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ຜະ­ລິດ​ພາຍ​ໃນ ແລະ ການ​ຄຸ້ມ​ຄອງ​ການ​ນໍາ​ເຂົ້າ​ສິນ­ຄ້າ​ອຸ­ປະ​ໂພ​ກ-​ບໍລິ​ໂພກ; 
3.ລາຍ​ງານ​ສະ­ພາບ​ການ​ແກ້​ໄຂ​ໄພ­ພິ­ບັດ ທາງ​ທໍາ​ມະ​ຊາດ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ປີ 2019 ແລະ ມາດ​ຕະ­ການ​ຮັບ​ມື​ໃນ­ຕໍ່­ໜ້າ; 
4. ສະ­ຫຼຸບ​ລາຍ​ງານ ຜົນ​ການ​ກວດ­ກາ​ບັນ­ດາ​ໂຄງ­ການ ເຊົ່າ​ສຳ​ປະ­ທານ​ທີ່​ດິນ; 
5. ລາຍ​ງານ​ຄວາມ​ຄືບ​ໜ້າ ການ​ສົ່ງ­ເສີມ​ຈຸນ​ລະ­ວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ຂະ­ໜາດ​ກາງ; 
6. ຮ່າງ​ຂໍ້​ຕົກ­ລົງ ຂອງ​ນາ ­ຍົກ­ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ປັບ­ປຸງ​ການ​ບໍ­ລິ­ການ ລົງ­ທຶນ​ປະຕູ​ດຽວ; 

ເພື່ອ​ເຮັດ​ໃຫ້​ກອງ​ປະ­ຊຸມ​ຂອງ​ພວກ​ເຮົາ ດໍາ​ເນີນ​ໄປ​ຢ່າງ​ມີ​ປະ­ສິດ​ທິ​ຜົນ​ສູງ ສະ­ເໜີ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ລາຍ​ງານ​ຢ່າງ​ກະ­ທັດ​ຮັດ, ຊັດ​ເຈນ ແລະ ລົງ​ເລິກ​ບັນ​ຫາ​ສໍາ​ຄັນ​ທີ່​ຢາກ​ໃຫ້​ກອງ​ປະ­ຊຸມ​ຄົ້ນ­ຄວ້າ ແລະ ພິ­ຈາ­ລະ­ນາ. ສ່ວນ​ການ​ປະ​ກອບ​ຄໍາ​ເຫັນ ກໍໃຫ້​ເວົ້າ​ກະ­ທັດ​ຮັດ, ເນັ້ນ​ໃສ່​ຄໍາ​ເຫັນ​ທີ່​ແຕກ​ຕ່າງ, ອະ­ທິ­ບາຍ​ເຫດ­ຜົນ ແລະ ສະ​ເໜີ​ຄໍາ​ເຫັນ ຫຼື ທາງ​ອອກ​ເພື່ອ​ໃຫ້​ສາ­ມາດ​ສະ­ຫຼຸບ​ເປັນມະ­ຕິ​ຂອງ​ກອງ​ປະ­ຊຸມ​ໄດ້. 

(ຂ່າວ: ແສງ​ຈັນ)
ປະຊາຊົນ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment