ຍ່າງເລາະ 1 ມື້ໃນ Melaka​ ທ່ຽວຫຍັງໄດ້ແນ່????


Melakaເປັນເມືອງມໍລະດົກໂລກ ຂອງປະເທດມາເລເຊຍ.​ ບາງຄົນກໍຂຽນ Melaka​ ຫຼື​ Malacca ແຕ່ກໍໃຊ້ໄດ້ໝົດ.​ ໃນສະໄໝກ່ອນ Melaka​ ເປັນເມືອງທ່າເຮືອເກົ່າຈື່ງເຮັດໃຫ້ເປັນເມືອງທີ່ປະສົມປະສານຄວາມຫຼາກຫຼາຍຂອງວັດທະນາທໍາບໍ່ວ່າຈະເປັນຂອງ Portuguese,​ Dutch ແລະ​ມາລາຢູ.​ ມື້ນີ້ຈະພາທຸກຄົນໄປທ່ຽວເມືອງ​Melaka ມາເບິ່ງກັນວ່າໃນ 1 ມື້ໂດຍການຢ່າງເອົາເຮົາຈະໄດ້ໄປບ່ອນໃດແນ່ (ໝາຍເຫດ​ແອັດມິນເປັນຄົນມັກຢ່າງ ເຖິງວ່າຜູ້ໃດບໍ່ມັກຢ່າງກໍທ່ຽວມ່ວນເພາະທຸກບ່ອນຢູ່ບໍລິເວນໃກ້ກັນໝົດ)​ 

Let's​ get started!!!



ຈຸດທໍາອິດທີ່ເຮົາຕ້ອງໄດ້ຢ່າງມາ​ ເປັນຈຸດ​ signature ຂອງ​ Melaka​ ເລີຍກໍວ່າໄດ້ນັ້ນຄື Christ Church Melaka ເປັນໂບດທີ່ຕັ້ງໃຈກາງເມືອງ ເດັ່ນສະຫງ່າ​ ໃຜທີ່ມາ Melaka ແລ້ວບໍ່ໄດ້ຖ່າຍຮູບຢູ່ນີ້ຖືວ່າມາບໍ່ຮອດ



ທາງຂ້າງກັບໂບດກໍແມ່ນ Dutch Square ເປັນບ່ອນທີ່ສະໄໝກ່ອນເປັນບ່ອນຊຸມຊົນຂອງຄົນ Dutch.​ ເປັນບ່ອນທີ່ໃຜມັກຖ່າຍຮູບແບບ Art Art ຕ້ອງໄດ້ມາມີຫຼາຍມຸມງາມ​ແລະ​ ບໍ່ຊໍ້າໃຜແນ່ນອນ



ແລະ​ແນ່ນອນອີກໜື່ງ​ Signature ຂອງ​ Melaka​ນັ້ນກໍຄືລົດລໍ້ ທີ່ຕົບແຕ່ງດ້ວຍຄວາມ fancy ຂອງໂຕລະຄອນໃນກະຕູນ. Kitty,​ Doramon, Frozen, Pokemon ແລະ​ອື່ນໆໃຜມັກຄັນໃດເລືອກໄດ້ເລີຍ​ແຖມເວລາຂີ່ເພິ່ນເປີດເພງໃຫ້ຟັງອີກ ລົມເຢັນໆຂີ່ໄປ ຖ່າຍຮູບໄປ ບອກເລີຍວ່າຟິນ.​



ຢ່າງປະມານ 2 ນາທີຈາກ​ Christ Church Melaka ເຮົາຈະເຫັນເຮືອລໍາໃຫ່ຍຕັ້ງເດັ່ນຢູ່.​ເຮືອນີ້ຊື່ວ່າ Maritime Museum ພິພິຕະພັນຂະໜາດໃຫ່ຍທີ່ຢູ່ໃນເຮືອສົ່ງສິນຄ້າ ໃຜຢາກຖ່າຍ ແລະ​ສົມມຸດວ່າໂຕເອງເປັນ​ Jack ກັບ​ Rose ກໍໄດ້ເດີ້​😊

ຂ້າງໆກັບຫໍພິພິຄະພັນ ໃຜຢາກລອງມາຖ່າຍຮູບກັບປ້ອມເກົ່າ ແລະ​ປືນໃຫ່ຍກໍມາໄດ້


ຫຼັງຈາກນັ້ນເຮົາກໍຢ່າງເລາະໃນໂຕເມືອງເລື້ອຍໆ​ ງາມທຸກມຸມ ແລະ​ ມີຮ້ານອາຫານຮ້ານຄາເຟຫຼາຍ ແຖມລາຄາບໍ່ແພງ



ຜູ້ໃດຢາກລອງຂີ່ເຮືອກໍໄດ້ປະສົບການອີກແບບໜື່ງ



ຕອນແລງທຸກຄົນທີ່ມາ Melaka ຕ້ອງມາບ່ອນນີ້​Jonker Walk ອາລົມປະມານ walk street



ສາລະພັດຂອງກິນໃຜເປັນສາຍ​foodie ມີຄວາມສຸກແນ່ນອນເພາະວ່າແຊບທຸກອັນນນ





ໃຜທີ່ເບິ່ງມາຮອດຕອນນີ້ແລ້ວ​ຍັງບໍ່ເຄີຍມາ Melaka​ ແອັດມິນສ່ວນໂຕຢາກລອງໃຫ້ມາ.​ ເດີນທາງງ່າຍ ລາຄາບໍ່ແພງມີບ່ອນທ່ຽວ ບ່ອນ​ຖ່າຍຮູບ​ ບ່ອນຊອບປີ້ງຫຼາຍຍ ຮັບຮອງມາໃຜມາແລ້ວຕ້ອງຫຼົງຮັກ Melaka​ ແນ່ນອນ❤️




ຖ້າທ່ານ ສົນໃຈໄປທ່ອງທ່ຽວ ປະເທດມາເລເຊຍ, ສາມາດສອບຖາມຂໍ້ມູນ ອົງການທ່ອງທ່ຽວມາເລເຊຍປະຈໍາລາວໄດ້ທີ່ເບີໂທລະສັບ 021 414205 

#aseanmeet 
#vm2020 
#visitmalaysia2020 
#Tourismmalaysia 

#malaysiatrulyasia
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment