ທ້າຍປີແບບນີ້ຈັບມືຄົນທີ່ຮັກໄປທ່ຽວ Sabah ບໍ່?



Sabah ເປັນລັດທີ່ມີພື້ນທີ່ໃຫ່ຍອັນດັບ 2 ຂອງປະເທດມາເລເຊຍ ມີເມືອງຫຼວງຊື່ວ່າ Kota Kinabalu. ຜູ້ໃດທີ່ມັກທະເລ ພູເຂົາ ມັກທໍາມະຊາດລັດນີ້ຕອບໂຈດເລີຍ, ມີຫຼາຍສະຖານທີ່ທ່ຽວທີ່ສາຍທໍາມະຊາດຕ້ອງມາຈັກເທື່ອໜື່ງໃນຊີວິດ. ເນື່ອງຈາກວ່າ ແອັດມິນມີເວລາບໍ່ຫຼາຍ ຈື່ງໄດ້ທ່ຽວບໍ່ເຕັມທີ່ ແຕ່ເຮົາໄປທ່ຽວນໍາກັນເບິ່ງວ່າ ເວລາ 1 ມື້ທີ່ລັດ Sabah ເຮົາເຮັດຫັຍງໄດ້ແນ່ ລຸຍຍຍ




ເລີ່ມຕົ້ນສະຖານທີ່ທໍາອິດດ້ວນໝູ່ບ້ານວັດທະນາທໍາ Mari Mari Cultural Village. ຄໍາວ່າMari ແປວ່າ​ come (ມາ). ເປັນໝູ່ບ້ານທີ່ຮວບຮວມຊົນເຜົ່າຫຼາຍຊົນເຜົ່າຂອງມາເລເຊຍ​ໂດຍ​ມີການຈໍາລອງບ້ານເຮືອນ,​ ອາຫານການກິນ ແລະ​ ກິດຈະທໍາທາງວັດທະນາທໍາຂອງແຕ່ລະຊົນເຜົ່າໄວ້.


ນີ້ແມ່ນທາງຍ່າງເຂົ້າໝູ່ບ້ານຕ່າງໆມີ 2 ທາງ​ 1. ຍ່າງໂດຍໃຊ້ຂົວ ຫຼື 2) ຈະຍ່າງຜ່ານແມ່ນໍ້າແບບງາມໆກໍໄດ້ ໂດຍທັງສອງແບບຈະໃຫ້ຄວາມຮູ້ສຶກແປກ ແຕກຕ່າງ ໄປຄົນລະແບບ


ດຽວກ່ອນເຮົາຈະເຂົ້າໄປເບິ່ງໝູ່ບ້ານແຕ່ລະເຜົ່າແວ່ບ່ອນນີ້ກ່ອນແປບໜື່ງ.​ ບ່ອນນີ້ຊື່ວ່າStone Age Spa ເປັນສະປາກາງແຈ້ງໂດຍການນັ່ງລົງ​ ຫຼື​ ກອດກ້ອນຫີນ​ທີ່ໝໍໂຮງຈຸ້ຍໄດ້ໄປຄັດເລືອກມາແຕ່ປ່າເລິກ ເພື່ອມາເສີມດວງເສີມພະລັງງານໃຫ້ແກ່ຄົນທີ່ໄປນັ່ງ ປລ.​ເປັນຄວາມເຊື່ອສ່ວນບຸກຄົນ


ເລີ່ມຈາກຫີນກ້ອນທໍາອິດແມ່ນເສີມເລື່ອງຄວາມຮັກ.​ ເພິ່ນວ່າໃຜຂາດຄູ່ຄອງມາກອດຫີນກ້ອນນີ້ຈະຊ່ວຍເສີມດວງເລື່ອງຄວາມຮັກໄດ້. ຄົນໂສດທັງຫຼາຍທີ່ມາຈາກທຸກມຸມໂລກມາຫຸ້ມຫີນກ້ອນນີ້ເຕັມໄປໝົດ. ຕໍ່ມາດ້ວຍກ້ອນຫີນເສີມເລື່ອງສະຕິປັນຍາ ວິທີກໍຄືໃຫ້ເຮົານອນລົງກ້ອນຫີນນີ້ປະມານ 3 ນາທີ.





ແລະຢູ່ໃກ້ໆກັນເປັນກ້ອນຫີນຊ່ວຍເສີມສ້າງຄວາມຮັ່ງມີເພິ່ນວ່າໃຫ້ເຮົານັ່ງ ຫຼື​ ກອດ​ໄວ້​ 3 ນາທີ ສ່ວນຕົວແອັດມິນມັກຫີນເຫຼົ່ານີ້ບ່ອນວ່າເວລານັ່ງ ຫຼື​ກອດແລ້ວຮູ້ສືກເຢັນຜ່ອນຄາຍ​ ແຖມສະຖານທິ່ກໍກາງແຈ້ງລົມເຢັນມີສຽງແມ່ນໍ້າ​ ແລະ​ ສຽງນົກມາປະສົມປະສານກັນຟິນສຸດໆ



ແລະ​ນີ້ຄືປ້າຍຂອງ​ 1 ໃນຊົນເຜົ່າຂອງໝູ່ບ້ານMari Mari. ການທ່ຽວຊົມແຕລະໝູ່ບ້ານຈະມີໄກ້ນໍາທ່ຽວແນະນໍາ ຮັບຮອງມ່ວນນເພາະໄກ້ເພິ່ນຕະຫົຼກ ອະທິບາຍໄດ້ດີຫຼາຍ



ໃນແຕ່ລະຊົນເຜົ່າເພິ່ນຈະມີການສາທິດວິທີການເຮັດອາຫານ ເຮັດເຄື່ອງດື່ມຂອງແຕ່ລະຊົນເຜົ່າໃຫ້ເຮົາເບິ່ງ ແລະ​ໄດ້ຊິມສົດໆອິກ (ຂໍບອກວ່າແຊບທຸກອັນນນ). ສໍາລັບຮູບນີ້ເພິ່ນສາທິດການເຮັດເຫຼົ້າໄຫ ໃຫ້ເບິ່ງ​ແອັດມິນຊິມແລ້ວຮູ້ສືກວ່າລົດຊາດຫວານໆ ແຕ່ມີຄວາມຮ້ອນຂອງເອວກໍຮໍ​ປົນຢູ່​ ໂດຍລວມນຸ້ມມ😂



ພາຍຫັຼງຊົມແຕ່ລະເຜົ່າແລ້ວຕອນທ້າຍເພິ່ນມີການສະແດງໃຫ້ເຮົາເບິ່ງນໍາ. ການໄປທ່ຽວຊົມໃຊ້ທີ່ໝູ່ບ້ານຊົນເຜົ່າ​Mari​ Mari ນັ້ນໃຊ້ເວລາພງປະມານເຄິ່ງມື້ ສະຖານທີ່ກວ້າງຂວາງ ບັນຍາກາດດີ ໄດ້ເຫັນວິຖີຊີວິດຂອງຄົນມາເລເຊຍສະໄໝກ່ອນ.​ ໂດຍລວມເພິ່ນເຮັດອອກມາໄດ້ດີຫຼາຍບໍ່ພຽງແຕ່ເຮົາຟັງປະຫວັດ​ຫຼື​ເບິ່ງໝູ່ບ້ານຂອງແຕ່ລະຊົນເຜົ່າເທົ່ານັ້ນ ແຕ່ຕະຫຼອດໄລຍະທາງເພິ່ນຈະໃຫ້ເຮົາມີສ່ວນຮ່ວມໃນການເຮັດກິດຈະກໍາ ແລະ​ ຊິມອາຫານຂອງແຕ່ລະຊົນເຜົ່າແທ້ໆ.​



ຫຼັງຈາກທ່ຽວຊົມໝູ່ບ້ານ Mari Mari ແລ້ວເຮົາມາຜ່ອນຄາຍກັນຕໍ່ກັບ Cabana Retreat ເປັນລີສອດຕິດແຄມທະເລທີ່ງາມແຮງງງ


ປ່ອຍໃຈໄປກັບທະເລ ບໍ່ຕ້ອງກັງວົນຫຼືຄິດຫຍັງຫຼາຍ ທະເລຈະຊ່ວຍບໍາບັດຈິດໃຈເຮົາເອງ. Cabana​ Retreat​ ເປັນບ່ອນທີ່ມາເປັນຄູ່​ ເປັນກຸ່ມກະມ່ວນໃຜມາSabah ລອງມານອນຈັກຄືນຮັບຮອງໄດ້ Charge Battery ຮ່າງກາຍໄດ້ດີແນ່ນອນ.​


 ຖ້າທ່ານ ສົນໃຈໄປທ່ອງທ່ຽວ ປະເທດມາເລເຊຍ, ສາມາດສອບຖາມຂໍ້ມູນ ອົງການທ່ອງທ່ຽວມາເລເຊຍປະຈໍາລາວໄດ້ທີ່ເບີໂທລະສັບ 021 414205 

#aseanmeet 
#vm2020 
#visitmalaysia2020 
#Tourismmalaysia 
#malaysiatrulyasia


Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment