ສປປ ລາວ ໄດ້ຮັບທຶນການສຶກສາ ຈາກ ສປ ຈີນ ອັນດັບ 1 ໃນຊາດອາຊຽນ


ໃນວັນທີ 24 ທັນວາ 2019 ທີ່ມະຫາວິທະຍາໄລແຫ່ງຊາດລາວ, ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ຕາງໜ້າ​ໃຫ້​ລັດຖະບານ ສປ ຈີນ ມອບທຶນການສຶກສາ ໃຫ້ນັກສຶກສາມະຫາ ວິທະຍາໄລແຫ່ງຊາດລາວ ຈຳນວນ 60 ທຶນ, ຕາງໜ້າມອບໂດຍ ທ່ານ ຈ່ຽງຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍ, ທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ​ໂອກາດ​ດັ່ງກ່າວ​, ທ່ານ ສົມສີຍໍພັນໄຊ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະ ບານ ສປ ຈີນ,​ເຊິ່ງທຶນການສຶກສາດັ່ງກ່າວ ເປັນໂອກາດທີ່ດີ ແລະ ມີຄວາມສຳຄັນຍິ່ງ ທັງເປັນກໍາລັງໃຈ ໃຫ້ກັບນັກສຶກສາ. ນອກນີ້, ຍັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການ​ສ້າງຊັບພະຍາກອນມະນຸດ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງລາວ ຕື່ມອີກ. 

ທ່ານ ຈ່ຽງຈ້າຍຕຸ່ງ ​ໄດ້​ກ່າວວ່າ: ທຶນການສຶກສາ ເອກອັກຄະລັດຖະທູດ ສປ ຈີນ ເລີ່ມມີຂຶ້ນເມື່ອປີ 2014 ໂດຍມີຈຸດປະສົງ ເພື່ອຊ່ວຍເຫລືອນັກສຶກສາທີ່ມີຄຸນສົມບັດດີ ແລະ ຮຽນດີ, ແຕ່ຄອບ ຄົວທຸກຍາກ. ຜ່ານມາມີນັກສຶກສາລາວ ທີ່ໄດ້ຮັບທຶນການສຶກສາ ຈາກສະຖານທູດຈີນ ປະຈໍາ ລາວ ແລ້ວ 207 ທຶນ. ປັດຈຸບັນ, ລາວເປັນປະເທດອັນດັບ #1 ໃນບັນດາປະເທດອາຊຽນ ທີ່ໄດ້ຮັບທຶນການສຶກສາ ຈາກລັດຖະບານຈີນ, ຂະນະທີ່ນັກສຶກສາລາວ ທີ່ກໍາລັງສຶກສາຢູ່ ສປ ຈີນ ກໍຢູ່ໃນລະດັບແຖວໜ້າໃນບັນດາປະເທດອາຊຽນ ອີກດ້ວຍ. ທ່ານ ຈ່ຽງຈ້າຍຕຸ່ງ ກ່າວ​ຕື່ມ​ວ່າ: ພັກ ແລະ ລັດຖະບານຂອງສອງປະເທດ ຈີນ-ລາວ ລ້ວນແຕ່ໃຫ້ຄວາມສຳຄັນຕໍ່ການສຶກສາ. ສະຖານທູດຈີນ ປະຈໍາ ລາວ ຍິນດີ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫລືອ ກໍ່ຄືສ້າງໂອກາດ ໃຫ້ກັບນັກສຶກສາລາວໃນການຮ່ຳຮຽນ. ຫວັງວ່ານັກສຶກສາທີ່ໄດ້ຮັບທຶນ ການສຶກສາ ຈະເປັນຜູ້ສືບທອດພະລາກິດ ສັງຄົມນິຍົມ ຂອງລາວ ກໍ່ຄື ເປັນຜູ້ສ້າງມິດຕະພາບ ຈີນ-ລາວ, ຈະຕັ້ງໃຈຮ່ຳຮຽນ ເພື່ອປະກອບສ່ວນເຂົ້າໃນການ ສ້າງສາພັດທະນາປະເທດຊາດ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ຕື່ມອີກ.


ແຫຼ່ງຂ່າວ:​ ຂປລ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment