(Drone) ທີ່ມີນໍ້າໜັກແຕ່ 200 ກຣາມ ຂື້ນໄປ ຕ້ອງໄດ້ຂໍອະນຸຍາດກ່ອນການນໍາໃຊ້


ເຄື່ອງບີນແບບບໍ່ມີຄົນຂັບ ຫລື ໂດຣນ (Drone) ທີ່ມີນໍ້າໜັກແຕ່ 200 ກຣາມ ຂື້ນໄປ ຕ້ອງໄດ້ຂໍອະນຸຍາດກ່ອນການນໍາໃຊ້ ເຄື່ອງບີນແບບບໍ່ມີຄົນຂັບ ໂດຣນ (Drone) ແມ່ນອາໃສຄື້ນຄວາມຖີ່ວິທະຍຸສື່ສານ ໃນການຄວບຄຸມການບິນ ລວມໄປເຖິງການຮັບ-ສົ່ງສັນຍານ, ຂໍ້ມູນຂ່າວສານ, ຕົວໜັງສື, ສຽງ ແລະ ຮູບພາບ, ຊຶ່ງຖ້າຫາກບໍ່ມີການຄຸ້ມຄອງການນຳໃຊ້ທີ່ຮັດກຸມແລ້ວ ອາດກໍ່ໃຫ້ເກີດຄື້ນຄວາມຖີ່ລົບກວນ ຫລື ອາດຖືກນຳໃຊ້ ໃນທາງລົບເຊັ່ນ: ການຂົນສົ່ງອາວຸດ, ສານພິດ, ຢາເສບຕິດ, ວັດຖຸໄວໄຟ ແລະ ວັດຖຸອັນຕະລາຍອື່ນໆ ທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ຊີວິດ, ຊັບສິນ, ຄວາມສະຫງົບສຸກ ຫລື ສິດສ່ວນບຸກຄົນ ຂອງຄົນອື່ນ ແລະ ປະເທດຊາດ.

ລາຍລະອຽດເພີ່ມຕື່ມທີ່: https://www.laotradeportal.gov.la/kcfinder/upload/files/Legal_1576484281lo_LA.pdf

ຕິດຕໍ່ສອບຖາມເພີ່ມເຕີບ ກົມຄື້ນຄວາມຖີ່, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເບີໂທ +856 21 833 006
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment