ຫວຽດນາມ ອັນດັບ #3 ການລົງທຶນໃນລາວ 2019


ການລົງທຶນຂອງ ບໍລິສັດ ສສ ຫວຽດນາມ ຢູ່ ສປປ ລາວ ໃນປະຈຸບັນ ມີທັງໝົດ 413 ໂຄງການ ໂດຍລວມມີເງິນລົງທຶນທັງໝົດ 4.22 ຕື້ ໂດລາສະຫະລັດ, ກາຍເປັນປະເທດ ອັນດັບ #3 ທີ່ມີການລົງທຶນ ສູງສຸດ ຢູ່ ສປປ ລາວ. ຕາມແຜນການ, ສສ ຫວຽດນາມ ຍັງຈະມີການ ຈັດຊື້ ກະແສໄຟຟ້າ ຈາກ ສປປ ລາວ ຈໍານວນ 5,000 MW ຈົນຮອດປີ 2030. 

ນາຍົກລັດຖະມົນຕີ ຂອງ ສສ. ຫວຽດນາມ ທ່ານ Nguyen Xuan Phuc ໄດ້ກ່າວໃນກອງປະຊຸມ ສົ່ງເສີມການຮ່ວມມືກັບ ສປປ ລາວ ໃນວັນທີ 7 ທັນວາ 2019 ທີ່ ສສ. ຫວຽດນາມວ່າ ໃນ 10 ເດືອນຕົ້ນປີ 2019 ການຄ້າຮ່ວມ ລະຫວ່າງ 2 ປະເທດ ໄດ້ກ້າວສູ່ບາດກ້າວໃໝ່ ໂດຍມີຍອດເງິນຈາກການປະກອບການຮ່ວມ ຂອງສອງປະເທດ ສູງເຖິງ 1.1-1.2 ຕື້ ໂດລາສະຫະລັດ. ການສົ່ງອອກ ຈາກ ສປປ ລາວ ມາ ສສ ຫວຽດນາມ ມີມູນຄ່າສູງເຖິງ 400 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 16%).

ມາຮອດປະຈຸບັນ ການລົງທຶນ ຂອງ ສສ. ຫວຽດນາມ ຢູ່ ສປປ ລາວ ມີທັງໝົດ 413 ໂຄງການ ໂດຍມີເງິນລົງທຶນທັງໝົດ 4.22 ຕື້ ໂດລາສະຫະລັດ ກາຍເປັນປະເທດອັນດັບ #3 ທີ່ມີການລົງທຶນສູງສຸດຢູ່ສປປ ລາວ. ສສ ຫວຽດນາມ ຕົກລົງ ທີ່ຈະຊື້ກະແສໄຟຟ້າ ຈາກລາວ ຈໍານວນ 1,200 MW ຊຶ່ງກາຍເປົ້າໝາຍ ຈາກເດີມ ທີ່ຕັ້ງໄວ້ແມ່ນ 1,000 MW ໃນປີ 2020 ແລະ ຍັງຈະເພີ່ມການຊື້ ກະແສໄຟຟ້າ ຂຶ້ນຕື່ມ ຮອດ 5,000 MW ໃນປີ 2030. 

ສສ ຫວຽດນາມ ຍັງໃຫ້ເງິນຊ່ວຍເຫຼືອ ແກ່ສປປ ລາວ ມູນຄ່າ 707 ຕື້ ດົ້ງ ສະກຸນເງິນ ຫວຽດນາມ ໃນສົກປີ 2019 ເພີ່ມຂຶ້ນ 18.4% ເມື່ອປຽບທຽບໃສ່ປີ 2018. 

ໃນຕົ້ນປີ 2019, ສສ ຫວຽດນາມ ໄດ້ສະໜອງເມັດພັນເຂົ້າ 300 ໂຕນ ເພື່ອຊ່ວຍ ສປປ ລາວ ຈາກໄພພິບັດທາງທໍາມະຊາດ. 

ສສ ຫວຽດນາມ ຍັງໃຫ້ທຶນການສຶກສາ ຫຼາຍກ່ວາ 1,000 ທຶນ ແກ່ນັກຮຽນລາວ ເພື່ອໃຫ້ສາມາດ ໄປສຶກສາຕໍ່ ທີ່ປະເທດ ຫວຽດນາມ, ແລະ ຍັງມີການສືບຕໍ່ ການສົ່ງອາຈານ ຈາກ ສສ ຫວຽດນາມ ມາສອນພາສາຫວຽດນາມ ຢູ່ ສປປ ລາວ ແລະ ຍັງມີການໃຫ້ການຊ່ວຍເຫຼືອທາງດ້ານການເງິນ ໃຫ້ການຝຶກອົບຮົມ ການຮຽນພາສາຫວຽດນາມ ໄລຍະ 4 ເດືອນ ຢູ່ ສປປ ລາວ ນໍາຕື່ມ. 

ແຫຼ່ງຂ່າວ: tinnhanhchungkhoan
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment