ຈໍານວນສະຖິຕິ ພະສົງ ສໍາມະເນນ ແລະ ວັດ ໃນ ສປປ ລາວ ຮອດປີ 2019



ກອງ​ປະ­ຊຸມ​ຄົບ​ຄະ­ນະ​ກຳ­ມະ­ການ​ສູນ​ກາງ ອົງ­ການ​ສາ­ສະ­ໜາ​ສຳ­ພັນ​ລາວ (ອພສ) ປະ­ຈຳ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 19-20 ທັນ­ວາ 2019 ທີ່​ຫໍ​ທຳ​ມະ​ສະ­ພາ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ ພະ​ຍອດ​ແກ້ວ​ມະ­ຫາ​ສັງ­ຄະ​ສຸ​ທັມ­ມາ ທິ​ບໍ­ດີ ມະ­ຫາ​ງອນ ດຳ​ຣົງ​ບຸນ ຣັດ​ຕະ​ນະ­ມະ​ຫາ​ສັງ­ຄະ​ປາ​ໂມກ ປະ­ທານ​ສູນ​ກາງ ອພສ ລາວ ມີ​ພະ​ເຖ­ລາ­ນຸ­ເຖລະ ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ທ່ານ ທອງ​ຈັນ ມະ­ນີ​ໄຊ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ພາຍ​ໃນ ບັນ­ດາ​ປະ­ທານ ອພສ ແຂວງ ຄອບ­ຄົວ​ການ​ນຳ​ພັກ-ລັດ ແລະ ຜູ້​ຊົງ​ຄຸນ​ວຸດ​ທິ​ເຂົ້າ​ຮ່ວມ. 


ກອງ​ປະ­ຊຸມ​ໄດ້​ພ້ອມ​ກັນ​ຮັບ​ຟັງ​ລາຍ​ງານ​ຜົນ­ສຳ­ເລັດ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ສະ­ໄໝ​ທີ VII ຂອງ ອພສ ລາວ ປີ 2019 ໃນ​ນັ້ນ ໄດ້​ສັງ­ເກດ​ຕີ​ລາ­ຄາ​ຄືນ​ດ້ານ​ດີ ດ້ານ​ອ່ອນ ແລະ ບົດ­ຮຽນ ທີ່​ຖອດ​ຖອນ​ໄດ້ ແລະ ສະ ເໜີ​ທິດ​ທາງ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ແຕ່​ລະ­ກຳ​ມາ​ທິ​ການ ປີ 2020 ໃນ ອພສ ທຸກ​ແຂວງ​ທົ່ວ​ປະ­ເທດ ໃນ 1 ປີ­ຜ່ານ­ມາ ສູນ​ກາງ ອພສ ແລະ ອພສ ແຂວງ ໄດ້​ເຮັດ​ສຳ­ເລັດ​ຫຼາຍ​ວຽກ​ງານ​ທີ່​ພົ້ນ​ເດັ່ນ ໄດ້​ເອົາ­ໃຈ­ໃສ່​ບູ­ລະ­ນະ​ຂໍ້​ກຳ­ນົດ​ກົດ​ລະ­ບຽບ ແບບ­ແຜນ​ວິ­ທີ​ການ​ເຮັດ​ວຽກ​ຕ່າງໆ ໃນ​ການ​ປົກ­ຄອງ​ພະ­ສົງ​ທົ່ວ​ປະ­ເທດ ແລະ ຄຸ້ມ​ຄອງ​ພະ​ພຸດ​ທະ​ສາ­ສະ­ໜາ​ເພື່ອ​ຮັບ­ປະ­ກັນ​ຄວາມ​ສັກ­ສິດ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ພະ­ສົງ​ລາວ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເຮັດ​ໃຫ້​ພະ­ສົງ-ສາ­ມະ­ເນນ​ຢຶດ​ໝັ້ນ ແລະ ປະ­ຕິ­ບັດ​ຕາມ​ທັມ­ມະ​ວິ­ໄນ ຄຳ​ສັ່ງ­ສອນ​ຂອງ​ພະ​ສຳ​ມາ​ສຳ​ພຸດ­ທະ­ເຈົ້າ ແລະ ກິດ​ຈະ​ວັດ​ຂອງ​ຕົນ​ມີ​ລະ­ບຽບ​ວິ­ໄນ​ຂຶ້ນ​ຕື່ມ ພ້ອມ​ນີ້ ຍັງ​ໄດ້​ເອົາ­ໃຈ­ໃສ່​ເກັບ​ກຳ​ສະ­ຖິ­ຕິ​ພະ­ສົງ​ທົ່ວ​ປະ­ເທດ ປີ 2019 ມີ​ພະ­ສົງ-ສາ­ມະ­ເນນ​ທັງ​ໝົດ 26.661 ອົງ ໃນ​ນັ້ນ ພະ­ສົງ 10.093 ອົງ ສາ­ມະ­ເນນ 16.568 ອົງ ພໍ່​ຂາວ-ແມ່​ຂາວ 724 ຕົນ ມິ​ວັດ​ທັງ​ໝົດ 4.765 ວັດ ໃນ​ນັ້ນ ວັດ​ທີ່​ມີ​ພະ­ສົງ​ອາ­ໄສ​ຢູ່ 3.401 ວັດ ແລະ ວັດ​ທີ່​ບໍ່​ມີ​ພະ­ສົງ​ອາ­ໄສ​ຢູ່ 648 ວັດ

 ນອກ­ຈາກ ອພສ ສູນ​ກາງ​ແລ້ວ ອພສ ແຕ່​ລະ​ຂັ້ນ​ກໍ​ໄດ້​ເອົາ­ໃຈ­ໃສ່​ວຽກ​ງານ​ຂອງ​ຕົນ​ຢ່າງ​ຫ້າວ­ຫັນ ອັນ​ໄດ້​ເຮັດ​ໃຫ້​ອົງ­ການ​ພຸດ​ທະ​ສາ­ສະ­ໜາ​ເຮົາ​ມີ​ບົດ­ບາດ​ສູງ​ເດັ່ນ​ຂຶ້ນ​ໃນ​ເວ­ທີ​ພາກ​ພື້ນ ແລະ ສາ­ກົນ ມີ​ຄວາມ​ເຫຼື້ອມ​ໃສ ມີ​ຄວາມ​ສັດ­ທາ​ຈາກ​ສັງ­ຄົມ ກໍ​ຄື ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ເຊິ່ງ​ມັນ​ສະ­ແດງ​ອອກ ມີ​ອອກ​ຕົນ​ຍາດ​ໂຍມ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໄດ້​ສົມ­ທົບ​ວັດ­ຖຸ​ປັດ​ໄຈ​ເຂົ້າ​ໃນ​ການ​ບູ­ລະ­ນະ​ປະ­ຕິ ສັງ​ຂອນ​ວັດ​ວາ​ອາ​ຮາມ ແລະ ສະ­ຖານ­ທີ່​ທ່ອງ​ທ່ຽວ ທາງ​ດ້ານ​ວັດ­ທະ­ນະ­ທຳ​ຕ່າງໆ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ເຮັດ​ໃຫ້​ວັດ ແລະ ສະ­ຖານ­ທີ່​ດັ່ງ­ກ່າວ​ມີ​ຄວາມ​ສວຍ​ສົດ​ງົດ​ງາມ​ເປັນ​ທີ່​ເພິ່ງ​ທາງ​ໃຈ ແລະ ເປັນ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ ປະ­ເທດ​ເຂົ້າ​ມາ​ທ່ຽວ​ຊົມ. 

ໂອ­ກາດ​ນີ້ ທ່ານ​ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຍັງ​ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ກອງ​ປະ­ຊຸມ ກ່ອນ​ອື່ນ​ທ່ານ​ໄດ້​ຕາງ­ໜ້າ​ໃຫ້ ພັກ-ລັດ ກໍ​ຄື ຄະ­ນະ​ກຳ­ມະ­ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ມາ​ຍັງ​ຄະ­ນະ​ກຳ­ມະ­ການ​ສູນ​ກາງ ອພສ ທີ່​ຍາດ​ໄດ້­ຜົນ​ງານ​ອັນ​ພົ້ນ​ເດັ່ນ ໃນ 1 ປີ­ຜ່ານ­ມາ ພ້ອມ​ທັງ​ເນັ້ນ​ໃຫ້​ເອົາ­ໃຈ­ໃສ່​ແກ້​ໄຂ​ຈຸດ​ທີ່​ຍັງ​ຄົງ​ຄ້າງ​ໃນ​ປີ ຜ່ານ​ມາ ເປັນ­ຕົ້ນ ການ​ແກ້​ໄຂ​ສະ­ພາບ​ຂອງ​ພະ­ສົງ​ສາ­ມະ­ເນນ ທີ່​ເຄື່ອນ​ໄຫວ​ບໍ່​ສອດ­ຄ່ອງ​ກັບ​ຫຼັກ​ສິນ​ທຳ ລະ­ບຽບ​ກົດ­ໝາຍ​ທີ່​ບໍ່​ທັນ​ໜັກ​ແໜ້ນ ຂາດ​ຄວາມ​ເປັນ​ເອ­ກະ​ພາບ​ກັນ ແລະ ແກ່­ຍາວ​ບໍ່​ເດັດ­ຂາດ ເພີ່ມ​ທະ­ວີ​ຄວາມ​ເປັນ​ເອ­ກະ​ພາບ​ຂອງ​ພະ­ສົງ​ສາ­ມະ­ເນນ ຄະ­ນະ​ປະ­ຈຳ​ສູນ​ກາງ ອພສ ຄະ­ນະ​ນຳ ອພສ ຂັ້ນ​ຕ່າງໆ ເພື່ອ​ແນ­ໃສ່​ຮັບ­ປະ­ກັນ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ການ​ຄຸ້ມ​ຄອງ​ພະ­ສົງ-ສາ­ມະ­ເນນ ທີ່​ຈະ​ອອກ​ໄປ​ສຶກ​ສາ​ຢູ່​ຕ່າງ­ປະ­ເທດ ກຳ­ມາ​ທິ​ການ​ສຶກ​ສາ​ສົງ​ຄວນ​ມີ​ການ​ຄົ້ນ­ຄວ້າ​ລະ­ອຽດ ພ້ອມ​ທັງ​ມີ​ການ​ປະ­ສານ​ສົມ­ທົບ​ແໜ້ນ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ເພື່ອ​ແນ­ໃສ່​ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ສົງ​ໃຫ້​ໄດ້​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ.

Cr. ໜັງສຶພິມວຽງຈັນໃໝ່
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment