ນັກຮຽນຊັ້ນມັດທະຍົມ ໃນ ສປປ ລາວ ຈະໄດ້ຮັບໂອກາດ ໃນການຮຽນພາສາເກົາຫຼີ


ສປປ ລາວ ຈະນໍາເອົາຫຼັກສູດການຮຽນ ພາສາເກົາຫຼີ ເຂົ້າສູ່ຫຼັກສູດການຮຽນ ໃນຊັ້ນມັດທະຍົມ ໂດຍຈະເລີ້ມການຈັດ ຕັ້ງປະຕິບັດ ໃນຕົ້ນປີ 2020 ນີ້.

ພິທິລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະມົນຕີກະຊວງສຶກສາ ຂອງ ສ. ເກົາຫຼີ ທ່ານນາງ Yoo Eun-hae ແລະ ຮອງລັດຖະມົນຕີ ກະຊວງສຶກສາ ແລະ ກິລາ ຂອງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 26 ພະຈິກ 2019 ໃນລະຫວ່າງ ກອງປະຊຸມ ASEAN-Republic of Korea Commemorative Summit ຢູ່ເມືອງ ປູຊານ, ສ. ເກົາຫຼີ. 


ພາຍໃຕ້ບົດບັນທຶກ ຄວາມເຂົ້າໃຈ, ລັດຖະບານ ແຫ່ງ ສປປ ລາວ ຈະນໍາສະເໜີ ຫຼັກສູດພາສາ ເກົາຫຼີ ເຂົ້າໃນ ຫຼັກສູດການຮຽນສາມັນ ໃນຊັ້ນ ມັດທະຍົມ ໃນຕົ້ນປີ 2020 ໂດຍຈະເລີ້ມທົດລອງນໍາໃຊ້ທົດລອງ ໃນ 3 ໂຮງຮຽນ ມັດທະຍົມ ໃນ ນະຄອນຫຼວງວຽງຈັນ. ສ່ວນລັດຖະບານ ຂອງ ສ. ເກົາຫຼີ ຈະສົ່ງ ອາຈານສອນ ພາສາເກົາຫຼີ ມາ ສປປ ລາວ, ເພື່ອມາຊ່ວຍເຫຼືອ ແລະ ສະໜັບສະໜູນ ອາຈານສອນພາສາເກົາຫຼີ ທ້ອງຖິ່ນ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ຍັງຈະໃຫ້ການຊ່ວຍເຫຼືອທາງດ້ານການເງິນ ໃຫ້ແກ່ບັນດາ ມະຫາວິທະຍາໄລ ຂອງລັດ ອີກດ້ວຍ. 

ສ່ວນປະເທດ ກໍາປູເຈຍ ແລະ  ມຽນມາ ກໍ່ໄດ້ມີການເຊັນສັນຍາ ນໍາຫຼັກສູດການຮຽນ ພາສາເກົາຫຼີ ເຂົ້າສູ່ ລະບົບການຮຽນຊັ້ນມັດທະຍົມ ເຊັນດຽວກັນ.

ໃນປະຈຸບັນມີ 5 ປະເທດ ໃນອາຊຽນ ທີ່ນໍາໃຊ້ຫຼັກສູດການຮຽນ ພາສາເກົາຫຼີ ເຂົ້າສູ່ຫຼັກສູດການຮຽນ ຊັ້ນມັດທະຍົມ ປະກອບມີ ໄທ, ຟິລິປິນ, ມາເລເຊຍ, ອິນໂດເນເຊຍ ແລະ ຫວຽດນາມ ໂດຍມີນັກຮຽນ ທີ່ຮຽນພາສາເກົາຫຼີ ທັງໝົດ ປະມານ 50,000 ຄົນ ໃນ 200 ໂຮງຮຽນມັດທະຍົມ ທົ່ວ ອາຊຽນ.

ສະເພາະ ຢູ່ປະເທດໄທ ມີໂຮງຮຽນ 133 ແຫ່ງ ມີນັກຮຽນທັງໝົດ 40,500 ທີ່ໄດ້ຮັບຜົນປະໂຫຍດ ຈາກການຮຽນພາສາເກົາຫຼີ. 

ສ. ເກົາຫຼີ ຍັງມີແຜນ ຈະຂະຫຍາຍຫຼັກສູດການສອນພາສາເກົາຫຼີ ໄປຍັງໂຮງຮຽນ ຊັ້ນມັດທະຍົມ ຢູ່ ສິງກະໂປ ແລະ ບຣູໄນ ພາຍໃນປີ 2022 ເພື່ອໃຫ້ທຸກຊາດ ໃນອາຊຽນ ສາມາດໄດ້ຮັບໂອກາດ ໃນການຮຽນພາສາເກົາຫຼີ. 

ສໍານັກຂ່າວ: yna




Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment