ແຜນດິນໄຫວ 6.8 ແມັກນິຈູດ ສັ່ນ ຟິລິປີນ !



ແຜ່ນດິນໄຫວທີ່ ຟີລິປີນ 6.8 ແມັກນິຈູດ

ເກີດເຫດແຜ່ນດິນໄຫວ ທີ່ ເມືອງ ດາເວົາ ເທິງເກາະ ມິນດາເນົາ ທາງພາກໃຕ້ຂອງຟີລິປີນ ຂະຫນາດ 6.8 ແມັກນິຈູດ ໃນມື້ນີ້ ໂດຍມີສູນກາງແຜ່ນດິນໄຫວຢູ່ເລິກລົງໃຕ້ດິນ 28.2 ກິໂລແມັດ, ມີລາຍງານຜູ້ເສຍຊີວິດ 1 ຄົນ ເປັນເດັກນ້ອຍຍິງອາຍຸ 6 ປີ ແລະ ມີຜູ້ບາດເຈັບ 14 ຄົນ. ປັດຈຸບັນເຈົ້າຫນ້າທີ່ຢູ່ລະຫວ່າງການປະເມີນຄວາມເສຍຫາຍ, ເບື້ອງຕົ້ນມີລາຍງານ ຖະຫນົນຫົນທາງ ອາຄານບ້ານເຮືອນ ໄດ້ຮັບຄວາມເສຍຫາຍ ແລະ ບໍ່ມີໄຟຟ້າໃຊ້.





Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment