ນວດໄທ ຖືກຮັບຮອງ ເປັນມໍລະດົກໂລກແລ້ວ !


ອົງການ ຢູເນສໂກ້ (UNESCO) ປະກາດຂຶ້ນທະບຽນຮັບຮອງເອົາ ນວດໄທ ເປັນມໍລະດົກວັດທະນາທໍາ ທີ່ຈັບບາຍບໍ່ໄດ້ ຂອງມະນຸດຊາດ ຖືເປັນ ມໍລະດົກ ທາງວັດທະນາທໍາ ລະດັບທີ 2 ທີ່ໄທ ໄດ້ມາ ພາຍຫຼັງ ໂຂນ ໄດ້ຖືກຮັບຮອງໄປ ໃນປີ 2018. 

ຢູ່ກອງປະຊຸມຄະນະກໍາມະການຮ່ວມ ລັດຖະບານ ຕາມພາຄີ ອະນຸສັນຍາ ວ່າດ້ວຍການສະຫງວນຮັກສາ ມໍລະດົກວັດທະນາທໍາທີ່ຈັບຕ້ອງບໍ່ໄດ້ ຂອງ ຢູເນສໂກ້ ຄັ້ງທີ 14 ທີ່ໄຂຂຶ້ນ ໃນໄລຍະວັນທີ 8-14 ທັນວາ 2019 ປະເທດ ໂຄລໍາເບຍ ຮັບຮອງ ແລະ ປະກາດໃຫ້ ນວດໄທ ຂຶ້ນທະບຽນ ໃນລາຍການ ຕົວແທນມໍລະດົກທາງວັດທະນາທໍາ ທີ່ຈັບຕ້ອງບໍ່ໄດ້ຂອງມະນຸດຊາດ. 


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment