ກຸ່ມໄອດອລ ນາວີ ຈາກ ສປປ ລາວ ບິນຮ່ວມສະແດງສົດ ຢູ່ເມືອງ ຄຸມາໂມໂຕ້ ປະເທດຍີ່ປຸ່ນ



ເທື່ອທໍາອິດ ໃນປະຫວັດສາດ ກຸ່ມໄອດອລ ຈາກ ສປປ ລາວ ຮ່ວມການສະແດງສົດ ຢູ່ເມືອງຄຸມາໂມໂຕ້ ປະເທດຍີ່ປຸ່ນ

ກຸ່ມໄອດອລ ຈາກສປປ ລາວ ທີ່ມີຊື່ວ່າ Lao Navy ໄດ້ຂຶ້ນເວທີ ສະແດງສົດ ຢູ່ເມືອງຄຸມາໂມໂຕ້ ທາງພາກໃຕ້ ຂອງປະເທດຍີ່ປຸ່ນ ໃນວັນທີ່ 08/12/2019 ທີ່ຜ່ານມາ.​

ກຸ່ມໄອດອລ ລາວນາວີ ເປັນກຸ່ມທີ່ປະກອບມີ ຜູ້ຍິງ 7 ຄົນ ຈາກໂຮງຮຽນມັດທະຍົມປາຍ ແລະ ມະຫາວິທະຍາໄລ ໃນ ສປປ ລາວ ໂດຍຄັດເລືອກຈາກທັງໝົດ 50 ຄົນ ທີ່ສະໝັກເຂົ້າມາ ໃນເດືອນສິງຫາ ທີ່ຜ່ານມາ.​

ພາຍຫຼັງເປີດໂຕຢ່າງເປັນທາງການ ແລະ ເອີ້ນຕົນເອງວ່າ ເປັນ ໄອດອລຍິງກຸ່ມທໍາອິດ ໃນສປປ ລາວ, ກຸ່ມໄອດອລ ດັ່ງກ່າວ ໄດ້ຮ່ວມການສະແດງໃນຫຼາຍໆງານ. ພວກເຂົາໃສ່ຊຸດ ສະໄຕຮ Navy Blue ແບບຍີ່ປຸ່ນ ແລະ ຝຶກຊ້ອມ ໂດຍຜ່ານສອງບົດເພງ ທີ່ເປັນເພງ ຍີ່ປຸ່ນ ແລະ ເພງ ລາວ ແລະ ມີການເຕັ້ນທີ່ນ່າຮັກ ແປກຕາ. 

ກຸ່ມໄອດອລ ຈາກລາວ ໄດ້ສ້າງຄວາມມ່ວນຊື່ນ ໃຫ້ກັບຄົນຍີ່ປຸ່ນ ໂດຍສະເພາະ ຊາວເມືອງ ຄຸມາໂມໂຕ້ ທີ່ມາຮ່ວມງານ. 

ນາງ ເອມີ ອາຍຸ 20 ປີ ນັກຮຽນເອກພາສາຍີ່ປຸ່ນ ຈາກມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວວ່າ: ຂ້ອຍມີຄວາມຕື່ນເຕັ້ນຫຼາຍ ທີ່ໄດ້ຮັບໂອກາດ ໃຫ້ມາຮ່ວມສະແດງ ໃນງານນີ້, ຂ້ອຍມີຄວາມສຸກຫຼາຍ ທີ່ໄດ້ໂອລົມ ສົນທະນາ ກັບຄົນຍີ່ປຸ່ນ.​

ທ່ານ Junichiro Ichikawa, ຊຶ່ງເປັນຄົນຍີ່ປຸ່ນ ແລະ ໄດ້ດໍາລົງຊີວິດ ຢູ່ສປປ ລາວ ມາຫຼາຍປີ ພ້ອມທັງເປັນຜູ້ກໍ່ຕັ້ງ ກຸ່ມດັ່ງກ່າວ ໄດ້ກ່າວວ່າ: ຂ້ອຍຢາກເຫັນກຸ່ມໄອດອລຈາກສປປ ລາວ ທີ່ສາມາດເຊື່ອມຕໍ່ ສາຍພົວພັນລະຫວ່າງ ສອງປະເທດ ລາວ ຍີ່ປຸ່ນ.​


Source: NHK Japan
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment