ດີເກີນຄາດ ການຕອບຮັບໂຄງການ “ທູບ໋ອກ ເປີດໃຈຮັບປະສົບການໃໝ່”


ໄວໜຸ່ມລາວ ໃຫ້ການຕອບຮັບໂຄງການ “ທູບ໋ອກ ເປີດໃຈຮັບປະສົບການໃໝ່” ດີເກີນຄາດຈົນເກີດເປັນກະແສໂດ່ງດັງໄປທົ່ວໂລກອອນລາຍນ໌.

ໂຄງການ Open To More Challenge ຫຼື “ເປີດໃຈຮັບປະສົບການໃໝ່” ທີ່ຈັດໂດຍ ທູບ໋ອກ, ເປັນໂຄງການຮູບແບບໃໝ່ທີ່ໜ້າຕື່ນເຕັ້ນ, ໂດ່ງດັງ ແລະ ເກີດເປັນກະແສຢູ່ໃນໂລກອອນລາຍນ໌ພໍສົມຄວນ ຈົນເຮັດໃຫ້ມີຜູ້ສົນໃຈ ແລະ ສົ່ງຄຣິບວີດິໂອເຂົ້າມາຢ່າງຫຼວງຫຼາຍ. ໂຄງການນີ້ໄດ້ສົ່ງເສີມໃຫ້ພວກເຂົາກ້າເຮັດ, ກ້າສະແດງອອກ ແລະ ກ້າອອກໄປຄົ້ນພົບພໍ້ສິ່ງໃໝ່ໆ ເຊິ່ງສອດຄ່ອງກັບແຄມເປນ Open To More ຂອງທູບ໋ອກ ທີ່ໃຊ້ກັບທຸກໆຕະຫຼາດໃນທົ່ວໂລກ ໂດຍໄດ້ເນັ່ນການສົ່ງເສີມໃຫ້ຜູ້ບໍລິໂພກ ກ້າລອງ-ກ້າເຮັດ ແລະ ປົດປ່ອຍຄວາມເປັນອິດສະຫຼະ ໂດຍຜ່ານການອອກໄປຄົ້ນຫາ ແລະ ພົບກັບປະສົບການໃໝ່ໆ ເພື່ອໃຫ້ກາຍເປັນຄົນໃໝ່.

ໂຄງການ “ເປີດໃຈຮັບປະສົບການໃໝ່” ຂອງທູບ໋ອກ ໄດ້ເລີ່ມມາຕັ້ງແຕ່ວັນທີ 20 ກັນຍາ 2019 ທີ່ເຊີນຊວນໃຫ້ຜູ້ບໍລິໂພກ ສົ່ງຄລິບວີດິໂອ ໂຕເອງທີ່ເຮັດກິດຈະກຳໃດໜຶ່ງທີ່ບົ່ງບອກເຖິງ “ການເປີດໃຈຮັບປະສົບການໃໝ່” ທີ່ສາມາດເຮັດໄດ້ງ່າຍໆໃນຫຼາຍຮູບແບບ; ທີ່ກະຕຸ້ນໃຫ້ເຂົາກ້າວອອກຈາກຈຸດທີ່ໂຕເອງສະດວກສະບາຍ ແລ້ວລົງມືເຮັດສິ່ງໃໝ່ໆ, ທີ່ສະແດງເຖິງແນວຄວາມຄິດສ້າງສັນ ແລະ ຄວາມກ້າສະແດງອອກຂອງຄົນລາວ ເພື່ອເປັນການສົ່ງເສີມໃຫ້ຜູ້ບໍລິໂພກກ້າເຮັດສິ່ງໃໝ່ໆ ທູບ໋ອກ ໄດ້ມອບລາງວັນ ທຣິບເດີນທາງທ່ອງທ່ຽວຮອບໂລກ 5 ທະວີບ 5 ປະເທດ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆໃຫ້ແກ່ຜູ້ຊະນະທັງ 3 ຄົນ ທີ່ຈະຮ່ວມເດີນທາງກັບ 2 ຄົນດັງໃນລາວ.

“ຈຸດປະສົ່ງທີ່ແທ້ຈິງຂອງ ໂຄງການ ເປີດໃຈຮັບປະສົບການໃໝ່ ແມ່ນເພື່ອສ້າງແຮງບັນດານໃຈໃຫ້ຄົນລາວ ກ້າລອງ-ກ້າເຮັດ ໃນສິ່ງໃໝ່ໆ ເພື່ອໃຫ້ກາຍເປັນຄົນໃໝ່. ພຽງແຕ່ມີໃຈມັກ ແລະ ມີຄວາມກະຕືລືລົ້ນ ໃນການກ້າລອງ ແລະ ກ້າເຮັດສິ່ງໃໝ່ໆ ເທົ່ານີ້ທ່ານກໍ່ຈະໄດ້ສຳພັດກັບປະສົບການໃໝ່ທີ່ລໍຖ້າທ່ານໃຫ້ອອກໄປຄົ້ນຫາ. ເມື່ອພວກເຮົາໄດ້ເບິ່ງຄຣິບວີດິໂອທີ່ຖືກສົ່ງເຂົ້າມາ ພວກເຮົາກໍ່ໄດ້ເຫັນເຖີງຄວາມຕັ້ງໃຈ ແລະ ຄວາມພະຍາຍາມຂອງພວກເຂົາ ເຖີງວ່າຈະມີຈຳນວນບໍ່ຫຼາຍກໍ່ຕາມ ແຕ່ວີດິໂອກໍ່ເຕັມປຽມໄປດ້ວບຄຸນນະພາບ ມັນເປັນການສະແດງໃຫ້ເຫັນວ່າ ພວກເຂົາເຫຼົ່ານັ້ນໄດ້ເຂົ້າເຖິງການເປີດໃຈຮັບປະສົບການໃໝ່ ແລະ ຊອກຫາແຮງບັນດານໃຈໃໝ່ໆ ພຽງແຕ່ກ້າລອງ ແລະ ກ້າເຮັດ. ໃນນັ້ນພວກເຂົາຍັງໄດ້ສະແດງໃຫ້ເຫັນເຖິງຄວາມເຂົ້າໃຈຢ່າງແທ້ຈິງ ແລະ ຮັບຮູ້ເຖິງຄວາມໝາຍທີ່ ທູບ໋ອກ ຕ້ອງການສື່ສານອອກໄປ” ກ່າວໂດຍ ວິກເຕີ ຊ່ອງ ຜູ້ອຳນວຍການຝ່າຍການຕະຫຼາດຂອງ ບໍລິສັດ ເບຍລາວ ຈຳກັດ.

“ຄລິບວີດິໂອໄດ້ຖືກສົ່ງເຂົ້າມາຫາພວກເຮົາຢ່າງຕໍ່ເນື່ອງ ແລະ ໃນມື້ປິດຮັບ ພວກເຮົາໄດ້ຄລິບວີດິໂອທີ່ມີຄຸນນະພາບທັງໝົດຢູ່ 58 ຄລິບວີດິໂອ ມັນສະແດງໃຫ້ເຫັນເຖີງພະລັງອັນແຮງກ້າ, ສັກກະຍະພາບ ແລະ ຄວາມກະຕືລືລົ້ນຂອງໄວໜຸ່ມ ໃນການກ້າລອງ-ກ້າເຮັດສິ່ງໃໝ່ໆ. ໃນແຕ່ລະຄລິບວີດິໂອຜູ້ເຂົ້າຮ່ວມໄດ້ສື່ສານການເປີດໃຈຮັບປະສົບການໃໝ່ ອອກມາໄດ້ດີຫຼາຍ ຈົນເຮັດໃຫ້ຄະນະກຳມະການແນ່ນອນວ່າໜັກໃຈ ແລະ ຄິດໜັກພໍສົມຄວນໃນການຄັດເອົາຜູ້ທີ່ຈະຜ່ານເຂົ້າໄປສູ່ຮອບສຸດທ້າຍ” ທ່ານ ວິກເຕີ ຊ່ອງ ໄດ້ກ່າວເພີ່ມເຕີມ.

58 ຄລິບວີດິໂອທີ່ໄດ້ສົ່ງເຂົ້າມານັ້ນ ໄດ້ຖືກຄັດໃຫ້ເຫຼືອ 10 ຄລິບວີດິໂອ ແລະ ໃນທີ່ສຸດກໍ່ໄດ້ 3 ຄົນສຸດທ້າຍທີ່ໄດ້ຄະແນະສູງສຸດ ແລະ ເປັນຜູ້ຊະນະເຊິ່ງໄດ້ແກ່ Win William ຄລິບວີດິໂອ1, Soukphaphone Phongsyla ຄລິບວີດິໂອ2 ແລະ Joun-Jk Moukdahane ຄລິບວີດິໂອ3 ໂດຍຮ່ວມເດີນທາງພ້ອມກັບ 2 ສິນລະປິນເຊິ່ງໄດ້ແກ່ Nok Phonethamaly Chitpanya ແລະ Maylaong Xisanon ທີ່ຈະອອກໄປທ່ອງທ່ຽວ 5 ທະວີບ 5 ປະເທດ ໃນຕົ້ນປີໜ້ານີ້.


ໃນຂະນະທີ່ໂຄງການດຳເນີນຢູ່ ເຖິງວ່າຈະມີອຸປະສັກຫຼາຍພຽງໃດກໍ່ຕາມ ແຕ່ວ່າທັງ 4 ຄົນດັງ ກໍ່ໄດ້ທຸ່ມເທ ແລະ ຜ່ານຜ່າມາຈົນສຳເລັດ ເຊິ່ງມັນສະທ້ອນໃຫ້ເຫັນເຖິງຄວາມຮັກ ແລະ ຄວາມຕັ້ງໃຈໃນການຢາກເປັນສ່ວນຮ່ວມໃຫ້ກັບແຟນຄຣັບຂອງພວກເຂົາເຈົ້າ ພ້ອມກັນນັ້ນພວກເຂົາຍັງໄດ້ສ້າງກະແສ  ແລະ ສ້າງການຮັບຮູ້ໃຫ້ກັບຜູ້ບໍລິໂພກໄດ້ເຂົ້າຖຶງຄວາມໝາຍທີ່ແທ້ຈິງຂອງໂຄງການ. ສຳລັບ Olay Phothimard ແລະ Bob Freeman ທີ່ຕິດພາລະກິດ ແລະ ບໍ່ສາມາດຮ່ວມເດີນທາງໃນຄັ້ງນີ້ໄດ້ ແຕ່ວ່າພວກເຂົາທັງສອງຍັງຄົງຮັກ ແລະ ສັດທາ ໃນເຈດຕະນາລົມ ຂອງ ທູບ໋ອກ ທີ່ເນັ້ນສົ່ງເສີມຜູ້ບໍລິໂພກໃຫ້ ກ້າລອງ ແລະ ກ້າເຮັດສິ່ງໃໝ່ໆ ຢູ່ສະເໝີ.

ທ່ານ ວິກເຕີ ຊ່ອງ ກ່າວຕໍ່ອີກວ່າ “ຜ່ານໂຄງການນີ້ ທູບ໋ອກ ໄດ້ສ້າງແຮງບັນດານໃຈ ໃຫ້ຜູ້ບໍລິໂພກ ກ້າເປີດຮັບປະສົບການໃໝ່ ດ້ວຍການກ້າລອງ ແລະ ກ້າເຮັດສິ່ງໃໝ່ໆ ສໍາລັບພວກເຮົາຖືວ່າປະສົບຜົນສໍາເລັດ ແລະ ພວກເຮົາມຸ່ງໝັ້ນທີ່ຈະຈັດການປະກວດອີກຄັ້ງໃນປີ 2020 ແລະ ຫວັງຢ່າງຍິ່ງວ່າຈະໄດ້ເຫັນຜູ້ບໍລິໂພກເຂົ້າຮ່ວມໂຄງການຫຼາຍຂື້ນ ແລະ ໄດ້ຮັບລາງວັນທີ່ດີແບບນີ້ອີກຄັ້ງ.”

ສຳລັບຂໍ້ມູນເພີ່ມເຕີມ ແລະ ລາຍລະອຽດຂອງຜູ້ຊະນະສາມາດເຂົ້າໄປເບິ່ງໄດ້ທີ່
https://www.facebook.com/TuborgLaos/

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment