ບໍລິສັດເບຍລາວ ຈໍາກັດ ມອບທຶນການສຶກສາ ຢູ່ນະຄອນຫຼວງວຽງຈັນ


ບໍລິສັດເບຍລາວ ຈໍາກັດ ສືບຕໍ່ປະກອບສ່ວນ ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ຢູ່ນະຄອນຫຼວງວຽງຈັນ 

ພິທີມອບທຶນການສຶກສາ ຈາກບໍລິສັດ ເບຍລາວ ຈໍາກັດ  ໃຫ້ແກ່ນັກຮຽນ ຜູ້ທີ່ຮຽນດີ ຮຽນເກັ່ງ ແຕ່ມີຄວາມຂາດເຂີນ ທາງດ້ານທຶນຮອນ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 29 ພະຈິກ 2019 ຢູ່ທີ່ຫ້ອງປະຊຸມໃຫ່ຍ ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອາຈານ ສີວອນ ຫອມປິ່ນແກ້ວ, ຮອງໜົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລ ແຫ່ງຊາດ ແລະ ທ່ານ ປອ ຄໍາສຸກ ແກ້ວວົງຊາຍ, ຮອງອໍານວຍການ ສະຖາບັນວິຈິດສິນແຫ່ງຊາດ ແລະ ມອບໂດຍ ທ່ານ ເຮັນລິກ ຈູ ເອັນເດີຊັນ (HENRIK JUEL ANDERSEN), ຜູ້ອໍານວຍການໃຫຍ່ ບໍລິສັດເບຍລາວ ຈໍາກັດ. ໃນສົກປີ 2019-2020 ມີນັກຮຽນທີ່ໄດ້ຮັບທຶນ ຈາກມະຫາວິທະຍາໄລແຫ່ງຊາດ ທັງໝົດ 120 ທຶນ ແລະ ຈາກສະຖາບັນວິຈິດສິນແຫ່ງຊາດ ຈໍານວນ 30 ທຶນ. 

ການມອບທຶນການສຶກສາດັ່ງກ່າວ ແມ່ນມີຈຸດປະສົງເພື່ອສືບຕໍ່ ຊຸກຍູ້ໃຫ້ນັກສຶກສາທີ່ມີຄຸນສົມບັດດີ ຮຽນດີ ຮຽນເກັ່ງ ແຕ່ຂາດເຂີນທາງດ້ານທຶນຮອນ ໃຫ້ສາມາດສຶກສາຮໍ່າຮຽນຕໍ່ ຈົນຈົບການສຶກສາ ຊຶ່ງເປັນໂຄງການທີ່ມີຄວາມສໍາຄັນ ແລະ ມີສ່ວນຮ່ວມ ຕໍ່ການພັດທະນາບຸກຄະລາກອນ ສອດຄ່ອງກັບແນວທາງຂອງພັກ ແລະ ລັດຖະບານ. 


ເລີ້ມຕັ້ງແຕ່ປີ 2010 ເປັນຕົ້ນມາ ບໍລິສັດເບຍລາວ ຈໍາກັດ ໄດ້ມອບທຶນການສຶກສາ ຈໍານວນ 170 ທຶນ ໃຫ້ແກ່ນັກສຶກສາຂອງ 4 ສະຖາບັນ ປະກອບມີ ມະຫາວິທະຍາໄລແຫ່ງຊາດ, ສະຖາບັນວິຈິດສິນແຫ່ງຊາດ, ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລຈໍາປາສັກ. ມາຮອດປີ 2015 ບໍລິສັດເບຍລາວ ໄດ້ເພີ່ມຈໍານວນທຶນການສຶກສາ ໃຫ້ຕື່ມອີກ 3 ສະຖາບັນ ຄື ມະຫາວິທະຍາໄລ ສະຫວັນນະເຂດ, ວິທະຍາໄລ ຄູສະຫວັນນະເຂດ ແລະ ວິທະຍາໄລຄູຈໍາປາສັກ ລວມທັງໝົດເປັນ 7 ສະຖາບັນ 330 ທຶນ ໃນທົ່ວປະເທດ ຈົນເຖິງທຸກວັນນີ້. 


ຕະຫຼອດໄລຍະ 10 ປີຜ່ານມາ ບໍລິສັດເບຍລາວ ໄດ້ປະກອບສ່ວນທຶນຮອນຫຼາຍ 
ກ່ວາ 7.71 ຕື້ກີບ ແລະ ມີຈໍານວນນັກສຶກສາ ທີ່ໄດ້ຮັບທຶນທັງໝົດ 2,724 ຄົນ. ນັກສຶກສາ ທີ່ຮຽນຈົບການສຶກສາໄປແລ້ວ ໄດ້ປະກອບສ່ວນ ເຂົ້າໃນການພັດທະນາ ປະເທດຊາດ ເຊັ່ນ: ເຮັດວຽກ ໃນກະຊວງກົມກອງຂອງລັດ, ເອກະຊົນ, ທຸລະກິດສ່ວນໂຕ ແລະ ສ່ວນໜຶ່ງ ກໍາລັງໄປສຶກສາຮໍ່າຮຽນຕໍ່ ຢູ່ຕ່າງປະເທດ.


Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment