ບໍລິສັດ ພອນສັກ ສຳປະທານເນື້ອທີ່ດິນ 100 ເຮັກຕາ ປູກກ້ວຍ ແລະ ໜໍ່ໄມ້



ຫວ່າງ​ແລ້ວນີ້ ທີ່​ຫ້ອງປະ ຊຸມ​ພະ​ແນ​ກ​ແຜນ​ການ​-​ການ ລົງທຶນ​ແຂວງ​ສາລະວັນ ໄດ້ຈັດ ​ພິທີ​ເຊັນ​ສັນຍາເຊົ່າ​-ສຳ​ປະທານ  ເນື້ອທີ່ດິນຂຶ້ນລະຫວ່າງພະ ແນກການ​ທີ່​ກ່ຽວຂ້ອງ​ກັບ​ບໍລິ ສັດ ພອນ​ສັກ​ ຈຳກັດ​ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ  ວິຊຽນ ນະ​ວິ​ກຸນ  ຮອງ​ເຈົ້າແຂວງໆ​ສາ ລະ​ວັນ, ມີ​ບັນດາ​ທ່ານຫົວໜ້າ, ຕ່າງ​ໜ້າ​ພະແນກການ​ຕ່າງໆ​ທີ່​ກ່ຽວຂ້ອງ, ຄະນະ​ກຳມະການ​ລົງທຶນ​ຂັ້ນ​ແຂວງ, ບໍລິສັດ ແລະ​ພະນັກງານ​ວິຊາ​ການ​ເຂົ້າ​ຮ່ວມ. 

ເນື້ອທີ່​ດິນ​ທີ່​ເຊັນ​ສັນຍາ​ເຊົ່າ​-​ສຳ​ປະທານ ໃນ​ຄັ້ງ​ນີ້​ມີ​ທັງ​ໝົດ 100 ເຮັກຕາ​  ເພື່ອ​ປູກ​ກ້ວຍ ແລ​ະ ໝໍ່​ໄມ້​ຢູ່​ບ້ານ​ຫາງ​ພູ​ນ້ອຍ​ເມືອງ​ສາລະ​ວັນ  ແຂວງ​ສາລະ​ວັນ​ ຊຶ່ງ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 10 ຕື້​ກີບ​ ໂດຍ​ແມ່ນ​ທຶນ​ຂອງ​ບໍລິສັດ 100% ແລະ ​ມີ​ໄລ ຍະ​ການ​ສຳ​ປະທານ 25 ປີຄື:     (ແຕ່​ປີ 2020-2045) ຫຼັງ​ຈາກ​ສິ້ນ​ສຸດ​ສັນຍາ​ແລ້ວ​  ທາງ​ບໍລິ​ສັດ​ແມ່ນ​ສາມາດ​ສືບຕໍ່ ຫຼື​ ຕໍ່​ສັນຍາ​ໄດ້ ແຕ່​ຕ້ອງ​ສະເໜີ​ລ່ວງ​ໜ້າ​ກ່ອນ 1 ປີ ກ່ອນ​ອາຍຸສັນຍາສຳ​ ປະທານ​ຈະ​ໝົດ ແລະ ​ໃນໄລຍະ​ ການສຳປະທານ​ນີ້​ ທາງ​ບໍລິສັດ ​ຕ້ອງ​ໄດ້​ມອບ​ເງິນ​ຄ່າ​ສຳ​ປະ ທານ​ດິນ​ຈຳນວນ 10 ໂດ​ລາ/1 ເຮັກຕາ/ ປີ, ລວມ​ໃນ 100 ເຮັກ ຕາ ເທົ່າ​ກັບ 1 ພັນ​ໂດ​ລາ/ປີ, ພາຍຫຼັງ​ເຊັນ​ສັນຍາ  180  ວັນ ​ຖ້າ​ທາງ​ບໍລິສັດ​ບໍ່ລົງມື​ຈັດຕັ້ງ​ປະ ຕິບັດ​ໂຄງການ ຈາກ​ນັ້ນ​ກໍໄດ້​ມີ​ການ​ລົງ​ນາມ​ເຊັນ​ສັນຍາ​ຮ່ວມ​ກັນ,  ລະຫວ່າງທ່ານ   ບຸນ​ເຮັ່ງ ໄຊ​ຍະ​ເສນ ຮອງ​ຫົວໜ້າ​ພະ​ແນກ ​ແຜນ​ການ​-​ການ​ລົງທຶນ,  ທ່ານ ນາງ ຄຳ​ພຽນ  ພັນທະ​ບູ​ລີ  ຮອງ​ຫົວໜ້າ​ພະ​ແນ​ກ​ກະສິກຳ​  ແລະ​ປ່າໄມ້,  ທ່ານ  ວຽງ​ສະ​ໃໝ  ສໍ​ອ້ອຍ​ທິບ    ຮອງ​ເຈົ້າເມືອງສາລະ​ ວັນ ແລະ ຕາງ​ໜ້າ​ກຸ່ມ​ບໍລິສັດ​ພອນ​ສັກ​ຈຳກັດ​ແມ່ນ​ທ່ານ ອາ​ນົງ​ສັກ  ຈັນທະ​ວົງ   ໂດຍ​ຊ້ອງ​ໜ້າ​ທ່ານ  ວິຊຽນ  ນະ​ວິ​ກຸນ   ແລະ​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ. 

(ພາບ​-​ຂ່າວ: ສິດ​ຕາ ເພັດ​ວົງສາ)
ໜັງສືພິມປະຊາຊົນ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment