ສາຍການບິນລາວ ຍົກເລີກຫຼາຍຖ້ຽວບິນ ໄປ ສປ ຈີນ



ໜັງສືພິມວຽງຈັນທາມ ລາຍງານວ່າ ສາຍການບິນແຫ່ງຊາດ ລາວແອລາຍ (Lao Airlines) ຍົກເລີກຊົວຄາວ ຖ້ຽວບິນຫຼາຍສາຍ ຈາກ ນະຄອນຫຼວງວຽງຈັນ ໄປຫາ ສປ ຈີນ ໃນ 3 ເສັ້ນທາງ ປະກອບມີ: ວຽງຈັນ ສາງໂຈວ (Vientiane-Changzhou) ເລີ້ມຕັ້ງແຕ່ວັນທີ 08 ກຸມພາ 2020 ເປັນຕົ້ນໄປ ຈົນກ່ວາຈະມີການແຈ້ງ ການປ່ຽນແປງໃໝ່, ວຽງຈັນ - ຫາງໂຈ ເລີ່ມວັນທີ 05 ກຸມພາ 2020 ຈົນກ່ວາຈະມີການແຈ້ງການປ່ຽນແປງໃໝ່ ແລະ ວຽງຈັນ - ຊຽງໄຮ້ ຍົກເລີກ ຕັ້ງແຕ່ວັນທີ່ 29 ມັງກອນ  ແລະ ຈະມີການແຈ້ງໃຫ້ຊາບຕື່ມ ພາຍຫຼັງໄດ້ຮັບແຈ້ງການຈາກລັດຖະບານ ສປ ຈີນ. 

ສ່ວນເສັ້ນທາງ ວຽງຈັນ ຄຸນໜິງ ແລະ ກວາງໂຈ ແມ່ນຈະຍັງເປີດໃຫ້ບໍລິການ ຕາມປົກກະຕິ. 

ສປປ ລາວ ມີເສັ້ນທາງການບິນໄປຫາ ສປ ຈີນຢູ່ທັງໝົດ 9 ເສັ້ນທາງ ປະກອບມີ: ຄຸນມິງ, ກວາງໂຈ, ຊາງໂຈ, ຊາງສາ, ຊາງໄຮ້, ເວີນໂຈ ແລະ ເຊີນຕູ,​ ຈາກນະຄອນຫຼວງພະບາງ ໄປຫາ ຊາງສາ ແລະ ຊຽງຮຸງ. 




Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment