ປີ 2019 ພົບເຫັນການສໍ້ລາດບັງຫຼວງ ຫຼາຍກ່ວາ 1.5 ຕື້ກີບ



ກອງ​ປະຊຸມ​ວຽກ​ງານ​ກວດກາ​ທົ່ວ​ປະເທດ​ປະຈຳ​ປີ 2019 ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 8 ມັງກອນຜ່ານ​ມາ ແລະ ປິດ​ລົງ​ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ສະຫງ່າ​ງາມ​ໃນ​ວັນ​ທີ 10 ມັງກອນນີ້  ທີ່​ສະໂມສອນ​ຄະນະ​ກວດກາ​ສູນ​ກາງ​ພັກ (ຫຼັກ6) ພາຍ​ໃຕ້​ການ​ເປັນປະ ທານ​ຂອງ​ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ ​ການເມືອງ​ສູນ​ກາງ​ພັກ ເລຂາ ທິການ​ສູນ​ກາງ​ພັກ  ຮອງ​ນາຍົກ ລັດຖະມົນຕີ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ປະທານ​ອົງການ​ກວດກາ​ລັດຖະບານ ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ, ມີ​ບັນດາ​ສະຫາຍຮອງ​ປະທານ, ຄະນະ​ພັກ​ຄະນະ​ກວດກາ​ສູນ​ກາງ​ພັກ, ຄະນະ​ພັກ, ຄະນະ​ປະຈຳ, ບັນດາ​ປະທານ, ຮອງ​ປະທານ​ຄະນະ​ກວດກາ​ບັນດາ​ກະຊວງ, ອົງການ, ແຂວງ​-​ນະຄອນຫຼວງ, ຫົວໜ້າ, ຮອງ ​ຫົວໜ້າ​ກົມ ພ້ອມ​ດ້ວຍ​ສະມາ ຊິກ​ພັກ​-​ພະນັກງານ​ທົ່ວ​ຄະນະ​ກວດ​ກາ​ສູນ​ກາງ​ພັກ ແລະ ອົງການ​ກວດກາ​ລັດຖະບານ ເຂົ້າ​ຮ່ວມ​ທັງ​ໝົດ 300 ກວ່າ ສະ​ຫາຍ. 

ກອງ​ປະຊຸມ​ຄັ້ງ​ນີ້, ສະຫາຍ ສີ​ໃນ ມຽງ​ລາ​ວັນ ຮອງ​ເລຂາ​ຄະນະ​ພັກ  ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ           ​​ອົງການ​ກວດກາ​ລັດຖະບານ ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ສະຫຼຸບ​ຕີ​ລາຄາ ການເຄື່ອນໄຫວ​ວຽກ​ງານ​ຕິດ​ຕາມ​-​ກວດກາ ແລະ ສະກັດ​ກັ້​ນ-​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ປີ 2019, ທິດ​ທາງ​ແຜນການ​ວຽກ​ງານ​ກວດກາ​ປີ 2020. 

ຊຶ່ງ​ໄລຍະ 1 ປີຜ່ານມາ​ຄະນະ​ພັກ, ອົງການ​ປົກຄອງ​ຄະນະ​ກວດກາ ພັກ​-​ອົງການ​ກວດກາ​ລັດ​ແຕ່​ລະ​ຂັ້ນ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກວດກາ​ຕາມ​ພາລະ​ບົດບາດ, ໜ້າທີ່, ຂອບເຂດ​ສິດ​ຂອງ​ຕົນ. ເປັນຕົ້ນ​ແມ່ນ​ການ​ຄົ້ນຄວ້າ​ສ້າງ ແລະ ເຜີຍ​ແຜ່​-​ໂຄສະນາ​ນິຕິ​ກໍາ​ຕ່າງໆ​ທີ່​ກ່ຽວຂ້ອງ, ການເຄື່ອນໄຫວ​ວຽກ​ງານ​ຕິດ​ຕາມ​-​ກວດກາ​ພັກ, ການ​ຕິດ​ຕາມ​-​ກວດກາ​ການ​ບໍລິຫານ​ລັດ ໂດຍ​ອົງການ​ກວດກາ​ລັດ​ແຕ່​ລະ​ຂັ້ນ​ໄດ້​ຕິດຕາມ, ກວດກາ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ແລະ ຕາມ​ການ​ລາຍ​ງານ​ຈາກ 21 ກະ​ຊວງ​-​ອົງການ, 17 ແຂວງ​-​ນະຄອນຫຼວງ ໄດ້​ກວດກາ​ທັງ​ໝົດ 945 ເປົ້າ​ໝາຍ, ໃນ​ນີ້ ຕິດຕາມ, ກວດກາ​ປົກກະຕິ 333 ເປົ້າ​ໝາຍ, ສືບຕໍ່​ຕິດຕາມ, ກວດກາ​ໂຄງການ​ລົງທຶນ​ຂອງ​ລັດ​ເລີ່ມ​ແຕ່​ຫົວທີ 140 ໂຄງການ, ກວດກາ​ຕາມ​ຜົນ​ການ​ກວດສອບ 307 ເປົ້າ​ໝາຍ. ຜ່ານ​ການ​ຕິດຕາມ, ກວດກາ ພົບ​ເຫັນ​ຜົນ​ເສຍ​ຫາຍ​ທັງ​ໝົດ 1.477,64 ຕື້​ກີບ, 10,08 ລ້ານ​ບາດ, 24,68 ລ້ານ​ໂດ​ລາ, ລົດ​ໃຫຍ່ 5 ຄັນ, ເກັບ​ກູ້​ຄືນ 35,95 ຕື້​ກີບ, 10 ລ້ານ​ບາດ, 200.000 ໂດ​ລາ ແລະ ລົດ​ໃຫຍ່ 4 ຄັນ.

ຂ່າວ: ກວດກາສູນກາງ

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment