ໄມ້ປ່ອງ ເມືອງສັງທອງ ແລະ ເມືອງຫີນເຫີບ ສ່ຽງຕໍ່ການດັບສູນ


ມ້ປ່ອງຢູ່ເຂດເມືອງສັງທອງ ແລະ ເມືອງຫີນເຫີບສ່ຽງຕໍ່ການດັບສູນ. ການຂຸດຄົ້ນໄມ້ປ່ອງຢ່າງຊະ ຊາຍຢູ່ເຂດເມືອງສັງທອງ ນະ ຄອນຫຼວງວຽງຈັນ ແລະ ເມືອງ ຫີນເຫີບ ແຂວງວຽງຈັນ ນອກ ຈາກຈະສົ່ງຜົນກະທົບໂດຍກົງຕໍ່ ສະພາບແວດລ້ອມ ແລະ ຊີວະ ນາໆພັນແລ້ວຍັງເຮັດໃຫ້ເສຍ ຄວາມສົມດູນຂອງລະບົບນິ ເວດວິທະຍາປ່າໄມ້ຮ້າຍແຮງ ໄປກວ່ານັ້ນອາດສ່ຽງຕໍ່ການ ບຸກລຸກປ່າສະຫງວນແຫ່ງຊາດ ພູພະນັງ ໂດຍກົງ ເພາະສະນັ້ນ ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງ ຕິດຕາມກວດກາຢ່າງໃກ້ຊິດ ແລະ ມີມາດຕາການຄຸ້ມຄອງ ຢ່າງເໝາະສົມ ເພື່ອເຮັດໃຫ້ ການນຳໃຊ້ໄມ້ປ່ອງມີຄວາມຍືນ ຍົງ. 

ເຈົ້າໜ້າທີ່ປ້ອງກັນປ່າສະຫງວນ ແຫ່ງຊາດ ພູພະນັງ ບອກວ່າ: ປ່າສະຫງວນແຫ່ງຊາດ ພູພະນັງ ຖືກຄຸກຄາມຍ້ອນການເກັບຊື້ໄມ້ ປ່ອງເປັນຈຳນວນຫຼວງຫຼາຍ ຫວ່າງ 2-3 ປີຜ່ານມານີ້, ໂດຍສະ ເພາະແມ່ນໄມ້ພາງຂອງຕົວແທນ ບໍລິສັດຕ່າງປະເທດ ຢູ່ເຂດເມືອງ ຫີນເຫີບ ແຂວງວຽງຈັນ ແລະ ເມືອງສັງທອງ ນະຄອນຫຼວງ ວຽງຈັນ ແມ່ນມີຈຳນວນ ຫຼວງ ຫຼາຍຕາມການກວດກາຂອງເຈົ້າ ໜ້າທີ່ ເຫັນວ່າ: ທຸກພາກສ່ວນມາ ເກັບຊື້ແມ່ນມີເອກະສານຖືກຕ້ອງ ໂດຍແມ່ນຂັ້ນສູນກາງ ແລະ ທ້ອງ ຖິ່ນເປັນຜູ້ອອກໂກຕາໃຫ້ ແຕ່ສິ່ງ ທີ່ໜ້າເປັນຫ່ວງທີ່ສຸດ ນັ້ນກໍຄືເມື່ອ ມີການເກັບຊື້ຢ່າງກວ້າງຂວາງ ແຜ່ຫຼາຍກ່ໍໃຫ້ເກີດການຕັດໄມ້ ຢ່າງຊະຊາຍຂອງປະຊາຊົນ ດັ່ງ ທີ່ເຫັນປະຈັກຕາຢູ່ທຸກມື້ນີ້, ມີ ລານເກັບຊື້ ແລະ ຕາກໄມ້ຟາງ ຢັ່ງຢາຍຢູ່ໃນເຂດບໍລິເວນສອງ ເມືອງນີ້ຢ່າງຫຼວງຫຼາຍ, ເກັບຊື້ ນຳ ປະຊາຊົນໃນລາຄາ 600-700 ກີບ ຕໍ່ກິໂລ, ສຳລັບໄມ້ພາງທີ່ພ່າ ເປັນລິ້ວແລ້ວເຊິ່ງເຮັດໃຫ້ເປັນ ຊ່ອງຫວ່າງໃນການລັກລອບຕັດ ໄມ້ປ່ອງຢູ່ເຂດປ່າສະຫງວນແຫ່ງ ຊາດພູພະນັງຢ່າງຫຼີກລ້ຽງບໍ່ໄດ້ ເຊິ່ງກາຍເປັນປະກົດການຫຍໍ້ທໍ້ ໜຶ່ງທີ່ເກີດຂຶ້ນ ແລະ ແກ່ຍາວຈົນ ເຖິງທຸກມື້ນີ້. 

ເຈົ້າໜ້າທີ່ຍັງກ່າວຕື່ມອີກວ່າ: ນອກຈາກຕັດໄມ້ພາງ ເພື່ອຂາຍ ໃຫ້ຕົວແທນ ຫຼື ບໍລິສັດ ຕ່າງ ປະເທດໂດຍກົງແລ້ວ ຍັງມີການ ຕັດໄມ້ຊອດ ແລະ ໄມ້ປ່ອງຊະ ນິດອື່ນໆ ເພື່ອຂາຍໃຫ້ແກ່ທຸລະ ກິດສວນກ້ວຍທີ່ກຳລັງແຜ່ຫຼາຍ ໃນຂອບເຂດເມືອງສັງທອງ ແລະ ເມືອງຫີນເຫີບ. ເຊິ່ງເຈົ້າຂອງ ສວນກ້ວຍເກັບຊື້ໃນລາຄາບໍ່ຕໍ່າ ກວ່າ 1.000 ກີບຕໍ່ລຳ. 

ຜູ້ປະກອບການໂຮງງານຜະລິດ ຕະພັນໄມ້ປ່ອງມັງກອນຄຳສ່ວນ ບຸກຄົນທີ່ຕັ້ງໂຮງງານຢູ່ບ້ານ ສວນມອນເມືອງຫີນເຫີບ ແຂວງ ວຽງຈັນ ບອກກັບຜູ້ຂຽນວ່າ: ການ ອະນຸມັດໂກຕາຊື້ໄມ້ປ່ອງໃຫ້ແກ່ບໍ ລິສັດຕ່າງປະເທດ ມີຜົນກະທົບ ໂດຍກົງຕໍ່ຜູ້ປະກອບການຄົນລາວ ທີ່ດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍ ແລະ ເສຍພັນພະ ອາກອນໃຫ້ແກ່ລັດ ເນື່ອງຈາກວ່າ ໂຮງງານຂອງຄົນລາວທີ່ຕັ້ງຢູ່ບໍລິເວນດັ່ງກ່າວມີຂອບເຂດສຳປະທານການຂຸດຄົ້ນ ແລະ ຈ້າງງານ ພາຍໃນທ້ອງຖິ່ນ ເຊິ່ງເປັນການ ສ້າງວຽກເຮັດງານທຳໃຫ້ແກ່ພໍ່ ແມ່ ປະຊາຊົນເຂດໃກ້ຄຽງໄດ້ໃນ ລະດັບໜຶ່ງ. ສະເພາະໂຮງງານປຸງແຕ່ງໄມ້ ປ່ອງມັງກອນຄຳ ສ້າງຕັ້ງມາ ແຕ່ປີ 2017 ມີກຳລັງການຜະລິດ 20 ໂຕນ ຕໍ່ວັນ ຜະລິດຕະພັນສ່ວນ ໃຫຍ່ ແມ່ນໄມ້ຈິ້ມແຂ້ວ ໄມ້ສຽບ ອາຫານ, ໄມ້ຖູ່ ແລະ ໄມ້ກ້ານທູບ ສົ່ງອອກໄປປະເທດໄທ ແລະ ຫວຽດນາມ ອີກສ່ວນໜຶ່ງກໍຈຳ ໜ່າຍຢູ່ພາຍໃນປະເທດ. 

ໃນນັ້ນ, ມີການຈ້າງແຮງງານ ປະຈຳ 50 ຄົນ ແລະ ແຮງງານ ລາຍວັນອີກຈຳນວນໜຶ່ງ ພິເສດ ໂຮງງານດັ່ງກ່າວຍັງມີແມ່ຍິງ ຄົນສູງອາຍຸ ແລະ ຄົນພິການ ກໍສາມາດເຮັດວຽກໄດ້ ນອກນັ້ນ ບັນດານັກຮຽນ-ນັກສຶກສາກໍ ສາມາດມາເຮັດວຽກລາຍວັນ ໃນຍາມພັກຮຽນນຳອີກ. ຢ່າງໃດກໍຕາມການເກັບຊື້ໄມ້ ເຂົ້າໂຮງງານແມ່ນໄມ້ທີ່ມີອາຍຸ ແຕ່ 2-3 ປີ ເທົ່ານັ້ນ ສ່ວນໄມ້ຍັງ ອ່ອນແມ່ນອະນຸລັກໄວ້ໃຫ້ແກ່ຈົນ ສົມຄວນ ຈຶ່ງຕັດສົ່ງໄປໂຮງງານ ແຕ່ການມາເກັບຊື້ໄມ້ຂອງບໍລິສັດ ຕ່າງປະເທດນັ້ນແມ່ນເຊົ່າເດີນ ປຸກສ້າງ ແລະ ລານຕາກ ແລະ ເກັບຊື້ນຳພໍ່ແມ່ປະຊາຊົນເອົາມາ ຂາຍໃຫ້. ຜູ້ທີ່ໄປຕັດໄມ້ມາຂາຍໃຫ້ ບໍລິສັດຕ່າງປະເທດນັ້ນອ້າງວ່າ: ຕັດໄມ້ນຳຫົວໄຮ່ປາຍນາຂອງ ຕົນເອງເພື່ອບໍ່ໃຫ້ເຈົ້າໜ້າທີ່ກວດກາ ແລະ ໃສ່ລະບຽບການ ແຕ່ຄວາມເປັນຈິງແລ້ວໄມ້ຕາມຫົວ ໄຮ່ປາຍນາບໍ່ສາມາດຕອບສະ ໜອງໄມ້ໃຫ້ແກ່ບໍລິສັດຕ່າງປະ ເທດທີ່ເກັບຊື້ບໍ່ຕໍ່າກວ່າ 100 ໂຕນຕໍ່ວັນ.

 ດັ່ງນັ້ນ, ຈິ່ງມີການລັກ ລອບຕັດໄມ້ຢູ່ປ່າສະຫງວນແຫ່ງ ຊາດ ພູພະນັງໂດຍກົງ. ເຊິ່ງ ການຕັດໄມ້ໂດຍບໍ່ມີການເລືອກເຟັ້ນ ເນື່ອງຈາກໄມ້ ແກ່ຢູ່ທາງກາງ ສຸມໄມ້ອ່ອນຢູ່ຫຸ້ມທາງນອກ ເມື່ອເວລາປະຊາຊົນຕັດເອົາໄມ້ ຈິ່ງຕັດອອກໝົດທັງໄມ້ນ້ອຍໄມ້ ອ່ອນຢ່າງບໍ່ເຫຼືອເລີຍ. ດັ່ງຄຳເວົ້າ ຂອງເຈົ້າໜ້າທີ່ທ່ານໜຶ່ງກ່າວ ກັບຜູ້ຂຽນຂະນະກວດກາເບິ່ງ ບ່ອນທີ່ມີການລັກລອບຕັດໄມ້ຢູ່ ປ່າສະຫງວນແຫ່ງຊາດ ພູພະນັງ ເຂດພູກໍ້າພ້າ ຕາດສະໝອນ ໃນ ບໍ່ດົນຜ່ານມາ. ເມື່ອມີການອະນຸມັດຢ່າງກວ້າງ ຂວາງກໍປະສະຈາກບໍ່ໄດ້ຈະມີ ການບຸກລຸກທຳລາຍຢ່າງເປີດ ແປນເຊິ່ງເປັນຜົນກະທົບໂດຍກົງ ສະພາບແວດລ້ອມລະບົບຄວາມ ສົມດູນຂອງຜືນປ່າ ແລະ ຄວາມ ຍືນຍົງໃນການນໍາໃຊ້ໄມ້ປ່ອງ ທີ່ຊົງຄຸນຄ່າຈົນໄດ້ຮັບສາຍຍາ ວ່າ: “ຄຳຂຽວ” ຂອງ ສປປ ລາວ ຢ່າງໜ້າເວດທະນາ. 

ບົດໂດຍ: ບົວແກ້ວ ສິດທິວົງ
Lao People's Army News
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment