ອັດຕາເງິນກີບເຟີ້ ສູງສຸດ ໃນເດືອນທັນວາ 2019



ອັດຕາເງິນເຟີ້ ສູງຂຶ້ນຢ່າງຕໍ່ເນື່ອງ ຮອດເດືອນທັນວາ 2019 ອັດຕາເງິນເຟີ້ ສູງຂຶ້ນເຖິງ 6.28% ສູງຂຶ້ນ ຈາກເດືອນ ພະຈິກ 2019 ທີ່ 5.34% ແລະ ເດືອນມັງກອນ 2019 ທີ່ 1.5%. ຮັກສາການ ປະທານສະຖາບັນ ຄົ້ນຄວ້າ ເສດຖະກິດແຫ່ງຊາດລາວ ຫຼື Lao National Economic Research Institute, ທ່ານ ປອ Leeber Leebouapa ກ່າວວ່າ "ຖ້າຫາກອັດຕາເງິນເຟີ້ ປະຈຸບັນ ສູງກວ່າອັດຕາ ຍອດຜະລິດຕະພັນລວມພາຍໃນ ຫຼື GDP ທີ່ລາວເຮັດໄດ້ ໃນອັດຕາ 6.5% ໃນປີ 2019, ກໍ່ໝາຍຄວາມວ່າ ບໍ່ມີຜົນຫຍັງ ຕໍ່ອັດຕາການຈະເລີນເຕີບໂຕ ຂອງປະເທດ". 

ຂໍ້ມູນຈາກທະນາຄານແຫ່ງສປປ ລາວ ຊີ້ໃຫ້ຮູ້ວ່າ ອັດຕາເງິນເຟີ້ ສະເລ່ຍ ຂອງ ສປປ ລາວແມ່ນ 3.32% ຫຼື ປະມານເຄິ່ງໜຶ່ງ ຂອງຍອດຜະລິດຕະພັນລວມ ພາຍໃນ ປີ 2019. 

ໃນທ້າຍປີ 2019 ລາຄາຊີ້ນໝູ ເພີ່ມຂຶ້ນ 4.33% ໂດຍສາເຫດ ການເພີ່ມຂຶ້ນ ລາຄາດັ່ງກ່າວ ແມ່ນຍ້ອນ ພໍ່ຄ້າຄົນກາງ ຂຶ້ນລາຄາ. 

ຄັດຈາກບົດຂ່າວ ໜັງສືພິມວຽງຈັນທາມ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment