ສະຫະລັດອາເມລິກາ ສະໜັບສະໜູນເງິນເກືອບ 5 ລ້ານໂດລາ ແກ້ໄຂບັນຫາລະເບີດບໍ່ທັນແຕກ


ສະຫະລັດອາເມລິກາ ສະໜັບສະໜູນເງິນເກືອບ 5 ລ້ານໂດລາ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ 6 ແຂວງຂອງ ລາວ



 ໃນວັນທີ 21 ມັງກອນ 2020, ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ແລະ ທ່ານ ໄມເຄີນ ເຣນ ຜູ້ຈັດການບໍລິສັດ ເທທຣາເທັກ ມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ເຣນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. 


ການເຊັນບົດບັນທຶກດັ່ງກ່າວ, ແມ່ນໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານສະຫະລັດອາເມລິການ ໃນມູນຄ່າ 4.960.790 ໂດລາສະຫະລັດ ເພື່ອສະໜັບສະໜູນ ຫຄຊກລ ແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ໂດຍສຸມໃສ່ວຽກງານໃນການທຳລາຍລະເບີດແບບເຄື່ອນທີ່ ຢູ່ 6 ແຂວງ ເຊັ່ນ: ແຂວງຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງອັດຕະປື ເຊິ່ງມີໄລຍະເວລາໃນການຈັດຕັ້ງປະຕິບັດ 3 ປີ. 

Cr: ຂປລ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment