ເປີດແລ້ວ ເສັ້ນທາງ ຫົງສາ ຊຽງແມນ ໃຊ້ງົບສ້າງ 60 ລ້ານໂດລ້າສະຫະລັດ


ເປີດນໍາໃຊ້ເສັ້ນທາງເລກ 4B ຈາກເມືອງຫົງສາ-ຊຽງແມນ ຄວາມຍາວ 114 ກິໂລ ມູນຄ່າ 60 ລ້ານໂດລາ 

ໃນວັນທີ 14 ມັງກອນ 2020 ໄດ້ພິທີເປີດການນຳໃຊ້ຢ່າງເປັນທາງການເສັ້ນທາງ (4B) ຈາກເມືອງຫົງສາ ແຂວງໄຊຍະບູລີ ຫາ ບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ ເຊິ່ງໂຄງການກໍ່ສ້າງເສັ້ນທາງເລກ 4B ເປັນເສັ້ນທາງຫຼວງແຫ່ງຊາດ ມີຄວາມຍາວ 114 ກິໂລແມັດ ໂດຍທຶນກູ້ຢືມຈາກອົງການ NEDA ປະເທດໄທ ມູນຄ່າສັນຍາປະມານ 60 ລ້ານໂດລາສະຫະລັດ ແລະ ໃນນັ້ນ 20% ແມ່ນທຶນຊ່ວຍເຫຼືອລ້າ ໂດຍແມ່ນ ບໍລິສັດ ຊໍທະວີຄອນສະຕຣັກຊັນຈໍາກັດແຫ່ງ ປະເທດໄທ ເປັນຜູ້ຮັບເໝົາການກໍ່ສ້າງ. ຫຼັງຈາກທີ່ໄດ້ລົງມືການກໍ່ສ້າງແຕ່ມື້ເຊັນສັນຍາສ້າງຕາມສັນຍາໂຄງການແມ່ນ 32 ເດືອນໃຫ້ສໍາເລັດແຕ່ອີງໃສ່ເງື່ອນໄຂການຍົກຍ້າຍສິ່ງກີດຂວາງ ແລະ ການນໍາເຂົ້າອຸປະກອນການກໍ່ສ້າງຕ່າງໆບໍ່ເປັນໄປຕາມກໍານົດ, ຈຶ່ງເຮັດໃຫ້ການກໍ່ສ້າງລ້າຊ້າໄປເກີນກໍານົດ 12 ເດືອນກວ່າມາຮອດປະຈຸບັນແມ່ນສໍາເລັດ 100%. 



ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນໄດ້ຮັບການສະຫນັບສະຫນູນດ້ານການເງີນຈາກລັດຖະບານແຫ່ງ ຣາຊະອານາຈັກໄທ ກໍຄືສໍານັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ ຫລື NEDA ແຫ່ງປະເທດໄທ) ຈໍານວນເງີນ 1.977 ລ້ານບາດ, ໃນນີ້ເປັນເງີນກູ້ຈໍານວນ 1.581.600.000 ບາດ ແລະ ເງີນຊ່ວຍເຫຼືອລ້າ 395.400.000 ບາດ; ເສັ້ນທາງ (4B) ເປັນທາງປູຢາງສອງຊັ້ນ, ໜ້າທາງລົດແລ່ນມີ 2 ຊ່ອງຈະລາຈອນ, ຄວາມກວ້າງໜ້າທາງເຂດທົ່ງພຽງແມ່ນ 9 ແມັດ, ເຂດຫຼຸບໂນນແມ່ນ 8 ແມັດ ແລະ ເຂດພູດອຍແມ່ນ 7 ແມັດ, ມີບ່າທາງເບື້ອງລະ 1 ແມັດ, ພ້ອມນັ້ນຍັງໄດ້ກໍ່ສ້າງຂົວຂ້າມທັງຫມົດ 8 ແຫ່ງ, ໃນນັ້ນຢູ່ເຂດແຂວງໄຊຍະບູລີ ມີ 1 ແຫ່ງ ແລະ ຢູ່ເຂດແຂວງຫຼວງພະບາງມີ 7 ແຫ່ງ.






Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment