ເປີດໂຕໂຄງການ ຫຼຸດຜ່ອນຄວາມສ່ຽງ ການຄ້າມະນຸດ ມູນຄ່າ 2.3 ລ້ານໂດລ້າສະຫະລັດ


ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ WINROCK INTERNATIONAL ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການຫຼຸກຜ່ອນຄວາມສ່ຽງຈາກການຄ້າມະນຸດ ໃນໄລຍະເວລາ 04 ປີ ແຕ່ປີ 2019-2022 ຊຶ່ງໃນພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນ ໃບຄຳ ຂັດທິຍະ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນ ຣີນ່າ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ອົງການຈັດຕັ້ງສາກົນ ໃນວັນທີ 13 ມັງກອນ 2020, ຈຸດປະສົງເພື່ອຫຼຸດຜ່ອນຈາກຄວາມສ່ຽງຈາກການຄ້າມະນຸດ ໂດຍສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ, ອົງການຈັດຕັ້ງທາງສັງຄົມໃນວຽກງານການຕ້ານການຄ້າມະນຸດ ແລະ ສະໜັບສະໜູນຜູ້ທີ່ມີຄວາມສ່ຽງ, ຜູ້ດ້ອຍໂອກາດ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ມີຊີວິດທີ່ດີຂຶ້ນ ໂດຍໃຫ້ການຝຶກອົບຮົມວິຊາຊີບ, ສົ່ງເສີມມີວຽກເຮັດງານທຳ ແລະ ໂອກາດທາງດ້ານເສດຖະກິດ.

 ຊື່ງມີພື້ນທີ່ໃນການຈັດຕັ້ງປະຕິບັດໂຄງການປະກອບມີ: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ສາລະວັນ ຊຶ່ງໂຄງການດັ່ງກ່າວປະກອບມີ 03 ກິດຈະກຳຫຼັກ: 1. ສ້າງຄວາມເຂັ້ມແຂງໃນການປະສານງານ ລະຫວ່າງຄູ່ຮ່ວມພາກລັດຂັ້ນສູນກາງ, ທ້ອງຖິ່ນ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນທີ່ເຮັດວຽກກ່ຽວຂ້ອງ; 2 .ຮ່ວມມືກັບພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອສ່ົງເສີມໃຫ້ຜູ້ທີ່ມີຄວາມສ່ຽງ, ຜູ້ດ້ອຍໂອກາດ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ໄດ້ຮັບກ່ານຝຶກອົບຮົມວິຊາຊີບ, ມີວຽກເຮັດງານທຳ ແລະ ໂອກາດທາງດ້ານເສດຖະກິດໃນແຂວງເປົ້າໝາຍ ແລະ ແຂວງອື່ນໆ; 3. ສົ່ງເສີມການລະບຸຕົວ, ການບໍລິການ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃຫ້ໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງທີ່ຈຳເປັນໃນແຂວງເປົ້າໝາຍ. ໂຄງການດັ່ງກ່າວມີມູນຄ່າທັງໝົດ 2,300,000 USD ( ສອງລ້ານສາມແສນໂດລາສະຫະລັດ ) ຊຶ່ງໄດ້ຮັບການສະໜັບສະໜູນໂດຍອົງການພັດທະນາສາກົນ. 

( ຂ່າວ ຮສສ)
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment