ຂ່າວດີ ! ເປີດເສັ້ນທາງສາຍການບິນໃໝ່ ບູຊານ-ວຽງຈັນ


ສາຍການບິນ T-Way ຂອງ ສ. ເກົາຫຼີ ເປີດເສັ້ນທາງການບິນໃໝ່ ທໍາອິດ ຕົ້ນປີ 2020 ບິນກົງ ຈາກ ເມືອງ ບູຊາຍ (Busan) ສ. ເກົາຫຼີ ເຖິງ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍຈະເລີ້ມຕົ້ນບິນ ໃນວັນທີ 15/01/2020 ແລະ ບິນ ສອງຖ້ຽວຕໍ່ອາທິດ: ວັນພຸດ ແລະ ວັນເສົາ. ໂດຍຍົນຈະເລີ້ມບິນອອກຈາກ ສະໜາມບິນ Gimhae ຢູ່ເມືອງບູຊານ ເວລາ 9:05 ແລະ ບິນຮອດນະຄອນຫຼວງວຽງຈັນ ເວລາ 12:30. ຂາກັບ ແມ່ນບິນອອກຈາກນະຄອນຫຼວງວຽງຈັນ ເວລາ 14:10 ແລະ ຮອດເມືອງບູຊານ ເວລາ 21:10

ປະຈຸບັນ ສາຍການບິນ T-Way ມີ ສອງເສັ້ນທາງການບິນ ຈາກເກົາຫຼີ ເຖິງ ນະຄອນຫຼວງວຽງຈັນ
1) ຈາກນະຄອນຫຼວງໂຊລ ເກົາຫຼີ (Incheon) ເຖິງນະຄອນຫຼວງວຽງຈັນ 1 ຄັ້ງຕໍ່ອາທິດ
2) ຈາກແຂວງ Daegu ເຖິງນະຄອນຫຼວງວຽງຈັນ 2 ຄັ້ງ ຕໍ່ອາທິດ. 



ເມືອງບູຊານເປັນເມືອງທ່າເຮືອ ທີ່ໃຫຍ່ ອັນດັບໜຶ່ງ ຂອງ ສ. ເກົາຫຼີ ແລະ ເປັນເມືອງໃຫຍ່ ອັນດັບສອງ ຮອງຈາກນະຄອນຫຼວງໂຊລ. ເປັນເມືອງທີ່ມີທ່າເຮືອ ແລະ ທະເລ ທີ່ສວຍສົດງົດງາມ, ເປັນເມືອງແຫ່ງເທດສະການ, ການຈັບຈ່າຍຊື່ເຄື່ອງ, ມີບໍ່ນໍ້າຮ້ອນທີ່ມີຊື່ສຽງ ແລະ ມີແຫຼ່ງທ່ອງທ່ຽວວັດທະນາທໍາ ທໍາມະຊາດ ທີ່ຂຶ້ນຊື່ ຂອງປະເທດ ສ. ເກົາຫຼີ. 




ທີ່ມາ: seoulfn
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment