ພິຈາລະນາ ຮັບຮອງຂໍ້ຕົກລົງວ່າດ້ວຍການຄວບຄຸມ ສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ


ໄຂກອງປະຊຸມ ສະພານະຄອນຫຼວງ ຈະສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນ.

 ໃນວັນທີ 20 ມັງກອນ 2020 ທີ່ສຳນັກງານຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະມາພາຊາຊົນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ. ເຊິ່ງກອງປະຊຸມຄັ້ງນີ້ ຈະສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງນະຄອນຫຼວງວຽງຈັນດັ່ງນີ້: 



1. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງ ທ່ານ ເຈົ້າຄອງ ນະຄອນຫຼວງ ກ່ຽວກັບຜົນຂອງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020. 

2. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານປີ 2019 ແລະ ທິດທາງແຜນການ ປີ 2020 ຂອງອົງການກວດສອບປະຈໍາພາກກາງ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປີ 2018 ຂອງນະຄອນຫຼວງ. 

3. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈໍາປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2020 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫຼວງ. 

4. ພິຈາລະນາປະເມີນຜົນການປະຕິບັດຫນ້າທີ່ຂອງບຸກຄະລາກອນດໍາລົງຕໍາແຫນ່ງ ທີ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ. 

5. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2020 ຂອງສະພາປະຊາຊົນ ນະຄອນຫຼວງ. 

6. ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຕໍ່ບົດລາຍງານ ປະ ຈໍາປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປີ 2020 ຂອງ ສະພາປະຊາຊົນ ນະຄອນຫຼວງ. 

7. ພິຈາລະນາ ແລະ ຮັບຮອງເອົາ ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ຈໍານວນ 04ສະບັນ: 1) ຮ່າງຂໍ້ຕົກລົງ ວ່າດ້ວຍການປະເມີນຫົວຫນ່ວຍລາຄາທີ່ດິນ ທົ່ວນະຄອນຫຼວງວຽງຈັນ; 2) ຮ່າງຂໍ້ຕົກລົງ ວ່າດ້ວຍການພັດທະນາ ນະຄອນຫຼວງວຽງຈັນ ໃຫ້ເປັນຕົວເມືອງສີຂຽວ (ສ ສີຂຽວ): 3) ຮ່າງຂໍ້ຕົກລົງ ວ່າດ້ວຍໂຄງການສ້າງນະຄອນຫຼວງວຽງຈັນ ສະຫວ່າງ (ສ ສະຫວ່າງ): 4) ຮ່າງຂໍ້ຕົກລົງ ວ່າດ້ວຍການຄວບຄຸມສຽງເນືອງນັ້ນ ຢູ່ນະຄອນຫຼວງວຽງຈັນ. 



8. ພິຈາລະນາ ແລະ ຮັບຮອງເອົາການສະເຫນີແຕ່ງຕັ້ງສະມາຊິກອົງການປົກຄອງນະຄອນຫຼວງ ບາງຕໍາແຫນ່ງ. ນອກຈາກນີ້ແລ້ວ ກອງປະຊຸມ ພວກເຮົາ ຍັງຈະໄດ້ຮັບຟັງການອະທີບາຍຊີ້ແຈງບາງບັນຫາທີ່ພົ້ນເດັ່ນ ແລະ ສໍາຄັນຈໍານວນຫນຶ່ງ ຂອງນະຄອນຫຼວງວຽງຈັນຕື່ມອີກ. 

ພາບ: Vientiane Mai
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment