ລະດັບການເຊີນເຊີ້ ທາງອິນເຕີເນັດ ຂອງ ລາວ ຢູ່ລະດັບໃດຂອງໂລກ ?



ສປປ ລາວ ໄດ້ຮັບຄະແນນ ການເຊັນເຊີ້ ທາງອິນເຕີເນັດ (Internet Censorship Rate) ລະດັບ 6 ຈາກ 10 ໂດຍອີງຕາມ ການຈັດລະດັບ ການເຊັນເຊີ້ ທາງອິນເຕີເນັດ ຈາກ ບໍລິສັດວິໄຈເຕັກໂນໂລຊີ ປະເທດອັງກິດ ບໍລິສັດ Comparitech. 

ບັນດາປະເທດ ທີ່ໄດ້ຮັບການເຊັນເຊີ້ ທາງອິນເຕີເນັດ ລະດັບ 6 ປະກອບທັງໝົດ 17 ປະເທດ ລວມມີບາງປະເທດ ໃນອາຊຽນເຊັ່ນ: ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ,​ ໄທ, ຈາກທັງໝົດ 150 ປະເທດ ທົ່ວໂລກ. 

ຖ້າຫາກຕົວເລກ ການເຊັນເຊີ້ ທາງອິນເຕີເນັດສູງ (ເຕັມ 10) ກໍ່ໝາຍຄວາມວ່າ ມີລະດັບການກອງຂ່າວ ແລະ ການກອງເຂົ້າຫາເວັບໄຊທຕ່າງໆ ແມ່ນມີສູງ, ຖ້າຫາກຕົວເລກ ການເຊັນເຊີ້ ທາງອິນເຕີເນັດຕໍ່າ (ຕໍ່າສຸດ 1) ກໍ່ໝາຍຄວາມວ່າ ລະດັບການກອງຂ່າວ ແລະ ກ່າວເຂົ້າເຖິງແຫຼ່ງຂໍ້ມູນຕ່າງໆ ແມ່ນເຮັດໄດ້ງ່າຍ. 

ການເຊັນເຊີ້ ທາງອິນເຕີເນັດ (Internet Censorship Rate) ຂອງປະເທດສິງກະໂປ ຢູ່ລະດັບອັນດັບ 5, ໃນຂະໜະທີ່ ມຽນມາ ແລະ ຟິລິປິນ ຢູ່ລະດັບ 4. 



ລະດັບການເຊັນເຊີ້ ທາງອິນເຕີເນັດ (Internet Censorship Rate) ຂອງແຕ່ລະປະເທດ ແມ່ນອີງໃສ່ ເງື່ອນໄຂ 5 ຢ່າງ ແຕ່ລະຢ່າງແມ່ນໄດ້ຮັບຄະແນນ 2 ຄະແນນ. ໜຶ່ງຄະແນນແມ່ນໄດ້ ຖ້າຫາກ ມີການຈໍາກັດ ການເຂົ້າເຖິງ ຂໍ້ມູນຂ່າວສານ, ຂໍ້ມູນທາງສັງຄົມອອນລາຍ, ເວັບໄຊທ ທີ່ອາດມີສະແປມ ໄວຣັດ, ການເຂົ້າເຖິງເວັບໄຊທ໌ ໂປ້ເປືອຍຕ່າງໆ, ແລະ ຈະໄດ້ຄະແນນ 2 ຖ້າຫາກມີການ ແບນ ແບບຖາວອນທັງໝົດ. 

ສ່ວນປະເທດ ທີ່ມີການເຊັນເຊີ້ ທາງອິນເຕີເນັດ ໄດ້ລະດັບ 1 ປະກອບມີທັງໝົດ 39 ປະເທດ ລວມມີ:​ ສະວິສເຊີແລນ, ການາດາ, ເປລູ, ນິວຊີແລນ ແລະ ອື່ນໆ.​

ແຫຼ່ງຂໍ້ມູນ: Bangkokpost

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment