ສປປ ລາວ ໄດ້ຮັບຫຼາຍລາງວັນ ໃນງານມະຫາກໍາການທ່ອງທ່ຽວອາຊຽນປະຈໍາປີ 2020 ທີ່ປະເທດບຣູໄນ


ສປປ ລາວ ໄດ້ຮັບຫຼາຍລາງວັນ ໃນງານມະຫາກໍາການທ່ອງທ່ຽວອາຊຽນປະຈໍາປີ 2020 ທີ່ປະເທດບຣູໄນ

ເນື່ອງໃນໂອກາດງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2020 ທີ່ຈັດຂຶ້ນໃນລະຫວ່າງວັນທີ   12-16/01/2020 ຢູ່ທີ່ປະເທດບຣູໄນ,  ກອງປະຊຸມໄດ້ຮັບຮອງເອົາເອກະສານ ແລະ ໜ້າວຽກທີ່ສໍາຄັນ ຄື: 
- ລົງນາມການປັບປຸງສັນຍາຮັບຮູ້ເຊິ່ງກັນແລະກັນ ກ່ຽວກັບວິຊາຊີບທ່ອງທ່ຽວອາຊຽນ 
- ຮັບຮອງຖະແຫຼງການລັດຖະມົນຕີທ່ອງທ່ຽວອາຊຽນ; 
- ຮັບຮອງຖະແຫຼງການລັດຖະມົນຕີທ່ອງທ່ຽວອາຊຽນ + 3; 
- ຮັບຮອງເອົາແຜນວຽກບູລິມະສິດການທ່ອງທ່ຽວອາຊຽນ ປຈໍາປີ 2020; 
- ຮັບຮອງເອົາແຜນກິດຈະກໍາຂອງ ອາຊຽນ ແລະ ອາຊຽນ+3 ປະຈໍາປີ 2020 
- ເປີດການນໍາໃຊ້ເວັບໄຊການທ່ອງທ່ຽວອາຊຽນໃຫມ່ ເລີ່ມແຕ່ວັນທີ 14 ມັງກອນ 2020 ຢ່າງເປັນ ທາງການ www.visitSEA.travel 



​ພິເສດໃນງານມະຫາກໍາການທ່ອງທ່ຽວອາຊຽນຄັ້ງນີ້ ໄດ້ມີການຈັດງານມອບລາງວັນມາດຕະຖານການ ທ່ອງທ່ຽວອາຊຽນ ຂຶ້ນໃນວັນທີ 16/01/2020 ລວມມີ 4 ປະເພດລາງວັນຄື: 
1. ມາດຕະຖານໂຮງແຮມຂຽວອາຊຽນ ປະເທດລະ 5 ລາງວັນ 
2. ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) ປະເທດລະ 5 ລາງວັນ 
3. ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ປະເທດລະ 3 ລາງວັນ 
4. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປະເທດລະ 2 ລາງວັນ (ມີຜະລິດຕະພັນທ່ອງທ່ຽວເຂດຕົວເມືອງ 01 ລາງວັນ ແລະ ຜະລິດຕະພັນທ່ອງທ່ຽວເຂດຊົນນະບົດ 01 ລາງວັນ) 



ຊຶ່ງໃນງານມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນໃນຄັ້ງນີ້ ໄດ້ມອບລາງວັນໃຫ້ພາກສ່ວນ ຕ່າງໆຈາກພາກລັດ ແລະ ບັນດາຜູ້ປະກອບການຈາກພາກທຸລະກິດ  ໃນບັນດາປະເທດສະມາຊິກອາຊຽນ ທີ່ສາມາດປະຕິບັດຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນແຕ່ລະມາດຕະຖານຂອງອາຊຽນ ຊຶ່ງລວມມີລາງວັນ ທັງໝົດ 4 ປະເພດ ດັ່ງນີ້: 

1. ມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard): ຊຶ່ງເປັນມາດຕະຖານ ທໍາອິດທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນອາຊຽນ ຊຶ່ງເລີ່ມມີການມອບລາງວັນ ແຕ່ປີ 2008 ໂດຍຈັດຂຶ້ນໃນທຸກໆ 2 ປີ ຊຶ່ງປີນີ້ເປັນຄັ້ງທີ 7 ໂດຍມີຈຸດປະສົງ ເພື່ອຊຸກຍູ້ໃຫ້ບັນດາຫົວໜ່ວຍ ທຸລະກິດໂຮງແຮມ ແລະ ຣີສອດ ມີການປົກປັກຮັກສາສິ່ງແວດລ້ອມ ລວມເຖິງການນໍາໃຊ້ຜະລິດຕະພັນ ທີ່ເປັນມິດກັບສິ່ງແວດລ້ອມ, ນໍາໃຊ້ພະລັງງານໄຟຟ້າ ແລະ ນ້ຳຢ່າງມີປະສິດທິພາບ, ສົ່ງເສີມໃຫ້ມີການ ສ້າງວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນພາຍໃນປະເທດ. ຊຶ່ງປີນີ້ ຢູ່ໃນອາຊຽນມີບັນດາໂຮງແຮມ ແລະ ຣີສອດ ທີ່ໄດ້ຮັບລາງວັນທັງໝົດ 46 ລາງວັນ. ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນ ດັ່ງມີລາຍຊື່ລຸ່ມນີ້: − ໂຮງແຮມພູແມນ​​​ແຂວງຫລວງພະບາງ − ໂຮງແຮມອິນທິຣາ​​​ແຂວງວຽງຈັນ − ຣີສອດນໍ້າກັດຢໍລະປ່າ​​​ແຂວງອຸດົມໄຊ − ຣີສອດພູວິລລ່າ ​​​ແຂວງຫລວງນໍ້າທາ − ໂຮງແຮມປາກຊ່ອງແດນງາມ​​ແຂວງຈໍາປາສັກ 

2. ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) (ASEAN MICE Venue Standard) ຊຶ່ງມາດຕະຖານດັ່ງກ່າວນີ້ ໄດ້ມີການມອບລາງວັນ ເປັນຄັ້ງທີ 2 ຊຶ່ງມີຈຸດປະສົງເພື່ອ ແນໃສ່ເພື່ອສົ່ງເສີມໃຫ້ພາກພື້ນອາຊຽນມີຫ້ອງປະຊຸມທີ່ມີມາດຕະຖານ, ຄຸນະພາບສູງ ແລະ ສາມາດແຂ່ງ ຂັນກັບສາກົນໄດ້ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ພາກພື້ນອາຊຽນໃຫ້ຫລາຍຂຶ້ນ. ຊຶງປີນີ້ ຢູ່ໃນອາຊຽນ ມີຫ້ອງປະຊຸມທີ່ໄດ້ຮັບລາງວັນທັງໝົດ 41 ລາງວັນ. ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນ ດັ່ງມີລາຍຊື່ລຸ່ມນີ້: - ຫ້ອງປະຊຸມຂອງໂຮງແຮມພູແມນ, ແຂວງຫລວງພະບາງ. - ຫ້ອງປະຊຸມຂອງໂຮງແຮມຄຣາວພລາຊ່າ, ນະຄອນຫລວງວຽງຈັນ. - ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ. - ຫ້ອງປະຊຸມຂອງໂຮງແຮມຈໍາປາສັກແກຣນ, ແຂວງຈໍາປາສັກ. - ຫໍວັດທະນະທໍາແຂວງສະຫວັນນະເຂດ.​ 

3. ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard)  ຊຶ່ງມາດຕະຖານດັ່ງກ່າວນີ້ ໄດ້ມີການມອບລາງວັນ ເປັນຄັ້ງ ທີ 2 ຊຶ່ງມີຈຸດປະສົງ ເພື່ອສົ່ງເສີມໃຫ້ເມືອງທ່ອງທ່ຽວຂອງອາຊຽນ ມີການ​ຮັກສາ​ສິ່ງ​ແວດ​ລ້ອມ, ປ້ອງ​ກັນ​ບໍ່​ໃຫ້​ມີ​ຜົນ​ກະທົບ​ຈາ​ກການ​ປ່ຽນ​​ແປງຂອງ​ສະພາບ​ອາກາດ ​ແລະ ​ເປັນ​ການ​ປະກອບສ່ວນ​ພັດທະນາ​ບັນດາ​ເມືອງຕ່າງໆ ​ໃນ​ປະ​ເທດ​ສະມາຊິກ​ອາ​ຊຽນ​ໃຫ້​ມີ​ຄວາມ​ຢືນ​ຍົງ. ຊຶ່ງປີນີ້ຢູ່ໃນບັນດາປະເທດສະມາຊິກອາຊຽນມີເມືອງ ທ່ອງທ່ຽວທີ່ໄດ້ຮັບລາງວັນ ທັງໝົດ 21 ລາງວັນ. ສຳລັບ ສປປ ລາວ ໄດ້ຮັບ 01 ລາງວັນ ຄື: ເມືອງທ່ອງທ່ຽວນະຄອນຫລວງວຽງຈັນ 

4. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ASEAN Sustainable Tourism Award) ລາງວັນດັ່ງກ່າວແມ່ນການລິເລີ່ມຂອງ ສປປ ລາວ ໃນໄລຍະ ສປປ ລາວ ເປັນປະທານອາຊຽນໃນປີ 2016, ໃນປີນີ້ແມ່ນມອບລາງວັນເປັນຄັ້ງທີ 2 ຊຶ່ງ​ມີຈຸດ​ປະ​ສົງ​ ເພື່ອ​ເປັນການ​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ແກ່​ຈຸດ​ໝາຍ​ປາຍ​ທາງ​ການ​ທ່ອງ​ທ່ຽວ​ອາ​ຊຽນ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ (i) ເພື່ອຮ່ວມ​ກັນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ (ii) ເພື່ອ​ຫລຸດ​ຜ່ອນ​ບັນ​ຫາ​ດ້ານ​ສິ່ງ​ແວດ​ລ້ອມ, ວັດ​ທະ​ນະ​ທໍາ-ສັງ​ຄົມ ແລະ ເສດ​ຖະ​ກິດ ທີ່​ເກີດ​ຈາ​ກ​ຂະ​ຫຍາຍ​ຕົວ​ຂອງ​ການ​ທ່ອງ​ທ່ຽວຢ່າງວ່ອງ​ໄວ ຂະ​ນະ​ດຽວ​ກັນ​ກໍ່​ໃຫ້​ຄໍາແນະນຳ ແລະ ແຮງ​ຈູງ​ໃຈ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ເພື່ອ​ປັບ​​ປຸງ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​​ຂອງຕົນ​ໃຫ້​​ໄດ້​ຕາມ​ກັບ​ມາດ​ຕະ​ຖານ​ທີ່​ມີ​ຢູ່.  ຊຶ່ງປີນີ້ຢູ່ໃນອາຊຽນມີຜະລິດຕະພັນການທ່ອງທ່ຽວທີ່ໄດ້ຮັບລາງວັນທັງໝົດ 18 ລາງວັນ. ສຳລັບ ສປປ ລາວ ໄດ້ຮັບ 02 ລາງວັນ ຄື: 
- ສະຖານທີ່ທ່ອງທ່ຽວວັດຊຽງທອງ, ແຂວງຫລວງພະບາງ (ຜະລິດຕະພັນການທ່ອງທ່ຽວ ໃນຕົວເມືອງ). 
- ສະຖານທີ່ທ່ອງທ່ຽວວັດພູຈໍາປາສັກ, ແຂວງຈໍາປາສັກ (ຜະລິດຕະພັນການທ່ອງທ່ຽວໃນ ຊົນນະບົດ). 

ຊຶ່ງລວມທັງໝົດ ທີ່ ສປປ ລາວ ໄດ້ຮັບມີ 4 ປະເພດ ລວມມີ 13 ລາງວັນຄື: ມາດຕະຖານ ໂຮງແຮມຂຽວອາຊຽນ 5 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) 5 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 01 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 2 ລາງວັນ. ໂດຍການຈັດຕັ້ງປະຕິບັດບັນດາມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ທັງໝົດນີ້ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ໂດຍລັດຖະບານແຫ່ງ ສປປ ລາວ ແລະ ອົງການຈັດຕັ້ງສາກົນເຊັ່ນ: ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ADB) ແລະ ໂຄງການການ​ເຊື່ອມ​ໂຍງ​ເສດຖະກິດ​ລາວ​ສູ່​ອາຊຽນ, ການ​ຄ້າ ​ແລະ ການ​ພັດທະນາ​ເສດຖະກິດ (RELATED Project) ຂອງ​ອົງການ​ຮ່ວມ​ມື​ພັດທະນາ​ລາວ-​​ເຢຍລະ​ມັນ (GIZ). ງານມະຫາກໍາທ່ອງທ່ຽວອາຊຽນ ປະຈໍາປີ 2021 ຈະຈັດຂຶ້ນໃນເດືອນມັງກອນ ປີ 2021 ທີ່ປະເທດກໍາປູເຈຍ. 
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment