ມອບ-ຮັບລາງວັນ ການແຂ່ງຂັນແຕ້ມຮູບພາບກ່ຽວກັບການເຂົ້າເຖິງກົດໝາຍເພື່ອຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ



ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ທັນວາ 2019 ຜ່ານມານີ້ ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຕາງໜ້າຈາກໂຄງການ 3s, ສະຖາບັນວິຈິດສິນ, ສູນກາງສະຫະພັນແມ່ຍິງລາວ, ແຂກຖືກເຊີນ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ. ໃນພິທີ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກໍໄດ້ກ່າວຈຸດປະສົງຂອງການຈັດງານດັ່ງກ່າວ ຊຶ່ງພິທີມອບ-ຮັບລາງວັນ ການແຂ່ງຂັນແຕ້ມຮູບພາບກ່ຽວກັບການເຂົ້າເຖິງກົດໝາຍເພື່ອຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນຄັ້ງນີ້ ແມ່ນແນໃສ່ສົ່ງເສີມວຽກງານຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ຈຳກັດທຸກຮູບແບບໃນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍຜ່ານການໂຄສະນາເຜີຍແຜ່ທາງຮູບພາບ.



ຜູ້ທີ່ໄດ້ຮັບລາງວັນຊະນະເລີດການແຂ່ງຂັນແຕ້ມຮູບພາບກ່ຽວກັບການເຂົ້າເຖິງກົດໝາຍເພື່ອຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ແກ່ ທ້າວ ສຸຈິນດາ ຂຽວອາພອນ ໄດ້ຮັບເງິນສົດຈຳນວນ 3,000,000 ກີບ, ຮອງຊະນະເລີດ ອັນດັບ 1 ໄດ້ແກ່ ນາງ ຈັນມະນີ ຈັນທະລາດ ໄດ້ຮັບເງິນສົດຈຳນວນ 2,500,000 ກີບ, ຮອງຊະນະເລີດ ອັນດັບທີ 2 ໄດ້ແກ່ ນາງ ສາຍນາທີ ວົງຂັນທອງ ໄດ້ຮັບເງິນສົດຈຳນວນ 2,000,000 ກີບ ໃຫ້ກຽດມອບໂດຍ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ລາງວັນຊົມເຊີຍມີ 9 ລາງວັນ, ລາງວັນລະ 300,000 ກີບ ໃຫ້ກຽດມອບລາງວັນຊົມເຊີຍ ໂດຍ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ຜູ້ຕາງໜ້າຈາກໂຄງການ 3s. 



ຂຽນຂ່າວ: ອ່ອນຄຳ ໄຊຍະວົງ, 
ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ
ກະຊວງຍຸຕິທໍາ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment