ສປປ ລາວ ມີໂຮງງານທີ່ຜະລິດເຫຍື້ອໃມ້ ແລະ ເສດເຈ້ຍ ໃຫຍ່ລະດັບຕົ້ນໆ ຂອງໂລກ !


ປີ 2019 ສປປ ລາວ ສົ່ງອອກເຫຍື້ອໄມ້ ແລະ ເສດເຈ້ຍມູນຄ່າ 251 ລ້ານໂດລາສະຫະລັດ

 ເຫຍື້ອໄມ້ ແລະ ເສດເຈ້ຍ ແມ່ນໜຶ່ງໃນຜະລິດຕະພັນ ທີ່ມີການສົ່ງອອກຫຼາຍໃນປີ 2019 ຜ່ານມາ ບັນລຸໄດ້ 251 ລ້ານໂດລາສະຫະລັດ ເຊິ່ງເປັນອັບດັບທີ່ສີ່ ຮອງຈາກ ການສົ່ງອອກໄຟຟ້າ ເຖິງ 1,066 ລ້ານໂດລາສະຫະລັດ (ສະຖິຕິແຕ່ເດືອນ ມັງກອນ ເຖິງຕຸລາ 2019) , ແຮ່ທອງ ປະມານ 550 ລ້ານໂດລາສະຫະລັດ, ທອງແດງມູນຄ່າປະມານ 401 ລ້ານໂດລາສະຫະລັດ. ໃນນີ້, ການສົ່ງອອກ ເຫຍື້ອໃມ້ ແລະ ເສດເຈ້ຍ ແມ່ນເປັນສິນຄ້າປະເພດໜຶ່ງທີ່ມີວັດຖຸດິບຫຼັກແມ່ນໄມ້ວິກ ເຊິ່ງລັດຖະບານ ສົ່ງເສີມ ໃຫ້ມີການຜະລິດ ຫຼື ປູກໄມ້ວິກ ຢ່າງເປັນລະບົບ ໄປພ້ອມກັບວຽກງານປົກປັກຮັກສາສິ່ງແວດລ້ອມ ໂດຍສົ່ງເສີມຊາວກະສິກອນຫັນມາປູກໄມ້ວິກ ສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງໂຮງງານ ເພື່ອຫຼຸດຜ່ອນການນໍາເຂົ້າວັດຖຸດິບ ທີ່ ສປປ ລາວ ມີທ່າແຮງໃນການຜະລິດ.


ໃນການຜະລິດ ເຫຍື້ອໃມ້ ແລະ ເສດເຈ້ຍ ແມ່ນມາຈາກສອງແຫລ່ງວັດຖຸດິບຫລັກ ກໍ່ຄື: ສໍາລັບເຫຍື້ອໃມ້ ແມ່ນມີແຫລ່ງວັດຖຸດິບຫລັກໆມາຈາກຕົ້ນວິກ ສ່ວນເສດເຈ້ຍແມ່ນມາຈາກເຈ້ຍທີ່ນໍາໃຊ້ແລ້ວ ແລະ ຍັງສາມາດນໍາມາຜະລິດຄືນໃໝ່ (Recycle) ທີ່ໄດ້ມາຈາກທັງພາຍໃນ ແລະ ຕ່າງປະເທດ.

ອີງຕາມສະຖິຕິສົ່ງອອກເຫຍື້ອໃມ້ ແລະ ເສດເຈ້ຍ ໃນປີ 2019 ເຫັນວ່າມີມູນຄ່າສູງພໍສົມຄວນ ປະມານ 251 ລ້ານໂດລາສະຫະລັດ ໃນນັ້ນ ສປປ ລາວ ສົ່ງສິນຄ້າດັ່ງກ່າວໄປຍັງ ສປ ຈີນ 250 ລ້ານໂດລາສະຫະລັດ, ໄທ 0,8 ລ້ານໂດລາສະຫະລັດ ແລະ ຫວຽດນາມ. 0,2 ລ້ານໂດລາສະຫະລັດ.



ເຖິ່ງແມ່ນວ່າ ສປປ ລາວ ຈະມີມູນຄ່າການສົ່ງອອກເຫຍື້ອໄມ້ ແລະ ເສດໄມ້ ຫຼາຍກໍ່ຕາມ ແຕ່ຍັງມີຈໍານວນໜຶ່ງແມ່ນນໍາເຂົ້າເຫຍື້ອໃມ້ ແລະ ເສດເຈ້ຍ ຈາກຕ່າງປະເທດລວມມູນຄ່າ 24 ລ້ານໂດລາສະຫະລັດ ເຊັ່ນ: ສປ ຈີນ, ສ ອາເມລິກາ, ສ ເກົາຫຼີ, ຮົງກົງ ແລະ ໄທ. ເຊິ່ງມູນຄ່ານໍາເຂົ້າສູງສຸດແມ່ນ ສປ ຈີນ ມີປະມານ 14 ລ້ານໂດລາສະຫະລັດ, ສ ອາເມລິກາ ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, ສ ເກົາຫຼີ ມີມູນຄ່າປະມານ 77 ພັນໂດລາສະຫະລັດ, ຮົງກົງ ມີມູນຄ່າປະມານ 72 ພັນໂດລາສະຫະລັດ ແລະ ໄທ ມີມູນຄ່າປະມານ 62 ພັນໂດລາສະຫະລັດ.

ປະຈຸບັນ ສປປ ລາວ ມີໂຮງງານທີ່ຜະລິດເຫຍື້ອໃມ້ ແລະ ເສດເຈ້ຍ ຢູ່ແຂວງສະຫວັນນະເຂດ ທີ່ໃຫຍ່ທີ່ທຽບເທົ່າກັບ ໂຮງງານໃຫຍ່ທີ່ມີຊື່ສຽງຢູ່ ອາເມລິກາໃຕ້ ກໍ່ຄືປະເທດ ບລາຊີນ ມີກໍາລັງການຜະລິດຜະລິດຕະພັນເຈ້ຍຕ່າງໆ 1,2 ລ້ານໂຕນ ຕໍ່ປີ.

Source: laotradeportal
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment