ການບິນລາວເລື່ອນເວລາອອກໄປຕື່ມ ການເປີດເສັ້ນທາງບິນໃໝ່ ວຽງຈັນ ຄຸມາໂມະໂຕ້ ຍີ່ປຸ່ນ


ສາຍການບິນແຫ່ງຊາດ ການບິນລາວ Lao Airlines ມີແຜນທີ່ຈະເປີດຖ້ຽວບິນ ຈາກນະຄອນຫຼວງວຽງຈັນ ສປປ ລາວ ເຖິງ ແຂວງຄຸມາໂມະໂຕ້ ພາກໃຕ້ ຂອງປະເທດຍີ່ປຸ່ນ ໃນວັນທີ່ 18 ມີນາ 2020 ນີ້ ຈໍາເປັນຕ້ອງໄດ້ເລື່ອນເວລາ ອອກໄປຕື່ມ ເນື່ອງຈາກມີຄວາມຈໍາເປັນ ຕ້ອງໄດ້ສຶກສາລະອຽດ ຄວາມເປັນໄປໄດ້ທາງດ້ານເສດຖະກິດ, ການວິເຄາະ ການຕະຫຼາດ ແລະ ຄວາມສ່ຽວອື່ນໆ ທີ່ອາດເກີດຂຶ້ນ. ໜັງສຶພິມ TKU-News ຂອງປະເທດຍີ່ປຸ່ນ ລາຍງານວ່າ ຍັງບໍ່ທັນມີ ການແຈ້ງການແຜນການບິນ ທີ່ແນ່ນອນ ວ່າ ຈະເປີດໃຫ້ການບໍລິການ ໃນມື້ໃດ. ປະຈຸບັນ ທາງແຂວງຄຸມາໂມະໂຕ້ ຂອງປະເທດ ຍີ່ປຸ່ນ ກໍາລັງຊອກຫາວິທີທາງ ໃນການຊ່ວຍເຫຼືອ ສປປ ລາວ ເພື່ອໃຫ້ທ່ຽວບິນນີ້ ສາມາດເປີດຂຶ້ນໄດ້. ຕາມແຜນ ໃນເບື້ອງຕົ້ນ ຈະເປີດຖ້ຽວການບິນ ໄປກັບ 4 ຄັ້ງຕໍ່ອາທິດ. 

ໃນເວລາດຽວກັນ ແຂວງຄຸມາໂມະໂຕ້ ປະກາດເປີດຄືນ ເສັ້ນທາງການບິນ ຄຸມາໂມະໂຕະ ຫາ ນະຄອນຫຼວງ ໂຊລ ປະເທດ ສ. ເກົາຫຼີ ເພື່ອດຶງດູດນັກທ່ອງທ່ຽວ ທີ່ມີຄວາມສົນໃຈ ໃນການຫຼິ້ນກ໋ອຟ ໃຫ້ເຂົາມາທ່ຽວແຂວງໃຫ້ຫຼາຍຂຶ້ນ. 




ແຫຼ່ງຂໍ້ມູນ: https://www.tku.co.jp/news
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment