ດ່ວນ ! ສົນໃຈໄປຝຶກທັກສະ ພາສາອັງກິດ ຟຣີ ອ່ານທາງນີ້ !!!


ສະໜັກເຂົ້າຮ່ວມໂຄງການຝຶກອົບຮົມພາຍໃຕ້ທຶນການສຶກສາ ຂອງ ລັດຖະບານບຣູໄນ ( The Brunei Darussalarm Government Scholarship on Enhancing Professional Communications Skills for ASEAN ) ໃນຫົວຂໍ້ "Professional Communications in English"”ແລະ "Intensive English Proficiency Course". ຊຶ່ງຈະຈັດຂຶ້ນຢູ່ທີ່ ດານັງ ປະເທດ ຫວຽດນາມ, ດັ່ງມີລາຍລະອຽດລຸ່ມນີ້:

ຊຸດທີ່ I ຕັ້ງແຕ່ວັນທີ 9 ມີນາ - 25 ເມສາ2020 
ຊຸດທີ່ II ຕັ້ງແຕ່ວັນທີ 6 ກໍລະກົດ - 22 ສິງຫາ 2020 
ຊຸດທີ່ III ຕັ້ງແຕ່ວັນທີ 5 ຕຸລາ - 21 ພະຈິກ 2020

ໝາຍເຫດ: 
ສໍາລັບຄ່າເດີນທາງໄປ-ກັບ, ອັດຕາກິນ ແລະ ຄ່າທີ່ພັກ ແມ່ນເຈົ້າພາບຮັບຜິດຊອບທັງໜົດ. 

ສະໝັກໄດ້ໂດຍກົງ ໂດຍການປະກອບແບບຟອມສະໝັກອອນລາຍ ບໍ່ໃຫ້ກາຍ ວັນທີ 13 ມັງກອນ 2020

ສາມາດເຂົ້າເບິ່ງໄດ້ທີ່: https://apply.ubd.edu.bn/orbeon/uis-welcome/

 ພາຍຫຼັງສະໝັກຜ່ານທາງອອນລາຍແລ້ວໃຫ້ສໍາເນົາແບບຟອມ ແລະ ເອກະສານທີ່ກ່ຽວຂ້ອງແລ້ວສົ່ງ ໄປຍັງ 

E-Mail:applyPCSS2020@mfo.gov.bn 



ລາຍລະອຽດກ່ຽວກັບທຶນຝຶກອົບຮົມ, ເງື່ອນໄຂຜູ້ສະໝັກ ແລະ ຂັ້ນຕອນການສະໝັກ ສາມາດເຂົ້າເບິ່ງໄດ້ທີ່: 

http://www.mfa.gov.bn/pages/bdscholarship.aspx

ສົນໃຈສອບຖາມຂໍ້ມູນເພີ້ມເຕີມພົວພັນ: ພະແນກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ກົມອາຊຽນ 
ໂທ: 021 415109 
E-Mail: aseanlaos@gmail.com
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment