ເຊັນສັນຍາ ສົ່ງເສີມການໃຊ້ສະກຸນເງິນທ້ອງຖິ່ນ ເພື່ອການຄ້າ ແລະ ການລົງທຶນ ລາວຈີນ



ໃນລະຫວ່າງວັນທີ 5-9 ມັງກອນ 2020 ທີ່ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາຊົນຈີນ ແລະ ໃນໂອກາດດັ່ງກ່າວ ວັນທີ່ 6 ມັງກອນ 2020 ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ແລະ ທ່ານ ອີ້ ກັງ, ຜູ້ວ່າການທະນາຄານ ປະຊາຊົນຈີນ (ທປຈ) ໄດ້ຮ່ວມລົງນາມ ໃນສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມ ການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທທລ ແລະ ທປຈ ພາຍໃຕ້ການເປັນສັກຂີພະຍານ ຂອງທ່ານ ນາຍົກລັດຖະມົນຕີສອງປະເທດ. 



ສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທຫລ ແລະ ທປຈ ໄດ້ລະບຸ ກ່ຽວກັບ ການຮ່ວມລະຫວ່າງ ສອງລະບົບທະນາຄານ ໃນການສົ່ງເສີມ ສາຍພົວພັນລະຫວ່າງ ບັນດາທະນາຄານ ທຸລະກິດ ຂອງ ສປປ ລາວ ແລະ ສປ ຈີນ ເພື່ອຊຸກຍູ້ການນໍາໃຊ້ສະກຸນເງິນ ທ້ອງຖິ່ນ ໃນການອໍານວຍຄວາມສະດວກ ໃຫ້ແກ່ການຄ້າ ແລະ ການລົງທຶນສອງຝ່າຍ,​ ຊຶ່ງສະແດງ ໃຫ້ເຫັນເຖິງ ຄໍາໝັ້ນສັນຍາ ຂອງສອງທະນາຄານກາງ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ ໃນຂົງເຂດຂະແໜງການທະນາຄານ  ທັງເປັນການຍົກລະດັບ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄປສູ່ລະດັບໃໝ່. ສັນຍາດັ່ງກ່າວ, ສອງທະນາຄານ ສົ່ງເສີມການຮ່ວມມື ແລະ ຊຸກຍູ້ການໃຊ້ສະກຸນເງິນກີບ ແລະ ເງິນຢວນ ເຂົ້າໃນການຊໍາລະ ແລະ ສະສາງທຸລະກໍາການຄ້າ ແລະ ການລົງທຶນລະຫວ່າງປະຊາຊົນ ຂອງສອງປະເທດ. ຄຽງຄູ່ກັນນີ້, ສັນຍາດັ່ງກ່າວ ຍັງໄດ້ລະບຸ ເຖິງຄໍາໜັ້ນສັນຍາ ຂອງສອງທະນາຄານກາງ ໃນການຍົກລະດັບ ການຮ່ວມມືຊຶ່ງກັນ ແລະ ກັນ ເພື່ອສົ່ງເສີມການຄ້າໂດຍກົງ ທີ່ເປັນສະກຸນເງິນກີບ ແລະ ຢວນ ຢູ່ແຕ່ລະປະເທດ, ຊຶ່ງຈະຊ່ວຍປະກອບສ່ວນ ໃນການຊຸກຍູ້ ສາຍພົວພັນການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ຫຼາຍຂຶ້ນກ່ວາເກົ່າ.​

Cr. ທະນາຄານແຫ່ງ ສປປ ລາວ


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment