ເປີດດ່ານສາກົນແຫ່ງໃໝ່ ເຊືອມລາວ ສູ່ທ່າເຮືອດານັງ ຫວຽດນາມ


ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຫັນດີໃຫ້ຍົກລະດັບດ່ານທ້ອງຖີ່ນດາກສະອ໊ອກ ຂື້ນມາເປັນດ່ານສາກົນ ຕາມແຈ້ງການສະບັບເລກທີ 2204/ຫສນຍ, ລົງວັນທີ 17 ທັນວາ 2019. ດ່ານທ້ອງຖີ່ນ ດາກຕະອ໊ອກ ຕັ້ງຢູ່ເມືອງ ດາກຈື້ງ ແຂວງເຊກອງ ສປປ ລາວ ປະຈຸບັນຖືກຍົກລະດັບເປັນດ່ານສາກົນດາກຕະອ໊ອກ ເຊິ່ງເປັນຄູ່ດ່ານສາກົນກັບ ດ່ານສາກົນນາມຢາງ, ເມືອງ ນາມຢາງ, ແຂວງກວາງນາມ ສສ ຫວຽດນາມ. ຄູ່ດ່ານສາກົນດາກຕະອ໋ອກ-ນາມຢາງ ມີເສັ້ນທາງເຊື່ອມໂຍງຫາ ທ່າກໍ່າປັ່ນດານັງ, ແຂວງດານັງ, ສສ ຫວຽດນາມ.



ອີງຕາມແຈ້ງການກ່ຽວກັບການຍົກລະດັບດ່ານທ້ອງຖີ່ນ ດາກຕະອ໊ອກ (ແຂວງເຊກອງ) ແລະ ນາມຢາງ (ແຂວງກວງນາມ) ຂື້ນເປັນດ່ານສາກົນ ເລກທີ 2204/ຫສນຍ, ລົງວັນທີ 17 ທັນວາ 2019 ແມ່ນເຫັນດີໃຫ້ຍົກລະດັບດ່ານດັ່ງກ່າວໃຫ້ເປັນດ່ານສາກົນ ໂດຍມອບໝາຍໃຫ້ ແຂວງເຊກອງ ສົມທົບກັບ ກະຊວງການຕ່າງປະເທດ ຈັດຕັ້ງປະຕິບັດຕາມການແຈ້ງການສະບັບນີ້. ດ່ານສາກົນ ດາກຕະອ໊ອກ ເປັນຈຸດເຊື່ອມໂຍງລະຫວ່າງສາມປະເທດ (ໄທ-ລາວ-ສສ ຫວຽດນາມ) ອິກແຫ່ງ  ໜຶ່ງ ຢູ່ແຂວງເຊກອງ ພາກໃຕ້ຂອງ ສປປ ລາວ ເລີ້ມແຕ່ຄູ່ດ່ານສາກົນວັງເຕົ່າ-ຊ່ອງແມັກ ຫາຄູ່ດ່ານສາກົນ ດາກຕະອ໊ອກ-ນາມຢາງ ແລະ ເຊື່ອມຕໍ່ທ່າກໍ່າປັ່ນດານັງ ເຊິ່ງຈະມີໄລຍະທາງສັ້ນກ່ວາດ່ານສາກົນອື່ນ ໂດຍມີໄລຍະທາງປະມານ 187 ກມ ຖ້າທຽບໃສ່ ການເຊີື່ອມຕໍ່ລະຫວ່າງຄູ່ດ່ານສາກົນວັງເຕົ່າ-ຊ່ອງແມັກ ແລະ ຄູ່ດ່ານສາກົນພູເກືອ-ເບີ້ອີ.


ໄລຍະທາງແຕ່ ແຂວງເຊກອງ ໄປຫາດ່ານສາກົນ ດາກຕະອ໊ອກ ມີຄວາມຍາວປະມານ 123 ກມ ແລະ ດ່ານສາກົນ ດາກຕະອ໊ອກ ຫາທ່າກໍ່າປັ່ນດານັງ ປະເທດຫວຽດນາມ ປະມານ  147 ກມ ເຊິ່ງມີໄລຍະທາງທັງໝົດແຕ່ ແຂວງເຊກອງ ໄປຫາ ທ່າກໍາປັ່ນດານັງປະມານ 270ກມ. ຈາກດ່ານສາກົນວັງເຕົ່າ, ແຂວງຈໍາປາສັກ ຫາດ່ານດາກຕະອ໊ອກ ແຂວງ ເຊກອງ ມີໄລຍະທາງ ປະມານ 293 ກມ ລວມແລ້ວ ແຕ່ດ່ານວັງເຕົ່າ ຫາ ທ່າກໍາປັ່ນດານັ່ງໂດຍຜ່ານດ່ານດາກຕະອ໊ອກ ມີປະມານ 440 ກມ. ແຕ່ຖ້າເດີນທາງແຕ່ ດ່ານສາກົນວັງເຕົ່າ ໄປຜ່ານດ່ານສາກົນພູເກືອ ແຂວງອັດຕະປື ໄປຫາ ທ່າກໍ່າປັ່ນດານັງ ແມ່ນມີໄລຍະທາງເຖິງ 627 ກມ.

ຂໍ້ມູນຈາກ: ສູນຂໍ້ມູນຂ່າວສານດ້ານການຄ້າ  


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment