ບໍລິສັດເບຍລາວຈໍາກັດ ໃຫ້ການສະໜັບສະໜູນ ທັບນັກກິລາລາວ ໃນງານມະຫະກໍາຊີເກມ ຕະຫຼອດມາ


ບໍລິສັດ ເບຍລາວ ຈໍາກັດ ຊຶ່ງເປັນບໍລິສັດຫຍັກໃຫຍ່ ແຖວໜ້າ ຂອງສປປ ລາວ ໃນການດໍາເນີນທຸລະກິດ ຮ່ວມໄປກັບສັງຄົມລາວ ປະກາດເຈດຈໍານົງ ຢ່າງໜັກແໜ້ນ ໃນການພັດທະນາ ຊັບພະຍາກອນມະນຸດ, ສືບຕໍ່ນະໂຍບາຍ ໃນການຊຸກຍູ້ ແລະ ສະໜັບສະໜູນ ວົງການກິລາ ຂອງ ປະເທດ ໃຫ້ມີຄວາມຕໍ່ເນື່ອງ ທັງໃນຮູບແບບການແຂ່ງຂັນ ແລະ ການສະໜັບສະໜູນ ສະຫະພັນກິລາ ເພື່ອພັດທະນາ ສັກກະຍາພາບຂອງນັກກິລາ ທີມຊາດລາວ ທີ່ໄດ້ທຸ້ມເທເຫື່ອແຮງ ສະຕິປັນຍາ ແລະ ຄວາມສາມາດ ເຂົ້າໃນການແຂ່ງຂັນ ຈົນມີຜົນງານໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ທັງໃນລະດັບພາກພື້ນ ແລະ ສາກົນ. 

ໃນງານແຂ່ງຂັນ ກິລາຊີເກມ (SEA Games) ຊຶ່ງເປັນງານແຂ່ງຂັນກິລາ ລະດັບໃຫຍ່ ຂອງບັນດາປະເທດ ອາຊີຕາເວັນອອກສຽງໃຕ້, ບໍລິສັດເບຍລາວຈໍາກັດ ແມ່ນໄດ້ໃຫ້ການສະໜັບສະໜູນ ນັກກິລາ, ຄູຝຶກ ແລະ ຄະນະກໍາມະການ ໃນທຸກໆຄັ້ງ. ສະເພາະ ງານມະຫະກໍາ ກິລາ ຊີເກມ ຄັ້ງທີ່ 30 ທີ່ປະເທດຟິລິປິນ ທີ່ຜ່ານມາ, ບໍລິສັດເບຍລາວ ໄດ້ໃຫ້ການສະໜັບສະໜູນ ທັບ ນັກກິລາລາວ ຕັ້ງແຕ່ມື້ກະກຽມ ຈົນສີ້ນສຸດການແຂ່ງຂັນ ລວມມູນຄ່າທັງໝົດ ຫຼາຍກ່ວາ 139 ລ້ານກີບ. ພິທີມອບຮັບການສະໜັບສະໜູນ ກອງທັບນັກກິລາລາວ ໄດ້ຈັດຂຶ້ນ ໃນວັນທີ 24 ທັນວາ 2019 ທີ່ຜ່ານມາ ຢູ່ທີ່ ຄະນະກໍາມະການໂອລິມປິກ ແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໃນກອງປະຊຸມໃຫຍ່ ສາມັນປະຈໍາປີ ເພື່ອສະຫຼຸບຖອດຖອນບົດຮຽນ ແລະ ທົບທວນຄືນ ການເຄື່ອນໄຫວ ຫຼາຍວຽກງານທີ່ພົ້ນເດັ່ນ ທັງພາຍໃນ ແລະ ເວທີສາກົນ ຂອງຄະນະກໍາມະການ ໂອລິມປິກແຫ່ງຊາດ ຮອບປີ 2019. ຕາງໜ້າຮັບໂດຍ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ ແລະ ຕາງໜ້າມອບການສະໜັບສະໜູນ ແມ່ນທ່ານ ຈັນສະໝອນ ຜ່ອງຈັນທາ, ຫົວໜ້າ ຝ່າຍການຕະຫຼາດ ບໍລິສັດເບຍລາວຈໍາກັດ. 

ສປປ ລາວ ສົ່ງຄະນະນໍາ ກໍາມະການຕັດສິນ ຄູຝຶກ ແລະ ທັບນັກກິລາ ຈໍານວນ 370 ຄົນ ເຂົ້າຮ່ວມແຂ່ງຂັນ ກິລາ ຊີເກມ ຄັ້ງທີ່ 30 ທີ່ປະເທດຟິລິປິນ ໃນ 25 ປະເພດກິລາ ຈາກທັງໝົດ 56 ປະເພດກິລາ. ຕະຫຼອດໄລຍະການແຂ່ງຂັນທັງໝົດ ຕັ້ງແຕ່ວັນທີ 30 ພະຈິກ ເຖິງ ວັນທີ 11 ທັນວາ 2019, ຜົນປະກົດວ່າ ທັບນັກກິລາ ສປປ ລາວ ສາມາດຍາດໄດ້ພຽງ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 21 ຫຼຽນທອງ, ຈັດຢູ່ອັນດັບທີ່ 10 ໃນຕາຕະລາງ ຈາກທັງໝົດ 11 ປະເທດ ທີ່ເຂົ້າຮ່ວມ. ກິລາ ຄິກບ໋ອດຊິງ ເປັນກິລາປະເພດ ໃໝ່ 1 ໃນ 25 ປະເພດກິລາ ທີ່ສ ປປ ລາວ ສົ່ງເຂົ້າຮ່ວມ ແຕ່ສາມາດສ້າງຜົນງານໄດ້ໂດດເດັ່ນ ເກີນຄາດໝາຍ ດ້ວຍການຄ້ວາ 1 ຫຼຽນຄໍາ ມາໃຫ້ ສປປ ລາວ ໂດຍເປັນຜົນງານ ຂອງທ້າວ ສຸກັນ ໄຕປັນຍາວົງ ລຸ້ນນໍ້າໜັກ 60 ກິໂລກຣັມ ປະເພດ “Low Kick” ແລະໄດ້ຮັບເງິນສົດ ຈາກບໍລິສັດເບຍລາວຈໍາກັດ ມູນຄ່າ 5 ລ້ານກີບ. 

ສໍາຫຼັບ ຊີເກມ ໃນຄັ້ງຕໍ່ໄປ ແມ່ນຈະໄດ້ຈັດຂຶ້ນ ຢູ່ ສສ ຫວຽດນາມ ໃນປີ 2021. ບໍລິສັດ ເບຍລາວຈໍາກັດ ຈະຍັງສືບຕໍ່ ໃຫ້ການສະໜັບສະໜູນ ແລະ ເປັນແຮງໃຈ ໃຫ້ທີມນັກກິລາລາວ ແລະ ຄູຝຶກ ຕະຫຼອດໄປ ເພື່ອຍາດເອົາຜົນສໍາເລັດອັນ ໃໝ່ ທີ່ໃຫຍ່ຫຼວງກ່ວາເກົ່າ ມາສູ່ປະເທດຊາດ ແລະ ປະຊາຊົນລາວ.

FM 90 Lao Youth Radio
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment