ນ໋ອກແວ ໃຫ້ທຶນ 6 ແສນກວ່າໂດລາ ຊ່ວຍເຫຼືອວຽກງານເກັບກູ້ລະເບີດຢູ່ແຂວງຄໍາມ່ວນ


 ໃນສົກປີ 2019-2020 ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ແລະ ອົງການເກັບກູ້ລະເບີດແມັກ ປະຈຳລາວ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2020 ຜ່ານມາທີ່ ຫ້ອງການ ຄຊກລ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລ ແລະ ທ່ານ ບີວ ມາດຮເດັ່ນ ຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າຈາກພາກກ່ຽວຂ້ອງເຂົ້າຮ່ວມ. ອົງການເກັບກູ້ລະເບີດແມັກປະຈຳ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງການຕ່າງປະເທດນ໋ອກແວ (NMFA) ສຳລັບວຽກງານການສໍາຫຼວດທາງວິຊາການ ແລະ ການເກັບກູ້ລະເບີດ ຢູ່ ແຂວງຄໍາມ່ວນ ໃນສົກປີ 2019-2020 ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈໍານວນ 627.276 ໂດລາສະຫະລັດ ຫຼື ປະມານ 5,5 ຕື້ກີບ ໄລຍະເວລາຈັດຕັ້ງປະຕິບັດໂຄງການ 12 ເດືອນ ເຊິ່ງເງິນຈໍານວນນີ້ ທາງອົງການແມັກ ແມ່ນຈະນໍາໃຊ້ເຂົ້າໃນວຽກງານເພື່ອເຮັດການສໍາຫຼວດທາງດ້ານວິຊາການໃຫ້ໄດ້ ເນື້ອທີ່ 6 ລ້ານຕາແມັດ ແລະ ກວດກູ້ລະເບີດອອກຈາກເນື້ອທີ່ ດິນໃຫ້ ໄດ້ຫຼາຍກ່ວາ 8 ແສນຕາແມັດ ໃນເມືອງ ບົວລະພາ, ແຂວງຄໍາມ່ວນ. 



ນອກຈາກນີ້, ທຶນທີ່ໄດ້ຮັບດັ່ງກ່າວຍັງ ໄດ້ສະໜັບສະໜູນວຽກການການເກັບກູ້ລະເບີດເຄື່ອນທີ່ເມື່ອໄດ້ຮັບ ການລາຍງານຈາກປະຊາຊົນໃນທ້ອງຖິ່ນທີ່ໄດ້ພົບເຫັນລະເບີດບໍ່ທັນແຕກ ແລະ ໃຫ້ມີຄວາມໝັ່ນໃຈວ່າລະເບີດລູກດັ່ງກ່າວຖືກທໍາລາຍໂດຍໄວ ແລະ ມີຄວາມປອດໄພຕໍ່ຊີວິດ ແລະ ຊັບສີນ. ທ່ານ ບີວ ມາດຮເດັ່ນ ກ່າວວ່າ “ຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງສືບຕໍ່ເປັນອຸປະສັກກິດກັ້ນການພັດທະນາຂອງປະເທດລາວ, ປະຊາຊົນໃນທ້ອງຖີ່ນບໍ່ພຽງແຕ່ດໍາລົງຊີວິດຢູ່ດ້ວຍຄວາມຢ້ານກົວຕໍ່ກັບລະເບີດບໍ່ທັນແຕກທີ່ຢູ່ໃນເນື້ອທີ່ດິນ ເພື່ອທໍາມາຫາກີນຂອງພວກເຂົາເທົ່ານັ້ນ ແຕ່ມັນຍັງໄດ້ຂະຫຍາຍເປັນວົງກວ້າງ ແລະ ກວມລວມເຖີງການເຂົ້າຫາການບໍລິການຂັ້ນພື້ນຖານ. ສະນັ້ນ, ໂຄງການດັ່ງກ່າວນີ້ ຈະສືບຕໍ່ສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ເພື່ອເຮັດໃຫ້ເນື້ອ ດິນສຳລັບການປູກຝັງ ແລະ ລ້ຽງສັດ ໃຫ້ມີຄວາມປອດໄພເຊີ່ງເປັນອີກບາດກ້າວໜຶ່ງທີ່ສຳຄັນ ເພື່ອຍົກສູງຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນໃນ ທ້ອງຖີ່ນໃຫ້ດີຂື້ນເທື່ອລະກ້າວ. ອົງການເກັບກູ້ລະເບີດແມັກປະຈຳ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອຈາກ ກະຊວງການຕ່າງປະເທດນ໋ອກແວ ຈັດຕັ້ງປະຕິບັດຢູ່ ແຂວງ ຄຳມ່ວນ ຕັ້ງແຕ່ປີ 2015 ເປັນຕົ້ນມາ. 



Cr: ຮສສ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment