ນາຍົກແຕ່ງຕັ້ງຄະນະສະເພາະກິດ ເພື່ອປ້ອງກັນ ແລະ ແກ້ໄຂການລະບາດໄວຣັສ ໂຄໂຣນາ




ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ອອກ​ຂໍ້​ຕົກ­ລົງ ສະ­ບັບ​ເລກ​ທີ 09/ນຍ, ລົງ​ວັນ​ທີ 3 ກຸມ­ພາ 2020 ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ຫຼື ໄວ​ຣັສ ໂຄ​ໂຣ​ນາ (Novel Corona Virus: NCoV) ໂດຍ​ມີ​ລາຍ​ຊື່​ດັ່ງ​ລຸ່ມ​ນີ້: 

1. ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ເປັນ​ຫົວ­ໜ້າ; 
2 . ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເປັນ​ຮອງ​ຫົວ­ໜ້າ; 
3. ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເປັນ​ຮອງ​ຫົວ­ໜ້າ ແລະ ຜູ້​ປະ­ຈຳ­ການ; 
4. ທ່ານ ທອງ​ສະ­ຫວັນ ພົມ­ວິ­ຫານ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ເປັນ​ກຳ­ມະ­ການ; 
5. ທ່ານ ພົຕ ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເປັນ​ກຳ­ມະ­ການ; 
6. ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ເປັນ​ກຳ­ມະ­ການ; 
7.  ທ່ານ ສັນ­ຕິ​ສຸກ ສິມ​ມາ­ລາ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ເປັນ​ກຳ­ມະ­ການ; 
8.  ທ່ານ ສະ­ຫວັນ​ຄອນ ຣາ​ຊ​ມຸນ​ຕຣີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ເປັນ​ກຳ­ມະ­ການ; 
9.  ທ່ານ ບຸນ​ໂຈມ ອຸ­ບົນ​ປະ­ເສີດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ເປັນ​ກຳ­ມະ­ການ; 
10. ທ່ານ ພົນ​ຈັດ­ຕະ­ວາ ບົວ​ສິງ ອິນ​ທະ​ວົງ ຫົວ­ໜ້າ​ກົມ​ເສ­ນາ ກົມ​ໃຫຍ່​ພະ­ລາ­ທິ­ການ ກະ­ຊວງ​ປ້ອງ​ກັນ​ປະ­ເທດ ເປັນ​ກຳ­ມະ­ການ; 
11. ທ່ານ ວາ­ລະ​ໄຊ ດາ­ລາ​ລອຍ ຫົວ­ໜ້າ​ຫ້ອງ­ການ ກະ­ຊວງ​ໄປ­ສະ­ນີ, ໂທ­ລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ເປັນ​ກຳ­ມະ­ການ. 

ຄະ­ນະ​ສະ­ເພາະ​ກິດ​ດັ່ງ­ກ່າວ ມີ­ໜ້າ​ທີ່​ດັ່ງ­ນີ້: ຊີ້​ນຳ ແລະ ຊຸກ­ຍູ້ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ ລວມ​ທັງ​ອົງ­ການ​ຈັດ​ຕັ້ງ​ຂອງ​ລັດ, ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ, ພາກ­ສ່ວນ​ເອ­ກະ​ຊົນ, ອົງ­ການ​ຈັດ​ຕັ້ງ​ສາ­ກົນ​ທີ່​ເຄື່ອນ​ໄຫວ ໃນ ສປປ ລາວ ເຂົ້າ​ຮ່ວມ ແລະ ເປັນ​ເຈົ້າ​ການ ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (Novel Corona Virus: 2019-nCoV) ພ້ອມ​ທັງ​ຕິດ­ຕາມ, ກວດ­ກາ ແລະ ປະ​ເມີນ​ສະ­ພາບ​ການ​ຢ່າງ​ໃກ້­ຊິດ ແລ້ວ​ລາຍ​ງານ​ໃຫ້​ລັດ­ຖະ­ບານ​ຮັບ​ຊາບ​ເປັນ​ປົກ­ກະ­ຕິ​ຕໍ່​ເນື່ອງ ແລະ ທັນ​ເວ­ລາ; ແຕ່ງ­ຕັ້ງ​ຄະ­ນະ​ຜູ້​ຊ່ວຍ​ວຽກ​ຂອງ​ຕົນ ເພື່ອ​ລົງ​ເລິກ​ຄົ້ນ­ຄວ້າ​ມາດ​ຕະ­ການ, ວິ­ທີ​ການ​ຕ່າງໆ​ທີ່​ເໝາະ​ສົມ ແລະ ເປັນ­ໃຈ​ກາງ ໃນ​ການ​ພົວ­ພັນ​ປະ­ສານ​ງານ​ກັບ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ, ອຳ­ນາດ​ການ​ປົກ­ຄອງ​ແຕ່​ລະ​ຂັ້ນ, ບັນ­ດາ​ປະ­ເທດ​ໃກ້​ຄຽງ, ຄູ່​ຮ່ວມ​ພັດ­ທະ­ນາ ແລະ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່  (Novel Corona Virus: 2019-nCoV) ໃຫ້​ມີ​ປະ­ສິດ​ທິ​ຜົນ.

Cr. ໜັງສືພິມປະຊາຊົນ


Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment