ສີສັນພິທີເປີດງານ ບຸນນະມັດສະການຜາສາດຫີນວັດພູ


ສີສັນພິທີເປີດງານບຸນນະມັດສະການຜາສາດຫີນວັດພູ, ສະຖານທີ່ມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ 

ພິທີເປີດງານບຸນນະການຜາສາດຫີນວັດພູຈໍາປາສັກ ປີ 2020 ຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2020 ຜ່ານມາ ຢູ່ເດີ່ນສະຖານບູຮານວັດພູ ໂດຍມີການນຳຂັ້ນແຂວງ, ການນຳ ແລະ ກົງສູນໃຫຍ່ 3 ປະເທດປະຈຳພາກໃຕ້ (ສສ ຫວຽດນາມ, ກຳປູເຈຍ ແລະ ໄທ) ພ້ອມດ້ວຍບັນດານັກທຸລະກິດ, ຜູ້ປະກອບ ແລະ ມວນຊົນຊາວແຂວງຈໍາປາສັກເຂົ້າຮ່ວມ. ໃນພິທີເປີດໄດ້ມີຂະບວນແຫ່ກ້ອນກໍາລັງຕ່າງໆຂອງ 9 ເມືອງ ແລະ 1 ນະຄອນ ເຊິ່ງມີຫຼາຍຂະບວນ ເລີ່ມຕົ້ນດ້ວຍຂະບວນແຫ່ທຸງຊາດ ກອງຕຸລິຍາງເຍົາວະຊົນ, ທຸງທິວ 7 ສີ. ຕໍ່ມາ ແມ່ນຂະບວນແຫ່ຊ້າງ, ແຫ່ມ້າຈໍາລອງ, ທ່າວບາຈຽງ, ນາງມະໂລງ ແລະ ເມືອງອື່ນໆ ເຊິ່ງລຽງລໍາດັບຊື່ບັນດາເມືອງຕາມຕົວອັກສອນ ແລະ ນໍາໜ້າໂດຍນາງສາວຖືປ້າຍຊື່ຂອງເມືອງ ຕິດຕາມດ້ວຍການນໍາເມືອງ ແລະ ລົດແຫ່ສິ່ງທີ່ເປັນເອກະລັກຂອງເມືອງ, ທ້າຍຂະແຫ່ຂອງແຕ່ລະເມືອງ ກໍ່ແມ່ນຂະບວນຟ້ອນທີ່ເປັນເອກະລັກຂອງແຕ່ລະເມືອງນໍາອີກ.



 ທ່ານ ຄໍາຕັນ ຊົມພັນດອນ ເຈົ້າເມືອງໆຈໍາປາສັກ ຮອງປະທານຄະນະຮັບຜິດຊອບຈັດງານໃຫ້ນູ້ວ່າ: ການກະກຽມຄວາມພ້ອມໃນການຈັດງານບຸນນະມັດສະການຜາສາດຫີນວັດພູ ປີ 2020, ເນື້ອໃນສໍາຄັນ ທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງສະຖານບູຮານວັດພູຈໍາປາສັກ ມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ, ຍົກໃຫ້ເຫັນສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ພັກພາອາໄສ ເພື່ອຮອງຮັບນັກທ່ອງທ່ຽວທີ່ມາທ່ຽວຊົມ ພ້ອມທັງຍົກໃຫ້ເຫັນກິດຈະກໍາຕ່າງໆທີ່ຈັດຂຶ້ນໃນໄລຍະການຈັດງານຄັ້ງນີ້.



 ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈໍາປາສັກປະທານຄະນະກໍາມະການຈັດງານ ກ່າວເປີດງານເປັນທາງການ ໂດຍກ່າວວ່າ: ງານບຸນນະມັດສະການຜາສາດຫີນວັດພູ ປີ 2020  ສຸດທີ່ມີຄວາມໝາຍສໍາຄັນ, ຈຸດປະສົງກໍ່ເພື່ອເປັນການໂຄສະນາ, ສົ່ງເສີມການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາສໍາພັດ ທ່ຽວຊົມແຂວງຈໍາປາສັກໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ສະເຫຼີມສະຫຼອງການເຂົ່າເປັນມໍລະດົກໂລກ ຄົບຮອບ 19 ປີ ໂດຍມີການນໍາທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊື້ອເຊີນ ເຂົ້າຮ່ວມເປັນສັກຂີພະຍານ. 



ງານບຸນນະມັດສະການຜາສາດຫີນວັດພູປີນີ້ຈັດລະຫວ່າງ ວັນທີ 6-8 ມັງກອນ 2020, ແຕ່ລະຄືນຈະມີການສະແດງສິລະປະ, ຄອນເສີດ ເຊິ່ງມີສິລະປິນທີ່ມີຊື່ສຽງຂອງລາວມາຮ່ວມສະແດງ, ມີໝໍລໍາເລື່ອງ, ມີຕະຫຼາດນັດ ແລະ ຮ້ານວາງສະແດງສິນຄ້າ; ມີການແຂ່ງຂັນກິລາສາກົນ ແລະ ກິລາພື້ນບ້ານ ແລະ ມື້ສຸດທ້າຍ ວັນທີ 8 ກຸມພາ ຕອນເຊົ້າ ກໍ່ມີພິທີໃສ່ບາດ, ຖວາຍສັງຂະທານ ແກ່ພະສົງ 500 ອົງ; ຕອນຄໍ່າ ກໍ່ຈະມີພິທິວຽນທຽນ ແລະ ຄົບງັນຕາມປະເພນີຕື່ມອີກ. 




Source:  Champasek RADIO
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment