ສຸດຍອດ ສປປ ລາວ ຕິດ TOP 20 ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ


ຂ່າວດີ, ໜັງສືພິມ ນິວຢອກໂພສ (New York Post) ລາຍງານວ່າ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ຫຼ້າສຸດ ປະກາດລາຍຊື່ 20 ປະເທດ ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ ໃນປີ 2019, ໂດຍ ສປປ ລາວ ຕິດຢູ່ໃນ Top 20 ດັ່ງກ່າວ.​ ຕາມການລາຍງານທາງສະຖິຕິ ຂອງ UNWTO,​ ໃນປີ 2019 ມີນັກທ່ອງທ່ຽວ ເດີນທາງໄປຕ່າງປະເທດ ລວມທັງໝົດ 1.5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ ສະຖິຕິ ການເດີນທາງ ໃນປີ 2018. 

ນໍາໜ້າສຸດ ທາງດ້ານການທ່ອງທ່ຽວ ຕົກໄປເປັນຂອງປະເທດ ມຽມມາ ເປັນອັນດັບ #1, ຫວຽດນາມ ອັນດັບ #7, ຟິລິປິນ ອັນດັບ #9, ແລະ ສປປ ລາວ ອັນດັບ #16. ສະຖິຕິນີ້ ແມ່ນຄິດໄລ່ຈາກ ການເພີ່ມຂຶ້ນ ຂອງນັກທ່ອງທ່ຽວ ທີ່ເດີນທາງມາທ່ຽວ ທັງທາງບົກ, ທາງອາກາດ, ແລະ ທາງທະເລ. 

ລາຍລະອຽດ ທັງ 20 ອັນດັບ ມີດັ່ງຕໍ່ໄປນີ້:

1. ມຽນມາ Myanmar 40.2% 
2. ເປໂຕຣິໂກ້ Puerto Rico 31.2% 
3. ອີຣານ Iran 27.9% 
4. ອູເບກກິສຕານ Uzbekistan 27.3% 
5. ມົນເຕເນໂກຣ Montenegro 21.4% 
6. ອີຢິບ Egypt 21.1% 
7. ຫວຽດນາມ Vietnam 16.2% 
8. ຟິລິປິນ Philippines 15.1% 
9. ມາລດິຟ Maldives 14.9% 
10. ບາຮາມາສ Bahamas 14.6% 
11. ກາຕ້າ Qatar 14.5% 
12. ອານເມເນຍ Armenia 14.4% 
12. ສ. ເກົາຫຼີ South Korea 14.4% 
13. ຕຸລະກີ Turkey 14.0% 
14. ບອສເນຍ ເຮີເຊໂກວີນາ Bosnia and Herzegovina 13.7% 
15. ຕຸນີເຊຍ Tunisia 13.6% 
16. ສປປ ລາວ Laos 11.5% 
17. ອາເຊບາຍຊານ Azerbaijan 11.4% 
18. ອິສະຣາເອລ Israel 10.5% 
19. ລິດທູອາເນຍ Lithuania 10.1% 
20. ກາຊັກສະຖານ Kazakhstan 10.0%

ຂໍ້ມູນ: https://nypost.com/2020/02/03/have-you-traveled-to-the-worlds-fastest-growing-tourist-destinations/
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment