ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຄະນະພັກຮາກຖານບໍລິສັດເບຍລາວຈຳກັດ


ວັນທີ 3 ກໍລະກົດ 2020, ທີ່ຫ້ອງປະຊຸມໃຫ່ຍ ຂອງບໍລິສັດເບຍລາວຈຳກັດ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ II ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸນທອນ ສີຣິສັກ  ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ, ເລຂາຄະນະພັກຮາກຖານບໍລິສັດ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ  ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີສາມະຊິກພັກສົມບູນເຂົ້າຮ່ວມຈໍານວນ 88 ສະຫາຍ ຈາກ 4 ໜ່ວຍພັກ. ພ້ອມນີ້, ກອງປະຊຸມກໍ່ໄດ້ເລືອກຕັ້ງເອົາ ຄະນະພັກຊຸດໃຫມ່ 7 ສະຫາຍ ປະກອບມີ: ສະຫາຍ ສິດທິໄຊ ເກດຕະວົງ ເລຂາຄະນະພັກຮາກຖານ ບໍລິສັດ ເບຍລາວ, ສະຫາຍ ພອນໄຊ ອິນສົມ ຮອງເລຂາຄະນະພັກຮາກຖານ ສະຫາຍ ຈັນສະໝອນ ຜ່ອງຈັນທາ ຮອງເລຂາຄະນະພັກຮາກຖານ ທັງເປັນປະທານກວດກາ ແລະ ອີກ 4 ສະຫາຍ ເປັນຄະນະພັກ. 



ຄະນະພັກຮາກຖານໄດ້ຕີລາຄາການຊີ້ນໍາ-ນໍາພາ ແລະ ປະຕິບັດງານໃນດ້ານການເມືອງ, ແນວຄິດ, ການກໍ່ສ້າງພັກ-ພະນັກງານ, ການປັບປຸງການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານວິຊາສະເພາະ, ວຽກງານກວດກາ ແລະ ປ້ອງກັນ 5 ປີຜ່ານມາ(2015-2019) ວ່າມີຜົນສຳເລັດເປັນຢ່າງດີ ໃນຮາກຖານບໍລິສັດຮ່ວມທຶນທຸລະກິດ ລະຫວ່າງລັດຖະບານ, ຜູ້ລົງທຶນພາຍໃນ ແລະ ກຸ່ມບໍລິສັດຄາລສະເບີກ ອັນໄດ້ເຮັດໃຫ້ຍອດຂາຍສິນຄ້າ, ລາຍຮັບ ແລະ ຜົນປະກອບການເພີ່ມຂຶ້ນຢ່າງຫນ້າພໍໃຈ ສາມາດສືບຕໍ່ເປັນຜູ້ນຳຂອງຕະຫລາດເບຍ ນ້ຳອັດລົມ ແລະ ນ້ຳດື່ມໃນ ສປປລາວ ແລະ ກ້າວຂຶ້ນມາຢູ່ແຖວຫນ້າຂອງກຸ່ມທຸລະກິດ ທີ່ປະຕິບັດພັນທະງົບປະມານໄດ້ຫລາຍ. ໃນປີຜ່ານມານີ້ບໍລິສັດໄດ້ປະຕິບັດງົບປະມານໄດ້ເຖິງ 2000 ຕື້ກີບ ແລະ ປະກອບສ່ວນສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມຫລາຍກ່ວາ 3 ຕື້ກີບ.



ເພື່ອນໍາພາວຽກງານພັກ ຕິດພັນໂດຍກົງກັບການພັດທະນາບໍລິສັດໃນ 5 ປີຕໍ່ໜ້າ (2020-2024) ໃຫ້ມີຄວາມເຂັ້ມແຂງ ທັນສະໄໝ ມີນະວັດຕະກຳໃໝ່ໆ ແລະ ຍືນຍົງ, ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ນາງ ເຂັມມະນີ ພົນເສນາ  ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໂອ້ລົມ ໂດຍສະຫາຍໄດ້ເນັ້ນໜັກໃຫ້ສະຫາຍສະມາຊິກພັກ ແລະ ພະນັກງານເຊີດຊູສະຕິ ເປັນເຈົ້າໃນການຮໍ່າຮຽນທິດສະດີການເມືອງ ແນວທາງນະໂຍບາຍຂອງພັກ ຄວາມຮູ້ຄວາມສາມາດດ້ານວິຊາການ ຝືກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທໍາປະຕິວັດ ສູ້ຊົນຈັດຕັ້ງປະຕິບັດແຜນການດຳເນີນງານ ແລະ ເປົ້າໝາຍສູ້ຊົນຂອງບໍລິສັດ ໃນແຕ່ໄລຍະ ພ້ອມທັງເສີມສ້າງສາຍພົວພັນແຮງງານ ແລະ ຍົກສູງຄວາມເຊື່ອໝັ້ນ ແລະ ສະໜັບສະໜູນຄະນະຜູ້ບໍລິຫານ ໃນການດຳເນີນທຸລະກິດ ໃນສະພາບປົກກະຕິແບບໃໝ່ ທີ່ປອດໄພ. 





Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment