ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ


ທີພລັດ (TPLUS)  ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ ວຽງຈັນ, ວັນທີ 2 ກຸມພາ 2020: ທີພລັດ (TPLUS) ແມ່ນເຄືອຂ່າຍໂທລະສັບມືຖືຊັ້ນແນວໜ້າໃນ ສປປ ລາວ, ຮູ້ຈັກກັນດີໃນນາມເບີຫຼັກ 7. ເພື່ອເປັນການມອບໂອກາດ ແລະ ປະສົບການດີໆໃຫ້ແກ່ລູກຄ້າ. ທີພລັດໄດ້ຈັບມືກັບສະໂມສອນໂບຣັດຊີອາ ດ໋ອດມູນ   (Borussia Dortmund) ສະໂມສອນບານເຕະລະດັບຕໍານານຈາກລີກບຸນເດສ໌ລີກ້າປະເທດເຢຍລະມັນ, ການຈັບມືກັນຄັງນີ້ຈະເປີດໂອກາດໃຫ້ແຟນໆຊາວລາວສາມາດຕິດຕາມຂ່າວຄາວ, ພາບຂ່າວ ແລະ ກິດຈະກໍາຕ່າງໆ ລວມເຖີງການສົ່ງຄໍາທັກທາຍຈາກນັກກິລາຂອງດ໋ອດມູນເຖິງແຟນໆໃນປະເທດລາວ.

 ພວກເຮົາ ເຄືອຂ່າຍທີພລັດ(TPLUS) ຮູ້ສຶກເປັນກຽດ ແລະ ພູມໃຈທີ່ຈະໄດ້ເປັນເຄືອຂ່າຍບູລິມາສິດໃນການມອບໂອກາດສຸດພິເສດໃຫ້ແກ່ແຟນໆດ໋ອດມູນໃນ ສປປ ລາວໃຫ້ສາມາດເຂົ້າເຖິງ ແລະ ສໍາພັດກັບປະຫວັດອັນຍິ່ງໃຫຍ່-ຍາວນານຂອງທີມ, ຮ່ວມຊື່ນຊົມຜູ້ຫຼີ້ນລະດັບໂລກໃນທີມ, ພ້ອມໆກັບຮ່ວມຕິດຕາມເລື່ອງລາວຂອງການກ້າວຂື້ນເປັນແຊ້ມປ້ຽນຂອງສະໂມສອນດ໋ອດມູນ ແລະ ອື່ນໆ. 

ແຟນໆຊາວລາວຈະໄດ້ຮັບ ແລະ ສໍາພັດປະສົບການ ການເປັນແຟນຄລັບລະດັບພຣີເມຍຂອງສະໂມສອນ ໂບຣັດຊີອາ ດ໋ອດມູນ. ຍັງບໍ່ໝົດເທົ່ານັ້ນ, ພວກເຮົາເຄືອຂ່າຍທີພລັດຍັງມີອີກຫຼາຍໆກິດຈະກໍາທີ່ຈະທະຍອຍສົ່ງອອກມາເພື່ອເອົາໃຈແຟນໆຂອງເຄືອຂ່າຍພວກເຮົາ. 

ສີເຫຼືອງ-ດໍາ, ຖືເປັນສີທາງການຂອງເຄືອຂ່າຍທີພລັດ ແລະ ສະໂມສອນດ໋ອດມູນ, ສີຖືເປັນສັນຍາລັກສຸດພິເສດຂອງການຮ່ວມມືກັນລະຫວ່າງສອງອົງກອນ.  ໃນ ສປປ ລາວ ສະໂມສອນດ໋ອດມູນເປັນທີ່ຮູ້ຈັກກັນດີໃນສົມຍານາມຂອງເສືອແຫ່ງລີກບຸນເດສ໌ລີກ້າເຢຍລະມັນ ເນື່ອງຈາກທັກສະໃນການຫຼິ້ນ ແລະ ຄວາມເປັນມືອາຊີບຂອງທີມເທິງສະໜາມແຂ່ງ, ມາພ້ອມກັບຊຸດແຕ່ງກາຍເຫຼືອງ-ດໍາອັນເປັນເອກະລັກ. ໃນຄະນະດຽວກັນ ສີເຫຼືອງ-ດໍາ ກໍ່ເປັນສະເໝືອນສັນຍາລັກອັນໂດດເດັ່ນຂອງ ເຄືອຂ່າຍທີພລັດ/ເບີຫຼັກ 7, ຮູ້ຈັກກັນໂດຍທົ່ວໄປວ່າເປັນເສືອແຫ່ງວົງການໂທລະຄົມໃນ ສ ປປ ລາວ. ສີເຫຼືອງ-ດໍາ ເປັນສີທີີ່ຈື່ໄດ້ງ່າຍ, ເປັນສັນຍາລັກຂອງຄວາມແຂງແກ໋ງ ແລະ ການຮ່ວມມືອັນຊົງພະລັງທີ່ຈະຊ່ວຍນໍາພາແຮງບັນດານໃຈມາສູ່ຄົນລາວຮຸ້ນໃໝ່-ບັນດາແຟນໆຂອງເຄື່ອຂ່າຍທີພລັດ ແລະ ແຟນໆຂອງສະໂມສອນດ໋ອດມູນໃນ ສປປ ລາວ. 

ທ່ານ. ເພັດສະຫວັນ ເຄີນວິໄລ, ຜູ້ອໍານວຍການຂອງບໍລິສັດ ທີພລັດ ດິຈິຕອນຈໍາກັດຜູ້ດຽວໄດ້ໃຫ້ຄໍາເຫັນວ່າ: ໃນນາມຂອງບໍລິສັດ ທີພລັດ/ເບີຫຼັກ 7, ຂ້າພະເຈົ້າມີຄວາມພູມໃຈ ແລະ ເປັນກຽດທີ່ໄດ້ນໍາສະເໜີການຮ່ວມມືກັນລະຫວ່າງເຄືອຂ່າຍຂອງພວກເຮົາ ກັບສະໂມສອນບານເຕະຊັ້ນນໍາຈາກປະເທດເຢຍລະມັນ ກໍ່ຄື ສະໂມສອນໂບຣັດຊີອາ ດ໋ອດມູນ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າການຈັບມືກັນຂອງພວກເຮົາໃນຄັ້ງນີ້ຈະກາຍເປັນຮາກຖານສໍາຄັນທີ່ຈະຊ່ວຍສ້າງຄວາມເປັນໄປໄດ້ໃນການພັດທະນາກິລາບານເຕະ ແລະ ນັກກິລາບານເຕະໃນ ສປປ ລາວ ໄປຕັ້ງແຕ່ລະດັບໜຸ່ມນ້ອຍ. ສິ່ງທີ່ກ່າວມານີ້ຖືວ່າເປັນຂໍ້ຄວາມອັນດີສົ່ງຕົງເຖິງແຟນໆຂອງໂບຣັດຊີອາ ດ໋ອດມູນ (BVB) ໃນ ສປປ ລາວ ໂດຍສະເພາະແມ່ນບັນດາເຍົາວະຊົນຄົນຮຸ້ນໃໝ່ເພື່ອໃຫ້ເຂົາເຈົ້າຮັບຮູ້ວ່າ ເຄືອຂ່າຍທີພລັດຂອງພວກເຮົາຮູ້ສຶກຍິນດີສະເໝີທີ່ໄດ້ມອບໂອກາດ ແລະ ປະສົບການສຸດພິເສດແກ່ບັນດາທ່ານທີ່ເຊື່ອໝັ້ນ ແລະ ເປັນແຟນຄລັບເຄືອຂ່າຍທີພລັດຂອງພວກເຮົາ. ນອກຈາກນີ້ ທ່ານ ເພັດສະຫວັນ ເຄີນວິໄລ ຍັງໄດ້ກ່າວເພີ່ມເຕີມອີກວ່າ: ການຈັບມືກັບສະໂມສອນໂບລັດຊີອາ ດ໋ອດມູນເປັນພຽງສ່ວນໜື່ງຂອງບັນດາກິດຈະກໍາດີໆ ຈາກເຄືອຂ່າຍຂອງພວກເຮົາ, ໃນຄວາມຈິງແລ້ວພວກເຮົາຍັງມີກິດຈະກໍາອື່ນໆດີໆອີກຫຼາຍຢ່າງທີ່ພວກເຮົາກໍາລັງວາງແຜນຈະມອບໃຫ້ແກ່ລູກຄ້າຂອງພວກເຮົາຕະຫຼອດທັງປີ. 

ພ້ອມນີ້ກໍາມະການຜູ້ຈັດການຂອງສະໂມສອນໂບຣັດຊີອາ ດ໋ອດມູນ ປະຈໍາພາກພື້ນອາຊີປາຊິຟິກ, ທ່ານ Suresh Letchmanan ໄດ້ກ່າວເສີມວ່າ: “ພວກເຮົາຮູ້ສຶກປະທັບໃຈວິທີການສົ່ງເສີມກິລາບານເຕະຂອງທີພລັດ ແລະ ຂໍສະແດງຄວາມຍິນດີທີ່ທາງເຄືອຂ່າຍມີການພັດທະນາຂະຫຍາຍໂຕ ກາຍເປັນແບຼນທີ່ມີນະວັດຕະກໍາ ແລະ ເປັນທີ່ໜ້າຈັບຕາໃນເວທີທຸລະກິດດ້ານໂທລະຄົມຢ່າງວ່ອງໄວ”.  “ທີ່ສໍາຄັນອີກຄື ສີເຫຼືອງ-ດໍາຕ່າງກໍ່ເປັນສັນຍາລັກຂອງທັງເຄືອຂ່າຍທີພລັດ ແລະ ສະໂມສອນພວກເຮົາ ເຊິ່ງກໍ່ແນ່ນອນວ່າມັນເປັນອົງປະກອບທີ່ເໝາະກັນທີ່ສຸດກັບພວກເຮົາ ໂບຣັດຊີອາ ດ໋ອດມູນ (BVB)”. ສະນັ້ນໃນໂອກາດນີ້ຂາພະເຈົ້າຂໍໃຊ້ຄໍາວ່າ ຍິນດີຕ້ອນຮັບເຂົ້າສູ້ການເປັນຄອບຄົວດຽວກັນກັບພວກເຮົາໂບຣັດຊີອາ ດ໋ອດມູນ (BVB).

VIENTIANE, 2 February, 2021:  TPLUS, also known as Lak 7 the leading telecom operator in Lao PDR, is joining hands with legendary Borussia Dortmund, one of the leading football clubs of the German Bundesliga, to launch a campaign that will bring news, events, and interaction opportunities to fans of Dortmund in Laos. TPLUS is extremely proud and honored to be able to offer such a privileged network to Dortmund fans in Laos.  

This exclusive opportunity will allow fans to learn more of the long history of this exceptional team, its world-class players, the stories behind the Club’s championship reputation, and much more.  Lao fans will be able to experience up-close what it feels like to be a part of Dortmund’s premier fan club.  What’s more, TPLUS has some great surprises in store for true fans of Dortmund – what those surprises are… become a true fan of TPLUS and Dortmund, and you will find out. 

Black and yellow, the official identity colors of TPLUS and Dortmund, are the most prominent icon of cooperation.  Dortmund is well known by Laotian fans as the tiger of the German Bundesliga - the skills & professional performance by the team in any stadium is unique and the players are immediately identifiable by their outstanding black and yellow attire. These two colors are also those of TPLUS, the tiger of the telecoms players in the Lao PDR.  Complementary and instantly recognizable, the colors create a powerful symbol of strength and cooperation, and will inspire not only the teen generation of Laos, but also general fans of TPLUS and DORTMUND of all ages. 

“On behalf of TPLUS, I am very proud to introduce this cooperation between TPLUS and Borussia Dortmund, Germany’s top-ranked football team” said Mr. Phetsavanh Kheunvilay, CEO of TPLUS Digital Sole Co., Ltd. “I sincerely hope that this partnership will serve as a foundation for growing the potential of football and young footballers in the Lao PDR.  This partnership is a direct message to Laotian fans of Borussia Dortmund (BVB) especially to the younger generation, that we at TPLUS constantly delight in bringing only the best opportunities and experiences to our network fan club.” 

“In addition to this partnership with Borussia Dortmund, TPLUS has many other great activities planned for our customers throughout the year,” Mr. Kheunvilay added. 

Borussia Dortmund Asia Pacific Managing Director, Suresh Letchmanan highlighted: “We were hugely impressed by TPlus’s approach to football and how TPlus has quickly grown to become one of Laos most innovative and exciting brands in the telecommunication space.” “Their corporate colour code matches with our black and yellow tone which is an absolute fit to our BVB elements.” “We welcome them on board the BVB family.” 

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment