ເທຣນໂຊຊຽວ (social) ນຳທິດທາງທຸລະກິດ ປີ 2021


ເທຣນໂຊຊຽວ( social )ນຳທິດທາງທຸລະກິດປີ 2021 ປີ 2020 ທີ່ຜ່ານມາໄດ້ສ້າງຄວາມປ່ຽນແປງໃນທຸກມິຕິຂອງສັງຄົມ ບໍ່ວ່າຈະເປັນວິທີການໃຊ້ຊີວິດຂອງຜູ້ຄົນ ຮູບແບບການເຮັດວຽກ ແລະ ການໃຊ້ເວລາວ່າງຂອງພວກເຮົາ ໃນຂະນະທີ່ເຮົາພິດຈາລະນາເຖິງຜົນກະທົບຂອງໂຄວິດ-19 ທີ່ມີຕໍ່ຜູ້ຄົນ ແລະ ເສດຖະກິດນັ້ນ ໄລຍະນີ້ຍັງຖືເປັນໂອກາດໃຫ້ເຮົາໄດ້ທົບທວນ ແລະ ວາງແຜນວຽກໃນອະນາຄົດສຳລັບປະເທດລາວ. 

ໃນຂະນະທີ່ປະເທດລາວກຳລັງພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ສັງຄົມ ເຊິ່ງເກີດຂຶ້ນຍ້ອນການກັບມາອີກຄັ້ງຂອງພະຍາດລະບາດ ບົດບາດຂອງການສື່ສານເພື່ອການເຊື່ອມຕໍ່ກັນ ແລະ ເຮັດທຸລະກຳທາງຊ່ອງທາງອອນລາຍຈຶ່ງມີຄວາມສຳຄັນຫຼາຍຂຶ້ນ. 

ໃນຖານະທີ່ບໍລິສັດດ້ານເຕັກໂນໂລຊີທີ່ເຊື່ອມຕໍ່ຜູ້ຄົນທົ່ວໂລກຫຼາຍຕື້ຄົນເຂົ້າຫາກັນ Facebook ໄດ້ເຫັນປະກົດການ Digital Transformation ຫຼື ວິວັດທະນາການທາງດ້ານດິຈິຕອນ ທີ່ເຕີບໂຕຂຶ້ນຢ່າງວ່ອງໄວ ( ກ້າວກະໂດດ ) ແລະ ຫຍໍ້ໄລຍະເວລາໃນການປັບໂຕດ້ານດິຈິຕອນຈາກແຕ່ກ່ອນທີ່ມີການຄາດການວ່າຕ້ອງໃຊ້ເວລາໃນການເຕີບໂຕເຖິງ 5ປີ ໃຫ້ສາມາດເກີດຂຶ້ນໄດ້ພຽງເວລາບໍ່ພໍເທົ່າໃດເດືອນ. 

ຄົນເຮົາໃຊ້ເວລາໃນໂລກອອນລາຍຫຼາຍຂຶ້ນທຸກມື້ ໂດຍການໃຊ້ເພື່ອການເຊື່ອມຕໍ່ກັບຜູ້ອື່ນ ເຮັດວຽກ ຈັບຈ່າຍໃຊ້ສອຍ ຫຼິ້ນເກມ ແລະ ອື່ນໆ ແລະ ເນື່ອງຈາກຄວາມບໍ່ແນ່ນອນທາງດ້ານເສດຖະກິດ ຄວາມຄາດຫວັງຂອງຄົນເຫຼົ່ານີ້ ທີ່ມີຕໍ່ທຸລະກິດຕ່າງໆ ກໍໄດ້ປ່ຽນແປງໄປຢ່າງວ່ອງໄວ ກວ່າທີ່ເຄີຍເປັນມາ. 

ຍ້ອນເຫດຜົນນີ້ ພາກທຸລະກິດຕ່າງໆຈຶ່ງມີໂອກາດທີ່ຈະເປັນແຮງຊຸກຍູ້ເພື່ອຊ່ວຍຟື້ນຟູເສດຖະກິດສຳລັບອະນາຄົດທີ່ຈະມາເຖິງ. ສຳລັບ Facebook ແລ້ວ ພວກເຮົາຈະຢູ່ລະຫວ່າງຊຸມຊົນ ແລະ ການຄ້າຂາຍ ເຊິ່ງທຸລະກິດສາມາດໄດ້ຮັບແຮງບັນດານໃຈຈາກເທຣນຫຼາກຫຼາຍທີ່ເຮົາສັງເກດເຫັນ. 

ໃນຂະນະທີ່ເຮົາກ້າວເຂົ້າສູ່ປີ 2021, ພວກເຮົາຢາກແບ່ງປັນເທຣນໂຊຊຽວ( social ) ແລະ ຄວາມສຳຄັນທີ່ມີຕໍ່ທຸລະກິດ ແລະ ຊຸມຊົນໃນລາວ ແລະ ສິ່ງທີ່ເຂົາຄວນໃຫ້ຄວາມສຳຄັນໃນປີໃໝ່ນີ້. 

ການໃຊ້ມືຖື ແລະ ຄວາມນິຍົມຂອງວິດີໂອສັ້ນ

ເມື່ອເວົ້າເຖິງຄວາມນິຍົມຂອງວິດີໂອທີ່ເຕີບໂຕໃນໄລຍະຫຼາຍປີທີ່ຜ່ານມາແຕ່ປີ 2020 ຖືວ່າເປັນປີທີ່ໄດ້ທຸບສະຖິຕິຈາກການທີ່ຜູ້ຄົນຫັນມາໃຊ້ເວລາຢູ່ບ້ານຫຼາຍຂຶ້ນ ອັນເປັນຜົນມາຈາກການລ໋ອກດາວ (lockdown) ແລະ ການຮັກສາໄລຍະຫ່າງທາງສັງຄົມ. ຍົກຕົວຢ່າງການ live stream ໃນໄລຍະ lockdown ເຊິ່ງໄດ້ຜັກດັນການເຕີບໂຕຂອງການ live stream ທົ່ວໂລກໃນຊ່ວງເດືອນ ມີນາ ແລະ ເມສາ ເຖິງ 45%. ໃນພາກພື້ນອາຊີປາຊີຟິກ ມີຈຳນວນຜູ້ເບິ່ງວິດີໂອໃນຮູບແບບດິຈິຕອນ 77.5%, ໃນຂະນະດຽວກັນ ວິດີໂອສັ້ນຍັງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ເນື່ອງຈາກຫຼາຍຄົນຍັງຊອກຫາພື້ນທີ່ການສະແດງອອກເຖິງຕົວຕົນ ແລະ ເພື່ອເຂົ້າເຖິງຄວາມບັນເທີງ. 

ຈາກເທຣນເຫຼົ່ານີ້ ເຮົາຄາດວ່າຈະໄດ້ເຫັນການເຕີບໂຕຂອງການ ຊ໋ອປປິ້ງອອນລາຍຮູບແບບໃໝ່ທີ່ປະສົມປະສານຄວາມບັນເທີງ ແລະ ການຂາຍສິນຄ້າເຂົ້າດ້ວຍກັນ ປຸກກະແສໂດຍຜູ້ນຳເທຣນ ແລະ ກຸ່ມ Creator. ສຳລັບທຸລະກິດທີ່ຢາກມີຄົນຕິດຕາມນັ້ນ ສິ່ງສຳຄັນຄືການສ້າງພາບ ແລະ ເເບຣນໂຕເອງໃຫ້ໂດດເດັ່ນໃນໂລກອອນລາຍ. 

ທ້າຍປີກາຍນີ້, Facebook ເປີດໂຕແຄມເປນວິດີໂອ ຊື່ວ່າ #ລາວຊ່ວຍລາວ ຫຼື #LaoHelpLao ທີ່ໄດ້ເຮັດວຽກຮ່ວມກັບ ນັກສ້າງວິດີໂອທ້ອງຖິ່ນ ທີ່ມີຄວາມຊຳນານທາງດ້ານອາຫານ ແລະ ທ່ອງທ່ຽວ ແລະ ສື່ມວນຊົນລາວ ເພື່ອສົ່ງເສີມການຊຸກຍູ້ເສດຖະກິດໃນປະເທດ. ເຊິ່ງພວກເຮົາໄດ້ຜົນຕອບຮັບທີ່ດີຫຼາຍດ້ວຍ ຫຼາຍກວ່າ 1.1 ລ້ານ reach ເເລະ ຫຼາຍກວ່າ 150,000 engagements ໃນສະເພາະເນື້ອຫາທີ່ສ້າງມາໃຫ້ແຄມເປນ. “ແບຣນ Daily Donut ເປັນທີ່ຮູ້ຈັກພາຍໃນຄືນດຽວ ຫຼັງຈາກທີ່ ເພຈ ທ້ອງແຕກ ໄດ້ໂພສກ່ຽວກັບທຸລະກິດຂອງພວກເຮົາ” ນາງ. ໄກ່ດາລາ ເຈົ້າຂອງແບຣນ Daily Donut ໄດ້ກ່າວ “ມີລູກຄ້າ ແລະ ແຟນໆຂອງ ໂດນັດເຮົາໄດ້ຕິດຕໍ່ມາ ສົນໃຈຢາກຊື້ franchise ແລະ ຊ່ວຍຂະຫຍາຍທຸລະກິດນີ້ອີກດ້ວຍ” 

ການສ້າງປະສົບການການຄົ້ນພົບແບຣນ ແລະ ທຸລະກິດຕ່າງໆ 

ທຸລະກິດຈຳເປັນຕ້ອງຮຽນຮູ້ວ່າຜູ້ຄົນໃນຊ່ວງອາຍຸພ້ອມເປີດຮັບຊ່ອງທາງໃໝ່ໆ ໃນການຄົ້ນພົບສິນຄ້າ ລວມເຖິງວິທີການຊ໋ອປປິ້ງຮູບແບບໃໝ່. ທີ່ຈິງແລ້ວ ໃນປີ 2020 ທີ່ຜ່ານມາ 78% ຂອງຜູ້ບໍລິໂພກໃນຂອບເຂດອາຊີຕາເວັນອອກສຽງໃຕ້ ໄດ້ຄົ້ນພົບຜະລິດຕະພັນໃໝ່ໆ ຜ່ານແຮງບັນດານໃຈ ແລະ ອິດທິພົນຈາກຊ່ອງທາງອອນລາຍເປັນສ່ວນໃຫຍ່. ເທຣນນີ້ຕ້ອງອາໄສແນວຄິດໃນທາງນະວັດຕະກຳ. ເວົ້າໄດ້ວ່າໄລຍະນີ້ ເປັນເວລາຂອງການກ້າທົດລອງບໍລິການໃໝ່ໆ ບໍ່ວ່າຈະເປັນການຊື້ເຄື່ອງຜ່ານຊ່ອງທາງສື່ສັງຄົມອອນລາຍໂດຍກົງ, ການ live ສົດ ຂາຍເຄື່ອງ, ການຊື້ເຄື່ອງແບບ Click-And-Collect ຫຼື ບໍລິການສະມາຊິກຕ່າງໆເປັນຕົ້ນ. 

ນອກຈາກນີ້ຍັງໝາຍຄວາມວ່າ ທຸລະກິດຄວນຄົ້ນຫາແນວທາງໃໝ່ໆ ສຳລັບແຕ່ລະຊ່ອງທາງ ແລະ ເເພັດຟອມ ທັ້ງນີ້ເພື່ອສ້າງຄວາມແຕກຕ່າງໃຫ້ກັບແບຣນ ແລະ ນຳແບຣນອອກສູ່ການຄົ້ນພົບ. ທີ່ປະເທດລາວ, ພວກເຮົາໄດ້ນຳສະເໜີເຄື່ອງມືທາງທຸລະກິດເຊັ່ນ ພາກສ່ວນ Shop ສໍາລັບ ທຸລະກິດ ແລະ ຜູ້ປະກອບການ ເພື່ອນຳສະເໜີການບໍລິການ ແລະ ເຄັດລັບໃນການປັບໂຕໃຫ້ເຂົ້າກັບສະພາບແວດລ້ອມທີ່ປ່ຽນແປງ, ເຊິ່ງຈະຊ່ວຍໃຫ້ລູກຄ້າຂອງແຕ່ລະຫົວໜ່ວຍທຸລະກິດ ໄດ້ຄົ້ນພົບ ແລະ ຊື້ຜະລິດຕະພັນຂອງເຂົາ, ນອກນັ້ນ ກໍມີ Business Resource Hub. 

ປີກາຍນີ້ Bio Bamboo Luang Prabang, ຮ້ານອາຫານໃຈກາງເມືອງມໍລະດົກໂລກ ໄດ້ນຳໃຊ້ Facebook ໃນການສື່ສານກັບກຸ່ມລູກຄ້າໂດຍສະເພາະໃນໄລຍະຂອງ ໂຄວິດ-19 ໃນປີທີ່ຜ່ານມາ. ເຈົ້າຂອງຮ້ານມີແຮງບັນດານໃຈເພີ່ມຂຶ້ນເມື່ອເຫັນລູກຄ້າທະຍອຍກັບຄືນມາຫາຮ້ານ ພ້ອມທັງມີການສັ່ງຂອງຝາກຜ່ານທາງອອນລາຍອີກດ້ວຍ. 

ການຊື້ຂາຍຜ່ານການທັກເເຊັດ ແລະ ການຄ້າຂ້າມປະເທດ 

ການສົ່ງຂໍ້ຄວາມເປັນໜຶ່ງໃນຊ່ອງທາງທີ່ຜູ້ຄົນໃຊ້ເພື່ອລົມກັບທຸລະກິດຕ່າງໆທີ່ເຕີບໂຕໄວທີ່ສຸດ ໂດຍໃນໄລຍະປີທີ່ຜ່ານມາເຮົາໄດ້ເຫັນຈຳນວນບົດສົນທະນາລະຫວ່າງຜູ້ບໍລິໂພກ ແລະ ແບຣນຕ່າງໆໃນ Messenger ເເລະ Instagram ເພີ່ມຂຶ້ນກວ່າ 40% ແລະ ສຳລັບ Whatsapp ເຮົາພົບວ່າມີຄົນຫຼາຍກວ່າ 175ລ້ານ ທົ່ວໂລກທີ່ສົ່ງຂໍ້ຄວາມໄປຫາບັນຊີທຸລະກິດໃນແຕ່ລະມື້. 

ການໂທລະສັບຫາກັນ ຫຼື ອີເມວເຖິງແບຣນເປັນທາງເລືອກທີ່ບໍ່ຄ່ອຍຕອບໂຈດຜູ້ບໍລິໂພກໃນປັດຈຸບັນເທົ່າໃດ ນອກຈາກນັ້ນ ຜູ້ບໍລິໂພກມັກການສົນທະນາແບບໂຕ້ຕອບ ແລະ ທຸກທີ່ທຸກເວລາ (always-on) ຜ່ານການສົ່ງຂໍ້ຄວາມຫຼາຍກວ່າ. ການປ່ຽນແປງນີ້ສະແດງໃຫ້ເຫັນວ່າຊ່ອງທາງການສົ່ງຂໍ້ຄວາມ ບໍ່ວ່າຈະເປັນເພື່ອລົມນຳລູກຄ້າກ່ຽວກັບຂໍ້ມູນຜະລິດຕະພັນ ອັບເດດສະຖານະການຈັດສົ່ງ ແລະ ຕອບຄຳຖາມທົ່ວໄປ ນັບເປັນສິ່ງສຳຄັນ. ຂະນະທີ່ແວດວົງອຸດສາຫະກຳຕ່າງໆເປີດຮັບການປ່ຽນແປງສູ່ດິຈິຕອນ ການປ່ຽນເທື່ອນີ້ຍັງໄດ້ຊ່ວຍສ້າງໂອກາດໃຫ້ການຄ້າຂາຍແບບຂ້າມປະເທດ, ດັ່ງນັ້ນ ທຸລະກິດຕ່າງໆ ຈຶ່ງຈຳເປັນຕ້ອງຮູ້ຈັກສ້າງເຄືອຂ່າຍພາຍໃນພາກພື້ນ ແລະ ພ້ອມເປີດຮັບໂອກາດໃໝ່ໆຢູ່ຕະຫຼອດ. SME ລາວເຊັ່ນ Her Works ແລະ Naree Handbags ໄດ້ມີການເປີດປະຕູສູ່ຕ່າງປະເທດແລ້ວ, ເຮັດໃຫ້ຜະລິດຕະພັນຂອງເຂົາມີຄວາມເປັນທີ່ຮັບຮູ້ເພີ່ມຂຶ້ນທົ່ວໂລກ. 

ບໍ່ວ່າທຸລະກິດຂອງທ່ານຈະເປັນຂະໜາດໃຫຍ່ ຫຼື ນ້ອຍ ສິ່ງສຳຄັນແມ່ນຕ້ອງການໃຫ້ແບຣນເປັນທີ່ຮູ້ຈັກ ຄົ້ນຫາງ່າຍ. ນອກນັ້ນ ຍັງສາມາດມອບປະສົບການຜ່ານການສົນທະນາ ແລະ ມອບບໍລິການແບບບໍ່ມີພົມແດນ ທັງໝົດນີ້ຖືເປັນອົງປະກອບສຳຄັນບໍ່ໄດ້ມີພຽງແຕ່ຈະຊ່ວຍທຸລະກິດໃຫ້ຢູ່ລອດ ແຕ່ເຮັດໃຫ້ທຸລະກິດນັ້ນເຕີບໂຕຕໍ່ໄປ.

 

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

1 comments:

  1. ສະບາຍດີ ຢາກຮູ້ສະຖິຕິການໃຊ້ Facebook = ?, whatsapp=? Massenger=?, Ig=?, youtube=?, twitter=? ຂອໃຈ

    ReplyDelete