ອິອອນ ກະຕຸ້ນລູກຄ້າໃຊ້ບັດສະມາຊິກເພື່ອເປັນສ່ວນຫຼຸດໃນສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍ


ປະຈຸບັນ ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ ( AEON Leasing Service (Lao) Company Limited ) ມີລູກຄ້າທີ່ມີບັດສະມາຊິກອິອອນປະມານ 30,000 ບັດ ເຊິ່ງບັດສະມາຊິກນີ້ນອກຈາກຈະມີໄວ້ຜ່ອນສິນຄ້າຕ່າງໆແລ້ວຍັງສາມາດ ທີ່ຈະນຳມາໃຊ້ເພື່ອເປັນສ່ວນຫຼຸດໃນສິນຄ້າ ແລະ ບໍລິການຕ່າງໆອີກຫຼາກຫຼາຍ 

ທ່ານນາງ ສຸພັດຕຣາ ຣັກຂຸມແກ້ວ ກຳມະການບໍລິຫານ ສົ່ງເສີມທຸລະກິດ ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ ໄດ້ກ່າວວ່າທາງພວກເຮົາໄດ້ມີສິດທິພິເສດໃຫ້ກັບລູກຄ້າທີ່ມີບັດສະມາຊິກຂອງເຮົາຢ່າງຕໍ່ເນື່ອງຊຶ່ງໃນປະຈຸບັນນີ້ເຮົາມີຮ້ານຄ້າ ແລະ ບໍລິການຕ່າງໆທີ່ເຂົ້າຮ່ວມໂຄງການເພື່ອມອບສ່ວນຫຼຸດໃຫ້ແກ່ຜູ້ທີ່ໃຊ້ບັດສະມາຊິກອິອອນເຊັ່ນ: ຮ້ານອາຫານ, ຮ້ານກາເຟ, ຮ້ານເສີມສວຍ, ຮ້ານຂາຍແກັສ, ຮ້ານຂາຍເຄື່ອງນອນ ປະມານ 100 ຮ້ານຄ້າທີ່ເຂົ້າຮ່ວມຊຶ່ງວິທີການໃຊ້ບັດກໍ່ງ່າຍໆພຽງແຕ່ລູກຄ້ານຳບັດມາສະແດງໃຫ້ກັບຮ້ານຄ້າທີ່ເຂົ້າຮ່ວມລາຍການທ່ານກໍ່ຈະໄດ້ສ່ວນຫຼຸດທັນທີ ພ້ອມກັນນັ້ນ      ທ່ານນາງ ສຸພັດຕຣາ ຣັກຂຸມແກ້ວ ໄດ້ກ່າວອີກວ່າພຽງແຕ່ທ່ານຖືບັດຕິດໂຕ ແລະ ກໍ່ບໍ່ລືມທີ່ຈະໃຊ້ກໍ່ຈະໄດ້ຮັບສິດທິພິເສດທຸກການໃຊ້ຈ່າຍ ບັດນີ້ເປັນບັດສ່ວນຫຼຸດຂອງຄົນມີເຄຣດິດ ນອກຈາກນີ້ທາງ ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ ໄດ້ວາງແຜນການໃນປີ 2021 ຈະມີການເພີ້ມຮ້ານຄ້າທີ່ເຂົ້າຮ່ວມລາຍການເພື່ອຈະເຮັດໃຫ້ລູກຄ້າສາມາດໄດ້ໃຊ້ສ່ວນຫຼຸດໃນສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍ. 

ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ (Aeon Leasing Service (Lao) Company Limited ) ໄດ້ຮັບອະນຸຍາດຈົດທະບຽນໃນປະເທດລາວ ແລະ ເລີ່ມທຸລະກິດຕັ້ງແຕ່ວັນທີ 18 ຕຸລາ 2013 ລົງທຶນໂດຍ ບໍລິສັດ ອິອອນ ທະນະສິນຊັບ (ປະເທດໄທ) ຈໍາກັດ (ມະຫາຊົນ) ແລະ ກຸ່ມບໍລິສັດໃນເຄືອອິອອນ. 

ບໍລິສັດ ອິອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ ດຳເນີນທຸລະກິດ ໂດຍການໃຫ້ບໍລິການ ທາງການເງິນສິນເຊື່ອລາຍຍ່ອຍແກ່ລູກຄ້າ ປະຊາຊົນຜູ້ທີ່ຕ້ອງການໃຊ້ບໍລິການສິິນເຊື່ອໃນການຜ່ອນສິນຄ້າ ຈາກກຸ່ມຮ້ານຄ້າຕົວແທນຫຼາຍປະເພດເຊັ່ນ: ກຸ່ມສິນຄ້າ ເຄື່ອງໃຊ້ໄຟຟ້າ, ຄອມພິວເຕີ, ໂນ້ດບຸກ, ໂທລະສັບມືຖື, ເຄື່ອງໃຊ້ສຳນັກງານ, ເຟີນິເຈີ, ລົດຖີບ, ລົດຈັກ, ລົດໃຫຍ່ ແລະ ຄຳ. ລວມເຖິງບໍລິການສິນເຊື່ອສິນຄ້າປະເພດໃໝ່ທີ່ຈະຂະຫຍາຍເພີ່ມໃນອະນາຄົດ ປະຈຸບັນພວກເຮົາມີຮ້ານຄ້າ ແລະ ຄູ່ຮ່ວມທາງທຸລະກິດຫຼາຍກວ່າ 300 ຮ້ານຄ້າ ແລະ ຈຳນວນລູກຄ້າແມ່ນນັບມື້ນັບເພີ່ມຂື້ນເລື້ອຍໆ. ສຳລັບສຳນັກງານໃຫຍ່ ຕັ້ງຢູ່ທີ່ອາຄານໃນໂຄງການສະກາຍຊິດຕີ້ ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ຍັງມີໜ່ວຍບໍລິການຢູ່ທີ່ຊັ້ນ 2 ໂຊນຮ້ານຄຳ ຕະຫຼາດເຊົ້າມໍ. ອິອອນລາວໃຫ້ບໍລິການສິນເຊື່ອໃນພື້ນທີ່ເຂດນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ພື້ນທີ່ເຂດປາກເຊ ແລະ ຍັງມີແຜນຂະຫຍາຍຕົວຢ່າງຕໍ່ເນື່ອງໃນອານາຄົດອັນໃກ້ນີ້. ສາມາດຕິດຕໍ່ພວກເຮົາ ສາຍດ່ວນ 1433; Facebook AEON Lao ຫຼື ເວບໄຊ http://www.aeonlao.com/

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment