ຊິມກາເຟສະບາຍ ຖ່າຍຮູບລົງ Instagram ສົ່ງເສີມທຸລະກິດທ່ອງທ່ຽວ ກັນເທາະ !




10 ປີແລ້ວ, ທີ່ຄົນທົ່ວໂລກ ເຊິ່ງມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ຈາກອາເມລິກາ,ເອີຣົບ ຈົນຮອດ ອາຊີຕາເວັນອອກສຽງໃຕ້, ໄດ້ນໍາໃຊ້ Instagram ເພື່ອສະແດງຄວາມສາມາດຂອງເຂົາເຈົ້າ ແລະ ຊອກຫາແຮງບັນດານໃຈໃຫ້ຕົວເອງ ມາຮອດປະຈຸບັນ, ມີຄົນໃຊ້ Instagram ຫຼາຍກວ່າ 1 ພັນລ້ານຄົນໃນທົ່ວໂລກ, ໂດຍ 80% ຂອງຜູ້ໃຊ້ງານ ແມ່ນຢູ່ນອກສະຫະລັດ ອາເມລິກາ.

Instagram ຫຼື ທີ່ຫຼາຍຄົນມັກເອິ້ນວ່າ ໄອຈີ ແມ່ນພື້ນທີ່ ທີ່ເຮັດໃຫ້ຜູ້ຄົນໄດ້ໃກ້ຊິດເຊິ່ງກັນແລະກັນ ພ້ອມທັງໄດ້ເຂົ້າເຖິງສິ່ງທີ່ເຂົາເຈົ້າມັກໄດ້ງ່າຍຂື້ນ ລວມທັງຜູ້ສ້າງ ແລະ ທຸລະກິດ. ເຊິ່ງທົ່ວໂລກ, ຜູ້ຄົນກໍ່ໄດ້ໃຊ້ Instagram ນີ້ເພື່ອສະແດງບຸກຄະລິກອັນເປັນເອກະລັກຂອງພວກເຂົາ ຜ່ານຮູບພາບ ແລະ ວິດີໂອ, ພ້ອມທັງຄົ້ນຫາກຸ່ມຊຸມຊົນທີ່ມັກ ແລະ ຂະຫຍາຍທຸລະກິດອີກດ້ວຍ. 

ໃນຂະນະທີ່ ສປປ ລາວ ໄດ້ເປີດໃຫ້ໄປມາຫາສູ່ກັນພາຍໃນປະເທດຄືນ ແລະ ກຳລັງຊ່ວຍກັນຟື້ນຟູເສດຖະກິດພາຍໃນ, ພວກເຮົາສັງເກດເຫັນວ່າ ທຸລະກິດຮ້ານກາເຟທີ່ກຳລັງເຕີບໂຕຢ່າງວ່ອງໄວ ແລະສະໜອງໄລສະຕາຍການດື່ມກາເຟຂອງຄົນຮຸ່ນໃໝ່ (millennials) ໄດ້ນີ້ ແມ່ນຮ້ານກາເຟໃໝ່ໆ ທີ່ມີເອກະລັກໂດດເດ່ນ ໃຫ້ໄດ້ໄປນັ່ງເຫຼ້ນ ຖ່າຍຮູບ ເຊັກອິນ ແລ ະບັນທຶກເລື່ອງລາວໃນແບບຂອງຕົວເອງລົງໃນອິນສະຕາແກຮມສ່ວນຕົວ ເຊິ່ງເຮົາເອີ້ນສະຖານທີ່ເຫຼ່ານີ້ ວ່າຮ້ານແບບ Instagrammable ທີ່ນອກເໜືອຈາກການໄດ້ໄປສຳຫຼວດໃນມື້ພັກຜ່ອນແລ້ວ ທ່ານຍັງຊ່ວຍສະໜັບສະໜູນທຸລະກິດທ້ອງຖິ່ນ ພາຍໃນບໍລິເວນໃກ້ບ້ານທ່ານ ໄດ້ອີກດ້ວຍ.

ແລະນີ້ແມ່ນ ຮ້ານ Instagrammable ໃນນະຄອນຫຼວງວຽງຈັນ

1. Nuan ນວນ ( Instagram @callme.nuan)


ຕັ້ງຢູ່ຈຸດໃຈກາງເມືອງ ທີ່ອ້ອມຮອບໄປດ້ວຍຫ້ອງການ ແລະ ທະນາຄານ, ເປັນຮ້ານອາຫານ ກາເຟ ສອງຊັ້ນ ເພື່ອສະໜອງຄວາມຕ້ອງການໃຫ້ແຂກຕ່າງກຸ່ມ ຕ່າງຮູບແບບ ໂດຍຄົນທີ່ຂຶ້ນໄປຊັ້ນສອງຂອງຮ້ານ ຈະພົບການຕົບແຕ່ງແບບຍ້ອນຍຸກໄປໃນຊຸມປີ 1970 ຮູບແບບຮ່ອງກົງ. ມີເຄື່ອງຕົບແຕ່ງແບບຍຸກຈີນເກົ່າ ທີ່ເໝາະສົມສໍາລັບຜູ້ທີ່ມີເວລາຫຼາຍ ສາມາດນັ່ງກິນກາເຟ ຫຼື ຖ່າຍຮູບກັບບັນຍາກາດແບບເກົ່າໆໄດ້, ສ່ວນຊັ້ນໜຶ່ງ ເໝາະສຳລັບພະນັກງານຫ້ອງການ ທີ່ມີເວລາໜ້ອຍ, ຕ້ອງການອາຫານທີ່ວ່ອງໄວ ກ່ອນກັບຄືນສູ່ໜ້າທີ່ຂອງຕົນ.

ທ່ານ ວິໄຊ ວໍລະຈັກ ຜູ້ຈັດການຮ້ານອາຫານນວນ ໄດ້ກ່າວວ່າ “ລູກຄ້າສ່ວນໃຫ່ຍຂອງພວກເຮົາ ມັກຈະມາຮ້ານຍ້ອນບັນຍາກາດ ແລະ ອາຫານທີ່ຫຼາກຫຼາຍ. ກຸ່ມທີ່ມີເວລາຫຼາຍແມ່ນຈະມັກມາຖ່າຍຮູບ ໃນຫຼາຍມຸມຕ່າງໆຂອງຮ້ານ ແລະ  ໂພສຮູບພາບລົງໃນ Instagram ສ່ວນຕົວ”

2. Especial Café ( Instagram @especial.vientiane)



ເປັນໜຶ່ງໃນຮ້ານທີ່ມີການເຊັກອິນຫຼາຍທີ່ສຸດໃນກຸ່ມຄົນຮຸ່ນໃໝ່ ໂດຍເດືອນຕຸລານີ້ ເປັນເດືອນຄົບຮອບ 1 ປີຂອງຮ້ານ. ໃນເບື້ອງຕົ້ນ ເອສະເປໂຊ  ແມ່ນໂຮງແຮມແບບໃໝ່ ທີ່ມີເອີ້ນວ່າ Box Hostel, ເຊິ່ງໄດ້ຈັດໃຫ້ແຂກຢູ່ຮ່ວມກັນ ທີ່ຊັ້ນສອງ ແລະ ສາມ ໂດຍແຕ່ລະຫ້ອງຈະມີພື້ນທີ່ຂະໜາດທີ່ເໝາະສົມໃຫ້ພັກ ເຊິ່ງສ່ວນໃຫ່ຍແມ່ນຈະເນັ້ນໄປທີ່ແຂກຕ່າງປະເທດ.

ຈົນເມື່ອມີການລະບາດຂອງພະຍາດ COVID-19 ໄດ້ເຮັດໃຫ້ເຈົ້າຂອງມີຄວາມຄິດແປກໃໝ່ ດ້ວຍການຫັນປ່ຽນຕຽງນອນໃນຊັ້ນສອງ ທີ່ໄດ້ແຮງບັນດານໃຈມາຈາກການນອນໃນ Box ແບບສະຕາຍຍີ່ປຸ່ນ. ມາເປັນຈຸດດື່ມກາເຟ ແລະ ເຮັດວຽກ ທີ່ລູກຄ້າສາມາດນອນພັກຜ່ອນໄດ້ເຊັ່ນກັນ. ນອກນັ້ນ ທີ່ຊັ້ນສາມກໍໄດ້ເພີ່ມການນວດເຂົ້າໄປໃນລາຍການ ເຊິ່ງຈະເປັນທາງເລືອກເພີ່ມໃຫ້ແກ່ກຸ່ມທີ່ຕ້ອງການຢາກພັກຜ່ອນເຕັມທີ່. 


ທ່ານ ທະນາກອນ ອູ່ສະຫວ່າງ ແລະ ທ່ານ ນາງ ອາລິຍາ ບຸນພາຄົມ ເຈົ້າຂອງທຸລະກິດຮ່ວມ ໄດ້ແນະນຳໃຫ້ເຈົ້າຂອງ ຫຼື ຜູ້ປະກອບການທີ່ຍັງມີບັນຫາໃນການປັບໂຕຫຼັງໂຄວິດວ່າ “ໃຫ້ມີການປັບໂຕຕາມສະພາບແວດລ້ອມ ແລະ ທົດລອງໃນສິ່ງໃໝ່ໆ ໃຊ້ Facebook ຫຼື Instagram ໃນການໂຄສະນາແບບເຈາະຈົງເຂົ້າຫາກຸ່ມເປົ້າໝາຍ ແລ້ວກໍຈະໄດ້ຜົນອອກມາທີ່ແຕກຕ່າງ ຄືກັບການປ່ຽນແປງຂອງພວກເຮົາ”

3. Annabelle 2 (Instagram@annabelle_cafe)

ເປັນຮ້ານທີ່ມີສີສັນສົດໃສໄປທາງສີຂຽວອ່ອນ  ເໝາະກັບລູກຄ້າທີ່ມັກຖ່າຍຮູບແບບຫວານໆ ໂດຍຈະມີກຸ່ມລູກຄ້າທີ່ມັກມາກິນອາຫານຕອນສວາຍ ແລະ ກາເຟໃນມື້ເຂົ້າວຽກ. ພາຍໃນຮ້ານມີເມນູອາຫານທີ່ຫຼາກຫຼາຍ ຕັ້ງແຕ່ເຂົ້າຈີ່ຝຣັ່ງ, ຄຣົວຊອງ, ກາເຟ ແລະ ອື່ນໆ. ທີ່ເຮັດສົດໆໃໝ່ໆທຸກມື້ ໂດຍບໍ່ມີການໃສ່ສານກັນບູດ. ນອກຈາກນັ້ນ, ກໍຍັງມີ High Tea ສຳລັບລູກຄ້າເປັນກຸ່ມ 4 ຄົນຂື້ນໄປ ໃນວັນເສົາ-ອາທິດ. 

 

“ມັກຈະມີລູກຄ້າມາທ້ວງເຮົາວ່າ ຮ້ານມີການປ່ຽນແປງຕະຫຼອດເນາະ” ກ່າວໂດຍ ທ່ານ ນາງ ປາລິນຍາກອນ ປັນຍາທິບ, ເຈົ້າຂອງທຸລະກິດ “ພວກເຮົາເຊື່ອວ່າການປ່ຽນແປງເປັນສິ່ງທີ່ຈຳເປັນ ໃນການດຶງດູດກຸ່ມລູກຄ້າ ໃຫ້ເຂົາເຈົ້າຢາກເຂົ້າມາຖ່າຍຮູບໃນຮ້ານ ເພື່ອໄປໂພສໃນສື່ສັງຄົມອອນລາຍຕ່າງໆ. ເພາະວ່າຮູບງາມໆ ໃນ Facebook ຫຼື ໄອຈີ (Instagram) ຈະຊ່ວຍໂຄສະນາໄປໃນໂຕ”



4. Sailomyen Café (Instagram @sailomyenhostel)

ຮ້ານ ສາຍລົມເຢັນ ຄາເຟ່ ແລະ ຮອສເທວ ຕັ້ງຢູ່ຈຸດໃຈກາງເມືອງ ເປັນຮ້ານທີ່ໄດ້ມີການປັບປຸງໃຫ້ຮ້ານເປັນແບບຫຼັງຄາສູງ ແລະ ຕົບແຕ່ງແບບສະບາຍ ປອດໂປ່ງ ສະຕາຍ Loft-Industrial ເຊິ່ງຈະກາຍມາເປັນ ຮ້ານກິນດື່ມໃນຕອນຄໍ່າ ພາຍໃນຮ້ານມີອາຫານ ເຄື່ອງດື່ມ ແລະ ຄ໋ອກເທວ ທີ່ຫຼາກຫຼາຍຮູບແບບໃຫ້ລູກຄ້າໄດ້ລອງ ທຸກມື້. ໂດຍເລີ່ມຕັ້ງແຕ່ໜ້າຮ້ານຈົນເຖິງຫຼັງຮ້ານ, ມີຫຼາຍຈຸດຫຼາຍມຸມ ເປັນຈຸດຖ່າຍຮູປເພື່ອລົງອິນສຕາແກຣມໄດ້ ຖືວ່າເປັນຮ້ານ Instagrammable ທີ່ນ່າສົນໃຈອີກຮ້ານໜຶ່ງ


 “ຕັ້ງແຕ່ມີການປັບປ່ຽນ ເປົ້າໝາຍກຸ່ມລູກຄ້າໃນ ສື່ສັງຄົມອອນລາຍ ຈາກຕ່າງປະເທດມາເປັນລູກຄ້າພາຍໃນ, ເຮົາສັງເກດເຫັນວ່າກິດຈະການເຮົາກໍດີຂື້ນຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ. ພວກເຮົາກໍໄດ້ເພີ່ມເມນູອາຫານ ເພື່ອສະໜອງຄວາມຕ້ອງການກຸ່ມລູກຄ້າໃນຊຸມຊົນອ້ອມແອ້ມ ແລະ ປ່ຽນຮ້ານມາເປັນບາຣ໌ໃນຕອນຄໍ່າ.” ກ່າວໂດຍ ທ່ານ ນາງ ປຣະກາຍເເສງ ສຸຂະທິວົງ ຜູ້ຈັດການຮ້ານ. “ປ້າຍຮ້ານຢູ່ໜ້າຮ້ານເປັນຈຸດທີ່ມີການຖ່າຍຮູບເລື້ອຍທີ່ສຸດ.”


5. The Pianist Vientiane (Instagram @thepianistvientiane)

ເປັນຮ້ານທີ່ມີເອກະລັກສະເພາະຕົວເໝາະກັບການໄປຖ່າຍຮູບເຊັກອິນ ເພາະພາຍໃນການຮ້ານ ມີການຕົບແຕ່ງແບບສະຕາຍຕາເວັນຕົກ ເຊິ່ງເຮັດໃຫ້ຮູ້ສຶກອົບອຸ່ນ ແລະ ຄ້າຍຄືກັບຢູ່ບ້ານເມື່ອໄດ້ໄປຢ້ຽມຊົມຮ້ານ. ຖ້າຫາກເປັນຄົນທີ່ມີຄວາມມັກຮັກໃນດົນຕີຄາດສິກ, ນີ້ແມ່ນຮ້ານທີ່ທ່ານຕ້ອງໄປລອງ ເພາະພາຍໃນຮ້ານຈະມີການຫຼີ້ນ ເປຍໂນ ພ້ອມກັບ ໄວໂອລິນ ໃນໂອກາດພິເສດ. 


ໃນບົດສຳພາດພິເສດກັບເຈົ້າຂອງຮ້ານ ຜູ້ທີ່ຫຼົງໄຫຼໃນການຫຼີ້ນເປຍໂນ, ທ່ານ ນາງ ມຸກດາວັນ ຂັດທິຍະ “ຍ້ອນວ່າຮ້ານເຮົາມີເອກະລັກທີ່ແຕກຕ່າງ, ພວກເຮົາກໍ່ເລີຍໄດ້ລູກຄ້າຫຼາຍກຸ່ມ ແລະ ສ່ວນໃຫ່ຍຖ້າເປັນກຸ່ມຄົນຮຸ່ນໃໝ່ກໍ່ຈະມາຖ່າຍຮູບເຊັກອິນ ສ່ວນກຸ່ມທີ່ມີອາຍຸໜ້ອຍໜຶ່ງກໍຈະມັກມາຟັງເພງ ແລະ ມ່ວນກັບບັນຍາກາດຂອງຮ້ານ” 


ໂອກາດໜ້າ, ຖ້າຫາກທ່ານ ໄດ້ໄປຢາມຮ້ານກາເຟແບບ Instagrammable ແນວນີ້ເມື່ອໃດ. ກໍຢ່າລືມ ເຊັກອິນ ແລະ ບັນທຶກເວລາດີໆ ທີ່ທ່ານໄດ້ແບ່ງປັນກັບຄອບຄົວ ຫຼື ໝູ່ເພື່ອນ ແລະ ກຸ່ມໝູ່ໃນ Instagram ນໍາແນ່! ທ່ານສາມາດຄົ້ນຫາຮ້ານອື່ນໆທີ່ແນະນຳຕື່ມໃນ “Explore” ແທັບ ໂດຍການກົດເຂົ້າໄປທີ່ ໄອຄອນ ແວ່ນຂະຫຍາຍໃນ ແອັບ Instagram ເດີ້!


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment