ເສັ້ນທາງສູ່ການຟື້ນຟູ: ສື່ສັງຄົມອອນລາຍ ‘ລາວທ່ຽວລາວ’ ຊ່ວຍພັກດັນການທ່ອງທ່ຽວພາຍໃນປະເທດ

 


ເສັ້ນທາງສູ່ການຟື້ນຟູ: ສື່ສັງຄົມອອນລາຍ ‘ລາວທ່ຽວລາວ’ ຊ່ວຍພັກດັນການທ່ອງທ່ຽວພາຍໃນປະເທດ

ພະຍາດອັກເສບປອດຈາກເຊື້ອຈຸລາໂລກສາຍພັນໃໝ່ (ໂຄວິດ-19) ໄດ້ສົ່ງຜົນກະທົບຕໍ່ອຸດສະຫະກໍາທ່ອງທ່ຽວທົ່ວໂລກເເບບທີ່ບໍ່ເຄີຍມີມາກ່ອນ ເປັນເຫດໃຫ້ຕ້ອງຈຳກັດການເດີນທາງລະຫວ່າງປະເທດ.ຈົນເຮັດໃຫ້ ສປປ ລາວ ແລະ ອີກຫຼາຍປະເທດທີ່ອາໄສການທ່ອງທ່ຽວໃນການສ້າງລາຍໄດ້ໃຫ້ເເກ່ປະເທດ ຕ້ອງໄດ້ມີການປັບປ່ຽນກົນໄກໃນໄລຍະນີ້. 

ອີງຕາມບົດລາຍງານ ຜົນກະທົບຂອງໂຄວິດ-19 ຕໍ່ວິສາຫະກິດທ່ອງທ່ຽວໃນ ສປປ ລາວ  ຈາກທະນາຄານພັດທະນາອາຊີ ຫຼື Asian Development Bank (ADB) ໃນເດືອນມິຖຸນາ 2020 ລະບຸວ່າ ການທ່ອງທ່ຽວສາກົນເປັນອຸດສະຫະກຳທີ່ຫາລາຍໄດ້ເຂົ້າສູ່ ສປປ ລາວ ໄດ້ຫຼາຍສຸດເປັນອັນດັບທີ 3 ເຊິ່ງ ສາມາດສ້າງລາຍຮັບໄດ້ເຖິງ 934 ລ້ານໂດລາສາຫະລັດ, ຮອງຈາກການສົ່ງອອກເເຮ່ທາດ (1.43 ຕື້ໂດລາສະຫະລັດ) ເເລະ ການສົ່ງອອກໄຟຟ້າ (1.32 ຕື້ໂດລາສະຫະລັດ).



ໃນຂະນະທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອມາຕັ້ງເເຕ່ ວັນທີ 11 ກັນຍາ 2020 ເຊິ່ງກໍລະນີຫຼ້າສຸດ ແມ່ນກໍລະນີນໍາເຂົ້າຈາກຕ່າງປະເທດ, ຍ້ອນການຄວບຄຸມມາດຕະການ ການປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການລະບາດຮອບໃໝ່ພາຍໃນປະເທດ ເຮັດໃຫ້ສາມາດເປີດການໄປມາຫາສູ່ເຊິ່ງກັນແລະກັນພາຍໃນປະເທດໄດ້. ດັ່ງນັ້ນ ການສົ່ງເສີມການທ່ອງທ່ຽວພາຍໃນປະເທດ ຈຶ່ງເປັນກະເເຈສຳຄັນໃນການຂັບເຄື່ອນເສດຖະກິດອີກເທື່ອໜຶ່ງ. ຫຼ້າສຸດ, ລັດຖະບານໄດ້ມີການເປີດໂຕໂຄງການ ‘ລາວທ່ຽວລາວ’ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ທັງເປັນການກະຕຸ້ນເສກຖະກິດອີກດ້ວຍ. 


“ພວກເຮົາມີເເຜນຢາກສົ່ງເສີມໂຄງການ “ລາວທ່ຽວລາວ” ບໍ່ພຽງແຕ່ພາຍໃນປະເທດເທົ່ານັ້ນ, ເເຕ່ຍັງເປັນການເຜີຍແຜ່ໃຫ້ຕ່າງປະເທດຮູ້ນໍາອີກດ້ວຍວ່າ ພວກເຮົາພ້ອມທີ່ຈະມີການສົ່ງເສີມການທ່ອງທ່ຽວພາຍໃນເເລ້ວ, ເຖິງວ່າກຸ່ມນັກທ່ອງທ່ຽວຕ່າງປະເທດຈະຍັງບໍ່ສາມາດເຂົ້າມາທ່ຽວລາວໄດ້ກໍຕາມ,” ກ່າວໂດຍ ທ່ານ ບຸນລັບ ດວງພູມີ, ຮອງຫົວໜ້າກົມ ໂຄສະນາການທ່ອງທ່ຽວ, ກະຊວງ ຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ. 

ສຳລັບ ໂຄງການ “ລາວທ່ຽວລາວ”  ແມ່ນສ້າງຂື້ນໂດຍສະພາການຄ້າ ເເລະ ອຸດສາຫະກຳ ເເລະ ໄດ້ຮັບການສົ່ງເສີມຈາກພາກສ່ວນລັດຖະບານ, ໂຄງການດັ່ງກ່າວເປັນບຸລິມະສິດຂອງທັງພາກລັດ ເເລະ ເອກະຊົນ ໂດຍມີການໃຊ້ສື່ສັງຄົມອອນລາຍຕ່າງໆ ເປັນຕົ້ນເເມ່ນ Facebook ເເລະ Instagram ເປັນສື່ກາງໃນການສະເໜີຂໍ້ມູນໃຫ້ຄົນລາວຮຽນຮູ້ ກ່ຽວກັບ ຜູ້ປະກອບການທຸລະກິດທ້ອງຖິ່ນ ເເລະ ແຫຼ່ງທ່ອງທ່ຽວຕ່າໆ ທີ່ໜ້າສົນໃຈ ພ້ອມກັບຊ່ວຍເຫຼືອທຸລະກິດທ້ອງຖິ່ນໃນຊຸມຊົນອີກດ້ວຍ. ມາຮອດປັດຈຸບັນ, ໂຄງການລາວທ່ຽວລາວໄດ້ມີການ ໂຄສະນາ ຊ່ວຍຫຼາຍກວ່າ 20 ຫົວໜ່ວຍທຸລະກິດ ທ່ອງທ່ຽວ ທົ່ວປະເທດ, ເຊິ່ງໃນນັ້ນປະກອບມີ ບັນດາໂຮງເເຮມຂະໜາດນ້ອຍ, ບ້ານພັກ, ຮ້ານອາຫານ ເເລະ ສະຖານທີ່ທ່ອງທ່ຽວ “Facebook ຖືໄດ້ວ່າເປັນປັດໃຈທີ່ສຳຄັນທີ່ສຸດໃນການສົ່ງເສີມໂຄງການ ລາວທ່ຽວລາວ. ເຊິ່ງເປັນຊ່ອງທາງຫຼັກໃນການດຳເນີນການໂຄງການດັ່ງກ່າວ” ກ່າວ ທ່ານ ອິນທີ ເດືອນສະຫວັນ, ຄະນະບໍລິຫານສະມາຊິກສະພາການຄ້າ ເເລະ ອຸດສາຫະກຳ ແລະທັງເປັນຜູ້ນຳພາໂຄງການນີ້. ແລະ ໄດ້ກ່າວຕື່ມວ່າ “ໃນໄລຍະນີ້, ສື່ສັງຄົມອອນລາຍ ເເລະ ເຄື່ອງມືດິຈິຕອລ ເປັນປັດໃຈສຳຄັນຕໍ່ທຸລະກິດ ທຸກຮູບເເບບ ເເລະ ທຸກຂະໜາດ ເພາະວ່າສາມາດເຂົ້າເຖິງລູກຄ້າກຸ່ມໃຫຍ່ໄດ້” 


ທ່ານ ນາງ ເພັດມະນີສອນ ເເສງສຸລາດ ຫຼື ນຸດ ເຈົ້າຂອງທຸລະກິດ Bio Bamboo Luangprabang ທີ່ ແຂວງຫຼວງພະບາງ ເຊີ່ງເປັນໜຶ່່ງໃນທຸລະກິດທີ່ໄດ້ຮັບການສະໜັບສະໜູນຈາກໂຄງການນີ້ ໃຫ້ຄວາມເຫັນວ່າ ທາງຮ້ານໄດ້ຮັບຜົນກະທົບຢ່າງໜັກໃນໄລຍະເວລາ 2 ເດືອນທຳອິດ ແຕ່ກໍ່ໄດ້ພະຍາຍາມໃຊ້ຊ່ອງທາງການສື່ສານທີ່ສະດວກສະເໝີ ໂດຍສະເພາະເເມ່ນ Facebook ເຊິ່ງໄດ້ຮັບຜົນຕອບຮັບຈາກໂຄສະນາດີຫຼາຍ ໂດຍມີແຂກກັບຄືນມາໃຊ້ບໍລິການຮ້ານ ເເລະ ໄດ້ຮັບການສັ່ງຊື້ຂອງທີ່ລະລຶກຈາກຮ້ານ. 


“ພວກເຮົາໄດ້ມີການສ້າງເນື້ອຫາທີ່ຕໍ່ເນື່ອງ ເເລະ ເຮັດໃຫ້ເເຂກທຸກຄົນຮູ້ວ່າຮ້ານເຮົາເປີດຄືນເເລ້ວ. ໃນເພຈ, ພວກເຮົາຈະມີການໂປຣໂມດຫຼາກຫຼາຍ ລວມມີ ຮ້ານອາຫານ, ສະເເດງຮູບ ເເລະ ລາຍການອາຫານ, ຂອງທີ່ລະລຶກ ທີ່ເຮັດມາຈາກ ໄມ້ໄຜ່ ເຊິ່ງເປັນເອກະລັກຂອງຮ້ານເຮົາ ໂດຍຜ່ານ Facebook Shops. ເຮັດໃຫ້ທຸກຄົນໃນຊຸມຊົນຮູ້ສຶກພູມໃຈໃນຮູບການທຸລະກິດເຮົາ ເເລະ ຫວັງວ່າຈະມີນັກທ່ອງທ່ຽວພາຍໃນເພີ່ມ.” ທ່ານ ນາງ ເພັດມະນີສອນ ກ່າວຕອນທ້າຍ. 

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment