ບົດຮຽນ ຈາກຜູ້ປະກອບການໜຸ່ມ ສຳລັບລາງວັນ ທຸລະກິດອາຊຽນ

     ລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2016, ເປັນລາງວັນທີ່ຈັດຂຶ້ນເພື່ອສ້າງແຮງບັນດານໃຈ ແລະ ຮວບຮວມເອົາທຸລະກິດຂອງລາວເພື່ອເຂົ້າຮ່ວມໃນຂະບວນການເຊື່ອມໂຍງ  ແລະ ການເປັນອົງປະກອບທີ່ສໍາຄັນໃນຕະຫຼາດອາຊຽນ ທັງຊຸກຍູ້ການເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງທຸກພາກສ່ວນທຸລະກິດຂອງລາວ ໂດຍສະເພາະແມ່ນຜູ້ປະກອບການໜຸ່ມ ໄດ້ມີໂອກາດສະແດງຈຸດເດັ່ນຂອງການດຳເນີນທຸລະກິດຂອງຕົນຜ່ານລາງວັນອັນຊົງກຽດນີ້. 

    ທ່ານ ຄຳມະນີ ຣາຊະພົນ, ປະທານບໍລິສັດຄຳມະນີ ເຈເນີຣອນ ເຊີວິສ, ຜູ້ໄດ້ຮັບລາງວັນຜູ້ປະກອບການໜຸ່ມດີເດັ່ນປີ 2019 ໄດ້ສຳພາດທາງໂທລະສັບວ່າ: ການໄດ້ຮັບລາງວັນທຸລະກິດດີເດັ່ນແມ່ນເຮັດໃຫ້ບໍລິສັດເປັນທີ່ຮູ້ຈັກຫຼາຍຂຶ້ນ ເຊິ່ງຊ່ວຍໃຫ້ບໍລິສັດສາມາດສະແດງສັກກະຍາພາບດ້ານບໍລິການໄດ້. ນອກນີ້, ບໍລິສັດຍັງມີສ່ວນຮ່ວມທັງພາຍໃນປະເທດ  ແລະ ພາກພື້ນ ກໍຄືບັນດາປະເທດອາຊຽນ ໂດຍສະເພາະການແລກປ່ຽນປະສົບການ, ການຕິດຕໍ່ພົວພັນກັບຫຼາຍປະເທດ ນອກຈາກແລກປ່ຽນບົດຮຽນນໍາກັນແລ້ວ, ຍັງໄດ້ຮັບຄຳແນະນຳທີ່ດີຕໍ່ກັນ, ຈາກຄົນແປກໜ້າກໍກາຍເປັນຄົນຮູ້ຈັກກັນ. ຢ່າງໃດກໍຕາມ, ທີມງານກໍແມ່ນສ່ວນໜຶ່ງທີ່ເຮັດໃຫ້ບໍລິສັດໄດ້ຮັບລາງວັນນີ້ ແລະ ເຮັດໃຫ້ພະນັກງານມີຄວາມໝັ້ນໃຈຫຼາຍຂຶ້ນ. ສຳລັບຮູບການດຳເນີນທຸລະກິດຂອງບໍລິສັດກໍແມ່ນການສະໜອງບໍລິການອະນາໄມ ແລະ ທຳຄວາມສະອາດ, ບໍລິການປາບແມງໄມ້, ບໍລິການຈັດສວນ, ບຳລຸງຮັກສາສວນ ຕໍ່ມາກໍໄດ້ເປີດບໍລິການບໍາລຸງ-ສ້ອມແປງແອ. ທ່ານປະທານ ບໍລິສັດຄຳມະນີ ເຈເນີຣອນ ເຊີວິສ ກ່າວຕື່ມວ່າ: ມີແຜນສະໝັກເຂົ້າຮ່ວມຊິງລາງວັນເຊັ່ນກັນໃນປະເພດລາງວັນທຸລະກິດຂະໜາດນ້ອຍ ແລະ ກາງ (SME). ລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ຊ່ວຍເຮັດໃຫ້ບັນດາຜູ້ປະກອບການຈາກທົ່ວປະເທດໄດ້ມາລວມຕົວກັນໃນງານ ທີ່ນັ້ນເອງທ່ານຈະໄດ້ພົບກັບບັນດາຄູ່ຮ່ວມງານທີ່ມີຄວາມຫຼົງໄຫຼໃນທິດທາງດຽວກັນ ເຊິ່ງເປັນຊ່ອງທາງແຫ່ງການຄົ້ນຫານະວັດຕະກຳໃໝ່ ແລະ ຄວາມປາດຖະໜາອັນແຮງກ້າ ທັງເປັນກຸ່ມດວງດາວໃໝ່ທີ່ທ່ານຈະຕ້ອງໄດ້ຕິດຕາມ. ລາງວັນສຳລັບຜູ້ປະກອບການໜຸ່ມໄດ້ສະແດງຄວາມຮັບຮູ້ເຖິງຄວາມເປັນຜູ້ນຳທີ່ໂດດເດັ່ນ ແລະ ຄວາມສຳເລັດໃນການກໍ່ຕັ້ງທຸລະກິດຂອງຜູ້ຊະນະເຊິ່ງຄວາມສຳເລັດນັ້ນໄດ້ກາຍເປັນນິມິດໝາຍອັນສຳຄັນ ທີ່ໝາຍເຖິງການເອົາຊີວິດລອດຜ່ານຄວາມທ້າທາຍໃນສະພາບປັດຈຸບັນເພື່ອປູທາງສູ່ຄວາມມັ່ງຄັ່ງໃນອະນາຄົດ. 

    ສະນັ້ນ, ຖ້າທ່ານແມ່ນໜຶ່ງໃນຜູ້ປະກອບການໜຸ່ມທີ່ຕ້ອງການຂັບເຂື່ອນທຸລະກິດຂອງຕົນໃຫ້ກ້າວໄປຂ້າງໜ້າຢ່າງຄົນປະສົບຄວາມສຳເລັດນັ້ນ, ງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ຄັ້ງນີ້ຖືເປັນການຕອບໂຈດແກ່ທ່ານແລ້ວ. ທ່ານສາມາດສະໝັກຊີງລາງວັນທຸລະກິດອາຊຽນ ດີເດັ່ນ ແຫ່ງ ສປປ ລາວ ປະຈໍາປີ 2020 ໄດ້, ອ່ານລາຍລະອຽດເພີ່ມເຕີມໄດ້ທີ່ www.lncci.la/aba2020  ຫຼື ໂທສອບຖາມໄດ້ທີ່ ກອງເລຂາງານຊີງລາງວັນທຸລະກິດດີເດັ່ນແຫ່ງ ສປປ ລາວ ເບີ +856 20 5256 2729 ຫຼື +856 20 5528 9996.

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment