Facebook ຮ່ວມສະຫຼອງປີໃໝ່ລາວດ້ວຍຟີເຈີໃໝ່ ເພື່ອຊ່ວຍໃຫ້ຄົນລາວເຊື່ອມຕໍ່ກັນໃນເວລາທີ່ຢູ່ຫ່າງໄກກັນ

 ສະຫຼອງບຸນປີໃໝ່ລາວຢ່າງປອດໄພດ້ວຍການເປີດໂຕຂອງຟີເຈີໃໝ່ເຊັ່ນ: ເອອາຟິວເຕີ້ (AR-filter), ຂອບຮູບໂປຣໄຟລຂອງ Facebook (Facebook profile frames) ແລະ sticker packs ສຳລັບ Facebook ແລະ Instagram 

ບຸນປີໃໝ່ລາວຖືວ່າເປັນໜຶ່ງໃນເທດສະການສຳຄັນທີ່ສຸດຂອງຄົນລາວ, ເປັນເວລາສຳລັບການອວຍພອນ ແລະ ເລີ່ມຕົ້ນປີໃໝ່ຢ່າງສົດໃສ, ເປັນເວລາສຳລັບການເຕົ້າໂຮມຍາດພີ່ນ້ອງ ແລະ ໝູ່ເພື່ອນເພື່ອສະເຫຼີມສະຫຼອງປີໃໝ່ຮ່ວມກັນ 


ພາລະກິດຂອງ Facebook ແມ່ນຢາກເຊື່ອມຕໍ່ຄົນທັງໂລກເພື່ອເຮັດໃຫ້ຄົນໃກ້ກັນຂຶ້ນ - ກັບຜູ້ໃດ, ເວລາໃດ, ໃນສະຖານທີ່ໃດກໍໄດ້. ໃນຂະນະທີ່ພະຍາດໂຄວິດ-19 ຍັງມີຜົນກະທົບຕໍ່ຊຸມຊົນລາວຢ່າງຕໍ່ເນື່ອງ ແລະ ການຮັກສາໄລຍະຫ່າງເປັນຂໍ້ຈຳກັດໃນການສະຫຼອງບຸນປາງໃຫ່ຍຂອງປີ, Facebook ຢາກເປັນສ່ວນໜຶ່ງໂດຍການຊ່ວຍເຊື່ອມຕໍ່ທຸກຄົນກັບຄົນທີ່ຮັກ ແລະ ສະຫຼອງຄວາມສຸກນີ້ດ້ວຍການປ່ອຍຟີເຈີໃໝ່ຂອງ #ສະຫຼອງປີໃໝ່ລາວນຳກັນ ທີ່ໄດ້ນັກແຕ້ມຮູບລະດັບສາກົນ ກັນທະພົນ ‘ກ້ອງກັນ’ ເມທີກຸນ ມາອອກແບບຟີເຈີໃໝ່ດ້ວຍການໃຊ້ພາບການຫາຍໂຕທີ່ເປັນຈຸດເດັ່ນຂອງລາວ ໃຫ້ Facebook ແລະ Instagram ເພື່ອຊ່ວຍສະຫຼອງປີໃໝ່ລາວໃນປີນີ້. 


ນີ້ຄືວິທີມ່ວນໆທີ່ພວກເຮົາສາມາດ #ສະຫຼອງປີໃໝ່ລາວນຳກັນ ໃນ Facebook ແລະ Instagram  ໄດ້ປີນີ້ ໃນຂະນະທີ່ການເຊື່ອມຕໍ່ກັບຄອບຄົວ ແລະ ໝູ່ເພື່ອນນັ້ນສຳຄັນຍິ່ງຂຶ້ນ. 


ມາລອງຫາຍໂຕກັບຟີເຈີໃໝ່ດ້ວຍ  #ສະຫຼອງປີໃໝ່ລາວນຳກັນ ຟີເຈີແພັກ 






ແຄັບຊັນ: #ສະຫຼອງປີໃໝ່ລາວນຳກັນ ຂອບຮູບໂປຣໄຟລຂອງ Facebook, ເອັຟເຟັກ AR ແລະ GIPHY ສະຕິກເກີ້ແພັກ  ໃນຂະນະທີ່ພວກເຮົາສະແດງຄວາມຮ່ວງໃຍ ແລະ ຄວາມປອດໄພ, ຫຼິ້ນປີໃໝ່ກັບການໃຊ້: 

ຂອບຮູບໂປຣໄຟລຂອງ Facebook 

ເອອາຟິວເຕີ້ (AR filters) ໃນ ສະຕໍຣີ ຂອງ Instagram ທີ່ສາມາດ cross-share ຫຼື ໂພສຂ້າມໄປທີ່ Facebook ໄດ້ດ້ວຍແພັກ GIPHY ໃໝ່ໆ 

ວິທີຮ່ວມຫຼິ້ນຟີເຈີໃໝ່ຂອງ Facebook

ເພື່ອປ່ຽນຂອບຮູບໂປຣໄຟລ Facecbook, ໃຫ້ກົດໄປທີ່ ຮູບໂປຣໄຟລ ແລ້ວກົດທີ່ “Update profile picture” ເລືອກ “Add Frame” ແລະ ຄົ້ນຫາດ້ວຍການພິມ “LaoNewYear” ຫຼື “LaoNewYear by Gongkan”  ເພື່ອເລືອກຂອບຮູບ ● ສຳລັບ ເອອາຟິວເຕີ, ໃຫ້ເຂົ້າໄປ Browse Effects ໃນ ຟິວເຕີ້ຂອງ Instagram ສະຕໍຣີ້ ຫຼື ລາຍການGIPHY  ແລ້ວພິມຊອກຫາຊື່ສິນລະປິນ “Gongkan” , ເມື່ອໂພສລົງ Instagram ແລ້ວຢ່າລືມເລືອກໂພສລົງ Facebook ສະຕໍຣີ້ດ້ວຍການ cross share ນຳເດີ້ 

ຫຼືງ່າຍໆ, ກົດທີ່ນີ້ເລີຍ: https://www.instagram.com/ar/2981494935459809 

ເລືອກ ເອັຟເຟັກທີ່ມັກພ້ອມດ້ວຍ ສະຕິກເກິ ໃສ່ໃນຮູບ ຫຼື ວິດີໂອເລີຍ ຢ່າລືມໃສ່ #ສະຫຼອງປີໃໝ່ລາວນຳກັນ ແລະ ແທັກໝູ່, ຄອບຄົວ ແລະ ຄົນຮັກແພງ ພ້ອມທັງສົ່ງຄວາມມ່ວນ ແລະ ຄວາມປອດໄພນຳເດີ້ 

ສະຫຼອງປີໃໝ່ກັບດາລາທີ່ທ່ານມັກ 

#ສະຫຼອງປີໃໝ່ລາວນຳກັນ ຂອງ Facebook ນີ້, ຈະມີການເຂົ້າຮ່ວມດ້ວຍບັນດາດາລາທີ່ມີຊື່ສຽງໂດ່ງດັງ ທີ່ພວກເຮົາຕິດຕາມມາຕະຫຼອດ, ຕັ້ງແຕ່ ອຸງ ທົດສະພອນ, ມິມີ່ ພູນຊັບ, ເອ້ ອິນທະວົງ ຈາກວົງການບັນເທີງ, ເທີ ຢູນາ ຜູ້ສ້າງເນື້ອຫາທີ່ມີຄົນຕິດຕາມຫຼາຍທີ່ສຸດໃນປະເທດ, ຊ່າງແຕ່ງໜ້າອັນດັບຕົ້ນຂອງລາວ ແຊມມີ້ ພິລາວົງ, ແລະ ຜູ້ປະກາດຂ່າວທີ່ເປັນທີ່ຮູ້ຈັກກັນດີ ອາໂນມາ ຣັດທິດາ. 

ຕິດຕາມວິດີໂອອວຍພອນປີໃໝ່ພິເສດ ຈາກບັນດາດາລາຂ້າງເທິງນີ້ໄດ້ໃນ Facebook ຂອງເຂົາ ໃນວັນທີ 12 ເມສານີ້. ຢ່າລືມຕິດຕາມພວກເຂົາ ໃນ Facebook ແລະ Instagram! ແລະ ຮ່ວມສະຫຼອງປີໃໝ່ຢ່າງປອດໄພດ້ວຍການໃຊ້ ຟີເຈີໃໝ່ຂອງ Facebook ໃນຄັ້ງນີ້ ແລະ ສົ່ງຕໍ່ຄວາມສຸກໃຫ້ທຸກຄົນ ໃນຂະນະທີ່ຍັງເວັ້ນໄລຍະຫ່າງຢູ່ເດີ້. 

ແທັກໝູ່ 5 ຄົນໃນວິດີໂອ #ສະຫຼອງປີໃໝ່ລາວນຳກັນ 

ເພື່ອເຮັດໃຫ້ການສະຫຼອງຄັ້ງນີ້ພິເສດຂຶ້ນຕື່ມອີກ ພວກເຮົາຢາກຂໍເຊີນຊວນໃຫ້ທຸກຄົນໃນ Facebook ແລະ Instagram ມາຮ່ວມເຮັດວິດີໂອສັ້ນ #ສະຫຼອງປີໃໝ່ລາວນຳກັນ ເພື່ອອວຍພອນໃຫ້ຄົນພິເສດທີ່ຢາກຈະສະຫຼອງປີໃໝ່ລາວນຳຄັ້ງນີ້ ແຕ່ບໍ່ສາມາດຍ້ອນ ເຫດການລະບາດຂອງພະຍາດໂຄວິດ-19 ພ້ອມທັງໃສ່ ແຮກແທັກ #ສະຫຼອງປີໃໝ່ລາວນຳກັນ ແທັກໝູ່ 5 ຄົນ ເພື່ອໃຫ້ເຂົາຮູ້ວ່າເຮົາຄິດຮອດເຂົາຢູ່ໃນໄລຍະປີໃໝ່ລາວປີນີ້. 

ຢ່າລືມສົ່ງຕໍ່ຄວາມຮັກ ແລະ ຄວາມສຸກໃນ Facebook ແລະ Instagram. 

ໂຊກດີປີໃໝ່.

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment