Shuangdeng Lithium battery, Mobi Antenna ແລະ ຜູ້ສະໜອງອີກຫຼາຍບໍລິສັດໄດ້ຖືກ China Tower ປັບ ໄໝເນື່ອງຈາກສິນຄ້າບໍ່ໄດ້ມາດຕະຖານ


ອີງຕາມແຫຼ່ງຂ່າວທາງການຈາກ China Tower, ຜູ້ສະໜອງອີກຫຼາຍບໍລິສັດໄດ້ຖືກ China Tower ປັບໄໝເນື່ອງຈາກສິນຄ້າບໍ່ໄດ້ມາດຕະຖານ. 

ໜຶ່ງໃນບັນດາຜະລິດຕະພັນສິນຄ້າດັ່ງກ່າວກໍ່ມີ 

1. ແບັດເຕີຣີ່ລຸ້ນ Shoto lithium iron phosphate ທີ່ຈັດສົ່ງໂດຍ Shuangdeng Group Co., LTD ແລະ ໄດ້ຖືກສຸ່ມກວດເກັບຕົວຢ່າງໂດຍ China Tower ຜົນລັບທີ່ໄດ້ຄືສິນຄ້າບໍ່ຜ່ານເກນການກວດກາ, ນັ້ນກໍ່ຄືສິນຄ້າບໍ່ໄດ້ມາດຕະຖານດ້ານຕ້ານການກະທົບ; 

2. ຊຸດແບັດເຕີຣີ່ Narada lithium iron phosphate ຂະໜາດ 51.2v/100AH (ບໍ່ລວມອົງປະກອບຄວາມຮ້ອນ) ທີ່ຈັດສົ່ງໂດຍ Narada Power Source Co., LTD ແລະ ໄດ້ຖືກສຸ່ມກວດເກັບຕົວຢ່າງໂດຍ China Tower ຜົນລັບທີ່ໄດ້ຄືສິນຄ້າບໍ່ຜ່ານເກນການກວດກາ, ນັ້ນກໍ່ຄືສິນຄ້າບໍ່ໄດ້ມາດຕະຖານພຽງພໍທາງດ້ານການທົດສອບຄວາມຈຸ 10ຊົ່ວໂມງ. 

ນອກຈາກນີ້, ເນື່ອງຈາກການເຜົາໄໝ້ທີ່ເກີດຂື້ນເອງໂດຍທໍາມະຊາດຂອງແບັດເຕີຣີ່ Shuangdeng ທີ່ສໍານັກງານໃຫຍ່ຂອງ China Tower ດ້ວຍເຫດຜົນດ້ານຄວາມປອດໄພ, ຈື່ງຕັດສິນໃຈທີ່ຈະຢຸດການສະໜອງທົ່ວປະເທດຂອງ Shuangdeng Group Co., LTD ໄວ້ຊົ່ວຄາວ ແລະ ຈະປະຕິບັດຕໍ່ໄປຫຼັງຈາກສໍາເລັດການປະເມີນຄຸນນະພາບ. ການທີ່ອອກມາປະກາດຕໍ່ສາທາລະນະຍັງສະແດງໃຫ້ເຫັນວ່າ China Tower ໄດ້ສຳເລັດການສຸ່ມກວດຕົວຢ່າງເສົາອາກາດ ແລະ ຜົນການສຸ່ມກວດຄັງນີ້ແມ່ນຢູ່ໃນເກນທີ່ດີ, ອັດຕາຜ່ານການກວດກາໂດຍລວມຢູ່ທີ່ 98,6% ແລະ ຕົວຢ່າງຂອງ ບໍລິສັດຜູ້ສະໜອງ ສ່ວນໃຫຍ່ແມ່ນມີຄຸນສົມບັດຄົບຖ້ວນ. ໜື່ງໃນນັ້ນ Mobi Antenna Technology (Shenzhen) Co. , Ltd ກໍ່ໄດ້ສຸ່ມກວດຕົວຢ່າງທັງໝົດ 27 ຕົວຢ່າງສໍາລັບເສົາອາກາດພາຍໃນອາຄານເຊິ່ງມີ 3 ຕົວຢ່າງທີ່ບໍ່ຜ່ານການກວດການັ້ນກໍ່ຄື intermodulation ລຳດັບທີສາມ. 

ອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງຂໍ້ຕົກລົງທີ່ວ່າດ້ວຍການຈັດຊື້ຈັດຈ້າງທີ່ລົງນາມໂດຍ China Tower ແລະ ບໍລິສັດ ຜູ້ສະໜອງ, ສຳຫຼັບShuangdeng Group Co., LTD; Narada Power Source Co., LTD; Mobi Antenna Co., LTD. ແມ່ນຈະດໍາເນີນການປັບໄໝ ແລະ ຊົດໃຊ້ຄ່າທໍານຽມການກວດກາ ພ້ອມທັງການແກ້ໄຂແລກ ປ່ຽນ,  ເພີ່ມຄວາມພະຍາຍາມໃນການສຸ່ມກວດຕົວຢ່າງຈະໄປເຖິງວິທີການອື່ນໆ. ເຫດການຄັ້ງນີ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນທາງດ້ານການໃຊ້ງານທີ່ປອດໄພ ແລະ ການປັບປຸງປະສົບການຂອງຜູ້ໃຊ້ປາຍາທາງ, ແລະ ເນັ້ນໜັກໄປທີ່ຜູ້ໃຫ້ບໍລິການທາງດ້ານເຄືອຂ່າຍກໍ່ຫຍິ່ງຕ້ອງນຳເອົາເຫດການດັ່ງກ່າວມາເປັນກໍລະນີສຶກສາທາງດ້ານການເລືອກຊື້ສິນຄ້າອີກດ້ວຍ. (ຕົວຢ່າງເຊັ່ນ: ເສົາອັງແຕນ antenna ຄວນເປັນໄປຕາມມາດຕະຖານ Basta v11)

ຂໍ້ມູນອ້າງອີງ: https://finance.sina.com.cn/tech/2021-05-12/doc-ikmyaawc4829419.shtml https://m.c114.com.cn/w3542-1161731.html

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment