ຈາກົວ ເຣສຊິງ ຄວ້າຕໍາແໜ່ງຮອງແຊ້ມໃນລະດູການທີເຈັດຂອງອັນດັບທີມໃນການແຂ່ງຂັນຊິງຊ້ຽມໂລກ ABB FIA FORMULA E

 


ຈາກົວ ເຣສຊິງ (Jaguar Racing) ຄວ້າຕໍາແໜ່ງຮອງແຊ້ມໃນລະດູການທີ່ເຈັດຂອງອັນດັບທີມໃນການແຂ່ງຂັນຊິງແຊ້ມໂລກ ABB FIA Formula E; 

ແຊມ ເບີດ (Sam Bird) ຊຶ່ງເປັນນັກແຂ່ງລົດຂອງ Jaguar Racing, ໂດຍສາມາດກ້າວກະໂດດຂື້ນຈາກອັນດັບທີ 15 ຈົນສາມາດຍາດໄດ້ອັນດັບທີ 7 ມາຄອບຄອງໃນເມືອງເບີລິນ. 

ໜ້າເສຍດາຍສຳລັບ Mitch Evans ທີ່ບໍ່ສາມາດລົງແຂ່ງໄດ້ເນື່ອງຈາກລົດຂອງລາວເກີດຂໍ້ຜິດພາດທາງເຕັກນິກ.

 ● ມິດຈ ອີວານ ນັກແຂ່ງຊາວນິວຊີແລນຄອບຄອງອັບດັບທີ 4 ໃນລະດູການທີ 7ຂອງການແຂ່ງຂັນຊິງແຊ້ມນັກແຂ່ງລົດລະດັບໂລກ ABB FIA Formula E ດ້ວຍຫ້າ ໂພດ້ຽມ, ຄະແນນຫ່າງຈາກຜູ້ຊະນະພຽງ 9 ແຕ້ມ 

Sam Bird ນັກແຂ່ງຊາວອັງກິດ ຄອງອັນດັບທີ 6 ໃນການແຂ່ງຂັນຊິງຊະນະເລີດດ້ວຍການຊະນະ 2 ຄັ້ງ, 3 ໂພດ້ຽມ ແລະ 1 ຕໍາແໜ່ງ.


ເບີລິນ, ປະເທດ ເຢຍລະມັນ, 15 ສິງຫາ 2021
– Jaguar Racing ຈົບຢູ່ທີ່ຄວ້າຕໍາແໜ່ງຮອງແຊ້ມໃນລະດູການທີເຈັດ ຂອງອັນດັບທີມ ໃນການແຂ່ງຂັນຊິງແຊ້ມໂລກ ABB FIA Formula E ຫຼັງຈາກຈົບລະດູການ ທີ່ບໍ່ສາມາດຄາດເດົາໄດ້ ໃນວົງສະໜາມແຂ່ງ Berlin Tempelhof. 

ລະດູການນີ້ເປັນລະດູການທີ່ປະສົບຜົນສໍາເລັດຫຼາຍທີ່ສຸດໃນແຄມເປນ Formula E ຫ້າປີ ຂອງ Jaguar Racing ດ້ວຍເຈັດ ໂພດ້ຽມ, ໄຊຊະນະສອງຄັ້ງ, ໜຶ່ງຕໍາແໜ່ງ ໂພລ ແລະ 177 ຄະແນນ. 

ທີມ ອັງກິດ ເສຍໄຊຊະນະຢ່າງຫວຸດຫວິດພຽງສີ່ຄະແນນຈາກທີມ  Mercedes EQ. Mitch Evans, ນັກແຂ່ງນິວຊີແລນ ໄດ້ຄອງອັນດັບທີສີ່ໃນລະດູການທີເຈັດຂອງການແຂ່ງຂັນນັກແຂ່ງລົດຊິງແຊ້ມໂລກ ABB FIA Formula E ໂດຍຄວ້າໂພດ້ຽມ ໄດ້ ຫ້າໂພດ້ຽມໃຫ້ກັບທີມອັງກິດ. 

Sam Bird ຊຶ່ງເປັນເພີື່ອນຮ່ວມທີມ ໄດ້ຈົບຢູ່ທີ່ອັນດັບທີ 6 ໃນການແຂ່ງຂັນຊິງແຊ້ມນັກແຂ່ງລົດດ້ວຍໄຊຊະນະ 2 ຄັ້ງ, ສາມ ໂພດ້ຽມ ແລະ ໜຶ່ງຕໍາແໜ່ງ ໂພລ. ການແຂ່ງຂັນຮອບສຸດທ້າຍຂອງການແຂ່ງຊິງແຊ້ມ ເລີ່ມຕົ້ນດ້ວຍຄວາມໜ້າເສຍດາຍ ສໍາລັບ Mitch Evans ຊຶ່ງເປັນນັກແຂ່ງລົດແຖວໜ້າ ແລະ ທີມງານ ເນື່ອງຈາກລົດແຂ່ງຂອງລາວມີເກີດຜິດພາດທາງດ້ານເຕັກນິກ ແລະ ບໍ່ໄດ້ອອກນອກສາຍດ້ວຍການເປັນ ຊຸບເປີ ໂພລ ຈາກກຸ່ມທີໜຶ່ງ ແລະ ຮອບຕັດເລືອກທີສາມ Kiwi ທີ່ສາມາດເຮັດໃຫ້ຕົວເອງຢູ່ໃນຕໍາແໜ່ງທີ່ສຸດຍອດໃນການຄອບຄອງຕໍາແໜ່ງນັກແຂ່ງຜູ້ຊະນະໄດ້. 

Sam Bird, ນັກແຂ່ງໜຸ່ມອັງກິດ ໄດ້ຮັກສາຄະແນນອັນມີຄ່າ ແລະ ສາມາດຄອງຕໍາແໜ່ງໃນການລ່າແຕ້ມໃນການແຂ່ງຂັນຊິງແຊ້ມຂອງທີມ. ເຖິງແມ່ນວ່າ ຈະຜ່ານເຂົ້າຮອບໄດ້ຄ່ອນຂ້າງຍາກ, ດ້ວຍຄວາມພະຍາຍາມຂອງລາວກໍສາມາດເລື່ອນຂັ້ນຂຶ້ນມາເຖິງອັບດັບທີ 7 ໄດ້ສຳເລັດ.



James Barclay, ຜູ້ອໍານວຍການທີມ Jaguar Racing, ໄດ້ກ່າວວ່າ: “ໃນຖານະທີມງານ, ພວກເຮົາຢູ່ໃນຕໍ່າແໜ່ງທີ່ຈະຕໍ່ສູ້ ເພື່ອຊິງຊະນະເລີດລວມທັງນັກແຂ່ງ ແລະ ທີມໃນລະດູການນີ້ ແລະ ນັ້ນຄືສິ່ງທີ່ພວກເຮົາພາກພູມໃຈທີ່ສຸດ. 

ມັນເປັນຄວາມໜ້າເສຍດາຍຢ່າງໃຫຍ່ຫຼວງ ສໍາລັບ Mitch ໃນຕອນຈົບລະດູການ, ທີມງານໄດ້ເຮັດວຽກຢ່າງໜັກຕະຫຼອດລະດູການ ເພື່ອນໍາເອົານັກແຂ່ງ ແລະ ທີມ ຈາກົວ ເຣດຊິງ (Jaguar Racing) ຂອງພວກເຮົາ. ລົງສູ່ສະໜາມແຂ່ງຂັນເພື່ອຊິງຊະນະເລີດ ມື້ນີ້ Sam ໄດ້ສ້າງຜົນງານອັນເປັນທີ່ພາກພູມໃຈໃນສະ   ໜາມ ໂດຍການຄວ້າຕໍາແໜ່ງຮອງຊະນະເລີດມາໄດ້ 15 ຄັ້ງ ເພື່ອຮັກສາຕໍາແໜ່ງຮອງແຊັມໂລກຂອງທີມ ນັບວ່າເປັນລະດູການທີ່ດີທີ່ສຸດ ແລະ ພວກເຮົາມີການພັດທະນາຫຼາຍຂຶ້ນກວ່າແຕ່ກ່ອນຈາກ 7 ໂພດ້ຽມ ຊະນະ 2 ຄັ້ງ 1 ຕໍາແໜ່ງ ແລະ ຫ່າງຈາກນັກແຂ່ງຜູ້ຊະນະເລີດພຽງ 4 ຄະແນນເທົ່ານັ້ນນັບວ່າເປັນຄວາມສຳເລັດທີ່ໜ້າປະທັບໃຈ. 

ຂອບໃຈພັນທະມິດທາງການຄ້າຂອງພວກເຮົາທຸກຄົນທີ່ມີສ່ວນເຮັດໃຫ້ຄວາມສຳເລັດຂອງພວກເຮົາ ແລະ ຜູ້ຕິດຕາມທີ່ເຊື່ອໝັ້ນຕໍ່ພວກເຮົາຕະຫຼອດມາ, ຂໍສະແດງຄວາມຍິນດີກັບ Nyck de Vries and Mercedes ພວກເຂົາແຂ່ງຂັນກັນຢ່າງໜັກໜ່ວງ ແລະ ເຕັມທີ່ຈົນເຖິງທີ່ສຸດ, ພວກເຮົາຈະກັບມາຄວ້າຕໍາແໜ່ງ ແລະ ກ້າວໄປສູ່ຈຸດສູງສຸດໃນປີໜ້າໃຫ້ໄດ້ Sam Bird, #10 ນັກແຂ່ງລົດ Jaguar Racing,  ໄດ້ກ່າວວ່າ: “ເປັນມື້ທີ່ດີໃນການເຮັດວຽກຂອງຂ້ອຍ – ຂ້ອຍມີຄວາມສຸກຫຼາຍທີ່ໄດ້ເຂົ້າຮ່ວມສະໜາມແຂ່ງຂັນ ແລະ ຂ້ອຍຕັ້ງໃຈທີ່ຈະເຮັດໃຫ້ທີມບັນລຸເປົ້າໝາຍທີ່ວາງໄວ້. ຂ້ອຍເສຍດາຍໂອກາດຂອງ Mitch ທີ່ຢູ່ໃນເຫດການທີ່ດີທີ່ສຸດໃນມື້ນີ້, ທີມງານໄດ້ເຕັມທີ່ຕະຫຼອດປີ. ຂ້ອຍຂໍຂອບໃຈທຸກໆຄົນ ແລະ ຜູ້ຕິດຕາມທີ່ເປັນກຳລັງໃຈໃຫ້ພວກເຮົາສຳລັບທຸກຢ່າງໃນລະດູການນີ້. 

ພວກເຮົາລໍຖ້າການແຂ່ງຂັນໃນລະດູການໃຫມ່ທີ່ຈະເລີ່ມລະດູການທີ 2 ກັບ Jaguar ໃນ Formula E”. Mitch Evans, #20 ນັກແຂ່ງລົດ Jaguar Racing, ໄດ້ກ່າວວ່າ: “ເຖິງແມ່ນວ່າພວກເຮົາຈະພົບບັນຫາໃນບາງຄັ້ງຫຼັງຈາກການເປີດໂຕລົດໃນມື້ນີ້ ມັນຈົບລົງກ່ອນທີ່ຈະເລີ່ມເຊິ່ງປັນເຫດການທີ່ບໍ່ຄາດຄິດສຳລັບປີນີ້ ຂ້ອຍຮູ້ສຶກເສຍໃຈຫຼາຍທີ່ທີມບໍ່ໄດ້ລົງແຂ່ງໃນມື້ນີ້ແຕ່ການທີ່ຈະໄດ້ອັນດັບ 2 ໃນການແຂ່ງຂັນຂອງທີມຍັງຄົງມີຄວາມກ້າວໜ້າຂຶ້ນເລື້ອຍໆ. ຂ້ອຍຢາກຈະຂອບໃຈທຸກຄົນທີ່ເຮັດວຽກຢ່າງເຕັມທີ່ທີ່ສຸດ. ພວກເຮົາຈະກັບມາແຂ່ງຂັນໃໝ່ໃນປີໜ້າຢ່າງເຕັມທີ່”.



ຈາກົວ ເຣສຊິງ (Jaguar Racing) ກະກຽມທີ່ຈະລົງແຂ່ງຂັນໃນລະດູການທີ 8 ຂອງການແຂ່ງຂັນ ABB FIA FORMULA E WORLD CHAMPIONSHIP ເຊິ່ງນັກແຂ່ງ ແລະ ທີມທຸກຄົນຈະສາມາດຕໍ່ສູ້ເພື່ອຍາດເອົາຄະແນນໃນສະໜາມ ແລະ ໄຊຊະນະໃຫ້ຫຼາຍຂຶ້ນກວ່າເກົ່າ ເຊິ່ງການແຂ່ງຂັນຈະເລີ່ມຂຶ້ນໃນວັນທີ 28-29 ມັງກອນ 2022 ທີ່ເມືອງ ດີຣີຢາ, ປະເທດ ຊາອຸດິ ອາຣາເບຍ.

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment