ເບື້ອງຫຼັງການຖ່າຍສາກໃໝ່ ທີ່ມີລົດ Range Rover Sport SVR ທີ່ສ້າງປະກົດການໃໝ່ ໃຫ້ກັບຮູບເງົາ JAMES BOND

 


ໜຶ່ງໃນຄວາມຫຼູຫຼາທີ່ມີປະສິດທິພາບສູງຂອງລົດ SUVs pursues 007 ຄັ້ງທີ 25 ໃນໜັງ James Bond, ເລື່ອງ No Time To Die © 2021 Danjaq, LLC and MGM. 

ສະມັດຖະນະຂອງ Dynamic: ສາກໃໝ່ ເຜີຍໃຫ້ເຫັນ Land Rover ທີ່ໄວ ແລະ ຊົງພະລັງທີ່ສຸດໃນການຖ່າຍທຳເຊິ່ງເປັນຕອນທີ່ໄຂຂໍ້ສົງໃສໃນໜັງ No Time To Die

ຄວາມກົມກືນ ແລະ ຄວາມສາມາດ: ຂໍ້ມູນສະເພາະໃນໜັງ ລວມເຖິງລຸ້ນ Eiger Grey, ຊຸດອຸປະກອນເສີມ Carbon Pack ແລະ ແມັກລົດສີ Narvik Black ຂະໜາດ 22 inch ພ້ອມຢາງລົດທີ່ເໝາະກັບທຸກສະພາບພູມິປະເທດ 

ຮູບຊົງ: ເລືອກຂໍ້ມູນຈຳເພາະຂອງສະເປັກລົດໃນໜັງ No Time To Die ແບບດຽວກັນ ຂອງລົດ Range Rover Sport SVR ດ້ວຍການຄິກພຽງຄັ້ງດຽວທີ່່ຕົວກຳນົດຄ່າ (ຕົວຕັ້ງຄ່າ) ຂອງ Land Rover. 

No Time To Die: ໜັງຂອງ Bond ເລື່ອງໃໝ່ແມ່ນຈະເຂົ້າສາຍໃນໂຮງໜັງທົ່ວໂລກ ໃນວັນທີ 30 ເດືອນກັນຍາ ປີ 2021 ນີ້ 

https://youtu.be/_aWxFMshOM4 

ຊົມເບື້ອງຫຼັງການຖ່າຍທຳໄດ້ເລີຍທີ່ນີ້:



ວັນອັງຄານ, ວັນທີ 14 ເດືອນກັນຍາ ປີ 2021 ທີ່ Whitley, UK – Range Rover Sport SVR ອອກໄປ off-road ເພື່ອຕາມຕິດ James Bond ໄດ້ ໃນເບື້ອງຫຼັງການຖ່າຍທຳລ່າສຸດຂອງໜັງ No Time To Die, ສ່ວນໃນໂຮງໜັງແມ່ນສາມາດຕິດຕາມໄດ້ ເລີ່ມຕັ້ງແຕ່ວັນທີ 30 ກັນຍາ ເປັນຕົ້ນໄປ. 

ພາຫະນະແອັກຊັ່ນ ແລະ ສະຕັ້ນມືອາຊີບໃນໜັງ James Bond ເລື່ອງໃໝ່ຜັກດັນເຮັດໃຫ້ Land Rover ນັ້ນຊົງພະລັງທີ່ສຸດເທົ່າທີ່ເຄີຍມີມາ. ວິດີໂອໃໝ່ໃຫ້ອັດທະລົດຂອງໜັງເອັກຊັ່ນຄວາມໄວສູງເຊິ່ງໃນຂະນະດຽວກັນກໍມີການອະທິບາຍວ່າເປັນຫັຍງ Range Rover SVR ຈຶ່ງສົມບູນແບບຫຼາຍໃນການໃຊ້ງານ ລຳດັບການໄລ່ຕິດຕາມນັ້ນເຮັດໃຫ້ລົດ SUV ທີ່ມີສະມະຖະນະຫຼູຫຼາຢູ່ທ່າມກາງສາກແອັກຊັ່ນທີ່ນຳໂດຍ Chris Corbould ຜູ້ດູແລຄວບຄຸມເທັກນິກພິເສດ ແລະ ພາຫະນະໃຊ້ງານຈິງ, ທີ່ໄດ້ຮັບລາງວັນ Oscar ແລະ ຜູ້ປະສານງານດ້ານການສະແດງຜາດໂຜນ(ຜູ້ປະສານງານດ້ານ Stunt) ແມ່ນ Lee Morrison 

Lee Morrison ຜູ້ປະສານງານດ້ານ stunt ກ່າວວ່າ: ”ຂ້ອຍມີຄວາມກະຕືລືລົ້ນທີ່ຈະຖ່າຍທຳສາກການໄລ່ຕິດຕາມຂອງ Bond ແບບ Off road ໃນສະພາບແວດລ້ອມທີ່ທ້າທາຍອີ່ຫຼີ ແລະ ລົດ Range Rover Sport SVR ເປັນຕົວເລືອກທີ່ສົມບູນແບບຫຼາຍໃນສ່ວນນີ້ຂອງໜັງ. ທຸກໆຢ່າງໃນສາກແມ່ນຖ່າຍທຳແທ້ໆ. ດັ່ງນັ້ນ, ເຮົາຈຶ່ງຕັ້ງໃຈເຮັດມັນໃຫ້ດີທີ່ສຸດ ແລະ ສັນຍາວ່າສາກການໄລ່ຕິດຕາມນີ້ຈະເປັນໜຶ່ງໃນຊ່ວງເວລາທີ່ໜ້າຈົດຈຳຂອງໜັງເລື່ອງນີ້ແນ່ນອນ”.



Range Rover Sport SVR ເປັນລົດທີ່ມີສະມັດຖະພາບທີ່ຫຼູຫຼາອີກລະດັບໜຶ່ງ ໂດຍມີການປັບລະດັບການຂັບຂີ່ແບບ Dynamic ແລະ ເຄື່່ອງຈັກ V8, supercharged , 575 ແຮງມ້າທີ່ຊົງພະລັງ ເຮັດໃຫ້ເປັນຕົວເລືອກທີ່ສົມບູນແບບທີ່ສຸດສຳລັບໃນບົດບາດນີ້. Range Rover Sport SVR ສາມາດເລັ່ງຄວາມໄວແຕ່ 0-100 km/h ພາຍໃນເວລາ 4,5 ວິນາທີ (0-60 mile ຕໍ່ 4.3 ວິນາທີ) ແລະ ມີຄວາມໄວສູງສຸດ 283 km/h. (176 mile/h) ເຮັດໃຫ້ເປັນລົດ Land Rover ທີ່ໄວທີ່ສຸດເທົ່າທີ່ເຄີຍມີມາ. 

ລຸ້ນ SVRs ທີ່ໃຊ້ໃນໜັງ No Time TO Die ແມ່ນໂດດເດັ່ນດ້ວຍລະບົບກັນສະເທືອນທີ່ປັບແຕ່ງເປັນພິເສດ ເຊັ່ນດຽວກັບລຸ້ນທີ່ຜະລິດ - ຄິດຄົ້ນໂດຍວິສະວະກອນຝ່າຍປະຕິບັດງານລົດອອກແບບພິເສດຂອງ Land Rover (Land Rover Special Vehicle Operations) ເພື່ອມອບການຄວບຄຸມທີ່ຕອບສະໜອງທີ່ດີຂຶ້ນ ແລະ ການຄຸມໂຕລົດທີ່ເຄັ່ງຄັດຂຶ້ນ ໂດຍບໍ່ກະທົບຕໍ່ຄວາມສະດວກສະບາຍ. 

ລຸ້ນ Eiger Grey ແມ່ນຕິດຕັ້ງລໍ້ ອັລລອຍ Narvik Black ຂະໜາດ 22 ນິ້ວ ແລະ ຊຸດອຸປະກອນເສີມ Carbon Pack ເຊິ່ງລວມເຖິງຊ່ອງລະບາຍອາກາດຢູ່ບັງໂຄນ, ຊ່ອງດັກລົມດ້ານລຸ່ມກະຈັງໜ້າ ແລະ ກະຈົກແບບ Gloss Carbon Fiber. ຝາກະໂປ່ງໜ້າແບບ SVR Carbon Fiber ນ້ຳໜັກເບົາ, ເຊິ່ງເປັນອຸປະກອນເສີມມີສີດຽວກັນກັບໂຕລົດແບບໃນ No Time To Die ແຕ່ຍັງສາມາດລະບຸໄດ້ໃນສ່ວນທາງກາງຂອງ Carbon Fibre ແບບເປືອຍ. 

ລູກຄ້າສາມາດເຮັດສະເປັກດຽວກັນກັບໃນໜັງ No Time To Die ໄດ້ດ້ວຍການກົດຄັ້ງດຽວໂດຍໃຊ້ໂຕກຳນົດສະເປັນອອນລາຍ. ຜູ້ອຳນວຍການຝ່າຍປະຕິບັດງານດ້ານການຕະຫຼາດຂອງ Land Rover ແລະ Jaguar ທ່ານ Finbar McFall ໄດ້ກ່າວວ່າ: “ລົດ Range Rover Sport SVRs ໃນໜັງ No Time To Die ໄດ້ປະສົມປະສານລະຫວ່າງຄວາມກົມກືນ ແລະ ສະມັດຖະນະໄດ້ຢ່າງລົງຕົວ ເຊິ່ງທ່ານສາມາດເລືອກແບບດຽວກັນນີ້ໄດ້ ແລະ ເພື່ອເປັນການສະຫຼອງໃຫ້ແກ່ການເປີດໂຕໜັງ Bond ຄັ້ງທີ 25 ທ່ານແມ່ນສາມາດມີລົດແບບໃນໜັງໂດຍການເລືອກຈັດສະເປັກລົດໄດ້ທີ່ການເລືອກສະເປັກລົດ Land Rover”. ລົດ Range Rover, ລົດ SUV ສຸດຫຼູລຸ້ນທຳອິດເປີດໂຕໃນປີ 1970. ນັບແຕ່ນັ້ນມາຕະກູນຂອງລົດລຸ້ນນີ້ແມ່ນມີການເຕີບໂຕລວມທັງ Range Rover Sport, Evoque ແລະ Velar.

ໃນໜັງ No Time To Die ຈະມີ Range Rover Classic ຄວບຄູ່ໄປກັບລົດ Defenders 3 ຄັນ ແລະ Series III Land Rover Land . Land Rover ແມ່ນໄດ້ຮັບຄວາມຮ່ວມມືກັັບ EON Productions ແລະ ໜັງ James Bond ມາເປັນເວລາດົນນານ ເຊິ່ງເລີ່ມຂຶ້ນໃນປີ 1983 ເມື່ອ Range Rover Convertible ປະກົດໂຕໃນໜັງ Octopussy. ລ່າສຸດໃນປີ 2015, Range Rover Sport ໄດ້ເຂົ້າສາກແອັກຊັ່ນສຳຄັນໃນ SPECTRE. https://www.landroverlaos.com/vehicles-range-rover-sport-models 

No Time To Die ແມ່ນກຳກັບໂດຍ Cary Joji Fukunaga ແລະ ນຳສະແດງໂດຍ Daniel Craig ເຊິ່ງກັບມາສະແດງເປັນຄັ້ງທີ 5 ແລະ ຄັ້ງສຸດທ້າຍໃນຖານະ James Bond 007 ຂອງ Ian Fleming. ໜັງເລື່ອງນີ້ຈະເຂົ້າສາຍຕັ້ງແຕ່ວັນທີ 30 ກັນຍາ 2021 ໃນອັງກິດ,  ຜ່ານ Universal Pictures International ໃນອາເມລິກາ ວັນທີ 8 ຕຸລາ 2021 ຈາກ Metro Goldwyn Mayer (MGM) ຜ່ານແບນເນີ້ United Artists Releasing.  Range Rover Sport SVR ມີລາຄາເລີ່ມຕົ້ນທີ່ 99,620 ປອນໃນອັງກິດ. ທ່ານສາມາດເລືອກສະເປັກ ແລະ ຈອງອອນລາຍໄດ້ທີ່: 





Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment