ລາວເຮົາມີຜູ້ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອໄມຄຣອນແລ້ວ 43 ຄົນ

ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ຮູ້ໃນໂອກາດຮ່ວມກັບ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫລງຂ່າວໃນວັນທີ 18 ມີນາ 2022 ວ່າ: ປັດຈຸບັນ ລາວເຮົາກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອໄມ ຄຣອນ ແລ້ວ 43 ຄົນ ຈາກການສຸ່ມຕົວຢ່າງ, ໃນນີ້ 38 ຄົນ ແມ່ນມາຈາກກໍລະນີນໍາເຂົ້າ ແລະ 5 ຄົນ ແມ່ນຜູ້ຕິດເຊື້ອພາຍໃນ ຫລື ຊຸມຊົນ ໂດຍບໍ່ຮູ້ແຫລ່ງທີ່ມາຂອງການຕິດເຊື້ອ.

ທ່ານໃຫ້ຮູ້ຕື່ມວ່າ: ຕາມບົດຮຽນຂອງຫຼາຍປະເທດ ຖ້າຫາກມີການກວດພົບ ກໍລະນີຕິດເຊື້ອໂອໄມຄຣອນໃນຊຸມຊົນໂດຍບໍ່ຮູ້ທີ່ມາຂອງເຊື້ອ ແມ່ນຖືວ່າມີການລະບາດຂອງພະຍາດດັ່ງກ່າວໃນຊູມຊົນ, ດັ່ງນັ້ນ ການຕິດເຊື້ອພະຍາດໂຄວີດ-19 ເພີ້ມຂຶ້ນໃນຮອບໃໝ່ຢູ່ປະເທດລາວໃນປັດຈຸບັນນີ້ ສາຍເຫດສ່ວນໃຫຍ່ແມ່ນມາຈາກສາຍພັນໂອໄມຄຣອນເຊິ່ງມີການຕິດເຊື້້ອໄດ້ງ່າຍ ແລະໄວທີ່ສູດ. ໃນສະພາບປະຈຸບັນ ເຫັນວ່າການເຄື່ອນໄຫວໃນສັງຄົມຂອງບາງກຸ່ມຄົນ ທີ່ລະເຫຼີງມາດຕະການທາງສັງຄົມ ການໄປງານສັງຄົມຕ່າງໆ ບໍ່ມີການປະຕິບັດມາດຕະການປ້ອງກັນໂຕເອງ (ບໍ່ໃສ່ໃສ່ຜ້າອັດປາກອັດດັງ ) ແລະ ບໍ່ມີການຮັກສາໄລຍະຫ່າງທາງສັງຄົມ ເຮັດໃຫ້ມີຄວາມສ່ຽງສູງທີ່ຈະມີການສົ່ງເຊື້ອພະຍາດຈາກຜູ້ນີ້ຫາຜູ້ອື່ນ ໂດຍສະເພາະຖ້າແມ່ນສາຍພັນໂອໄມຄຣອນ ແມ່ນສາມາດຕິດເຊື້ອໄດ້ໄວ ແລະ ແຜ່ຂະຫຍາຍເປັນວົງກ້ວາງ ໄດ້ໄວທີ່ສຸດ.

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ຄົນສ່ວນຫລາຍນໍາໃຊ້ເຄື່ອງກວດແບບໄວດ້ວຍຕົນເອງ, ໃນນີ້ ຍັງມີກຸ່ມຄົນຈຳນວນໜຶ່ງ ເມື່ອພົບວ່າຕົນເອງກວດເປັນ 2ຂີດ (ຜົນກວດເປັນບວກ)ກໍ່ບໍ່ໄດ້ແຈ້ງ ໃຫ້ແກ່ເຈົ້າໜ້າທີ່ ແລະອົງການປົກຄອງກ່ຽວຂ້ອງ ເຮັດໃຫ້ການເກັບກຳຂໍ້ມູນບໍ່ຖືກຕ້ອງ. ຢ່າງໃດກໍຕາມ ເພື່ອເປັນການເຝົ້າລະວັງ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະສາຍພັນໂອໄມຄຣອນ ບໍ່ໃຫ້ລະບາດເປັນວົງກ້ວາງພາຍໃນປະເທດ, ທຸກຄົນຕ້ອງມີສະຕິລະວັງຕົວໃຫ້ສູງກວ່າເກົ່າ ພ້ອມທັງເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດກວ່າເກົ່າ ຖ້າບໍ່ດັ່ງນັ້ນ ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດດັ່ງ ກ່າວຢູ່ລາວຈະນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

Share on Google Plus

About StanG

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment